16:30 | 11/12/2021

ຫວຽດນາມ ຢືນຢັນທັດສະນະໃນການແກ້ໄຂສິ່ງທ້າທາຍບັນຫາຜູ້ລີ້ໄພ

ກອງປະຊຸມສຳມະນາ ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ
ຫວຽດນາມ ໄດ້ຕັ້ງໜ້າໃນການພັດທະນາຂໍ້ຕົກລົງ GCM ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງສູງໃນການຊຸກຍູ້ຄວາມຮັບຮູ້ລວມ, ໜ້າທີ່ຄວາມຮັບຜິດຊອບລວມ ຫວຽດນາມ ໄດ້ຕັ້ງໜ້າໃນການພັດທະນາຂໍ້ຕົກລົງ GCM ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງສູງໃນການຊຸກຍູ້ຄວາມຮັບຮູ້ລວມ, ໜ້າທີ່ຄວາມຮັບຜິດຊອບລວມ

ກ່າວ​ຄຳ​ເຫັນ​ທີ່​ການປຶກສາຫາລື, ທ່ານ ​ຝ້າມຫາຍແອັງ - ອຸປະທູດຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ ສປຊ ​ໃຫ້​ຮູ້​ວ່າ: ບັນດາລັດຖະບານ​ທີ່​ກ່ຽວຂ້ອງ​ ມີ​ຄວາມ​ຮັບຜິດຊອບ​ຕົ້ນຕໍ​ໃນ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ແກ້​ໄຂ​ບັນດາ​ສາເຫດ​ຂອງ​ການ​ປະ​ທະ​ກັນ. ທ່ານ​ອຸປະທູດ ຝ້າມຫາຍແອັງ ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ບຸລິມະສິດ​ການ​ກູ້ຊີວິດ ​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ຕ້ອງ​ເສຍ​ຊີວິດ​ໃນ​ເວລາ​ຂ້າມ​ຊາຍ​ແດນ ຫຼື ຂ້າມ​ທະ​ເລ.

ຫວຽດນາມ ຢືນຢັນທັດສະນະໃນການແກ້ໄຂສິ່ງທ້າທາຍບັນຫາຜູ້ລີ້ໄພ
ຫວຽດນາມ ຢືນຢັນທັດສະນະໃນການແກ້ໄຂສິ່ງທ້າທາຍບັນຫາຜູ້ລີ້ໄພ. (ພາບ: TTXVN)

ການ​ເຂົ້າ​ຮ່ວມ ​ແລະ ການ​ສົນທະນາ​ທີ່​ມີ​ລັກສະນະ​ສ້າງສັນ​ ລະຫວ່າງ​ບັນດາ​ພາກສ່ວນທີ່​ກ່ຽວຂ້ອງ​ ແມ່ນ​ວິທີການ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ຊ່ວຍ​ໃຫ້​ຜູ້ລີ້ໄພ​ກັບ​ຄືນ​ມາ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັນ​ຄືນ​ໃໝ່​ຢ່າງ​ປອດ​ໄພ. ບັນດາມາດຕະການ​ແກ້​ໄຂ, ການ​ເຄື່ອນ​ໄຫວ, ບັນດາ​ໂຄງການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ສາກົນ ຕ້ອງ​ຖື​ປະຊາຊົນ​ເປັນ​ໃຈກາງ, ຫຼີກ​ລ້ຽງ​ການຫັນເປັນການ​ເມືອງ, ຮັບປະກັນສອດຄ່ອງກັບ​ຫຼັກການ​ເຄົາລົບ​ອະທິປະ​ໄຕ ​ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນຂອງກັນ

ທ່ານ​ເອກ​ອັກຄະ​ລັດຖະທູດ ຝ້າມຫາຍແອັງ ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ຮັບປະກັນ​ຄວາມ​ໂປ່​ງ​ໃສ​ ໃນ​ການອອກຂໍ້ກຳນົດກົດລະບຽບລີ້ໄພ​ໃຫ້​ຜູ້ຂໍລີ້ໄພ, ​ໃນ​ວິວັດການ​ຕັດສິນ ​ແລະ ກຳນົດ​ນະ​ໂຍບາຍ, ຕ້ອງ​ຈຳ​ແນ​ກຜູ້ລີ້ໄພ ​ແລະ ຊາວ​ອົບ​ພະຍົບ​ບໍ່ເປັນປະຈຳ ຫຼື ຜູ້​ອົບ​ພະຍົບ​ເພື່ອ​ເປົ້າໝາຍ​ເສດຖະກິດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ການທີ່ພວມ​ເກີດ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພແບບໃໝ່.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ​ໃນ​ດ້ານ​ນີ້, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ບັນດາພັນທະ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-12332.html

In bài biết