19:38 | 29/11/2021

ສັບ​ປະ​ດາອອກແບບຫວຽດນາມ 2021 “ປຸກ​ລຸກມູນ​ເຊື້ອ”

ການປະມູນການອອກແບບແຟຊັ່ນ ເພື່ອຊື້ອຸປະກອນການແພດໃຫ້ກຳລັງແພດໝໍແຖວໜ້າ ການປະມູນການອອກແບບແຟຊັ່ນ ເພື່ອຊື້ອຸປະກອນການແພດໃຫ້ກຳລັງແພດໝໍແຖວໜ້າ
ນັກອອກແບບຂອງຮ່າໂນ້ຍ ສ້າງ Homestay ຢູ່ໃຈກາງສວນ ໝາກລິ້ນຈີ່ ນັກອອກແບບຂອງຮ່າໂນ້ຍ ສ້າງ Homestay ຢູ່ໃຈກາງສວນ ໝາກລິ້ນຈີ່
ສັບ​ປະ​ດາອອກແບບຫວຽດນາມ 2021 “ປຸກ​ລຸກມູນ​ເຊື້ອ”
ພາບ​ປະ​ກອບ

ສັບ​ປະ​ດາ​ອອກແບບ ຫວຽດນາມ (Vietnam Design Week/VNDW) ​ແມ່ນ​ລາຍການ​ທີ່​ຍ້ອງ​ຍໍ​ຊົມ​ເຊີຍ​ບັນດາ​ຜະລິດ​ຕະພັນ ​ແລະ ນັກ​ອອກ​ແບບ​ດີ​ເດັ່ນ​ຂອງ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ອອກ​ແບບ​ສື່ສານ (Communication design), ການ​ອອກ​ແບບ​ເຄື່ອງ​ເຟີ​ນີ​ເຈີ Living design), ການອອກແບບວັດ​ຖຸເຄື່ອງໃຊ້ ແລະ ເຄື່ອງ​ປະ​ດັບ​ປະ​ດາ (Decor & Object design), ການ​ອອກ​ແບບເສື້ອຜ້າ (Clothing design), ການອອກແບບສາທາລະນະ (Public design).

ລາຍ​ການດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກຸ່ມ​ອອກແບບ​ຫວຽດນາມ ( Vietnam Design Group), ສະຖາບັນ​ວັດທະນະທຳ ​ແລະ ສິລະ​ປະ​ແຫ່ງ​ຊາດ ຫວຽດນາມ - VICAS (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ສົມທົບ​ກັບ Ashui.com, ບໍລິສັດ ConsMedia, ພະ​ແນກ​ວັດທະນະທຳ ​ແລະ ກິລາ ຮ່າ​ໂນ້ຍ, ສູນ​ການ​ເຄື່ອນ​ໄຫວ​ວັດທະນະທຳ ວິທະຍາສາດ ວັນ​ມຽວ - ກວັກ​ຕື​ຢາມ ແລະ ຫຼາຍ​ຄູ່​ຮ່ວມ​ມື​ວິ​ຊາ​ຊີບ​ຈັດ​ຕັ້ງ.

ສັບ​ປະ​ດາ​ແຫ່ງ​ການ​ອອກ​ແບບ​ຫວຽດນາມ 2021 ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 27/11 – 3/12 ຢູ່ ວັນ​ມຽວ - ກວັກ​ຕື​ຢາມ ດ້ວຍ​ຫົວ​ຂໍ້​ວ່າ “ປຸກ​ລຸກ​ມູນ​ເຊື້ອ” Awakening Traditions" ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປ່ຽນ​ແປງຈິນ​ຕະ​ນາ​ການ​ຫົວຄິດ​ປະດິດ​ສ້າງ, ປ່ຽ​ນ​ແປງ​ໃໝ່​ຄຸນຄ່າມູນ​ເຊື້​ອ, ຊຸກຍູ້​ທ່າ​ອ່ຽງ​ການ​ອອກ​ແບບ​ ແບບ​ຍືນ​ຍົງ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12159.html

In bài biết