19:38 | 28/11/2021

ເສີມຂະຫຍາຍພູມປັນຍາຂອງແມ່ຍິງຫວຽດນາມ ໃນການພັດທະນາປະເທດຊາດ

ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍພອນ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ກາ​ນາ​ດາ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍພອນ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ກາ​ນາ​ດາ
ເສີມຂະຫຍາຍພູມປັນຍາຂອງແມ່ຍິງຫວຽດນາມ ໃນການພັດທະນາປະເທດຊາດ
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຊຸດ​ທີ 3 (2021-2026) ຂອງ​ສະມາຄົມ​ນັກ​ປັນຍາ​ຊົນ​ຍິງ​ຫວຽດນາມ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 26 ພະຈິກ​ນີ້ ​ແລະ​ ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ ອາຍຸ​ການ 2021-2026 ປະກອບມີ 60 ທ່ານ. ພາບ: Vietnam+

ໃນ​ອາຍຸການທີ 3 (2021-2026), ສະມາຄົມ​ນັກ​ປັນຍາ​ຊົນ​​ຍິງ ຫວຽດນາມ ຈະ​ສືບ​ຕໍ່​ເຕົ້າ​ໂຮມ, ສາມາຄີ​ນັກ​ປັນຍາ​ຊົນ​ເພດ​ຍິງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງພູມ​ປັນຍາ​ຂອງ​ແມ່ຍິງ ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປຸກລະດົມຕັ້ງຫວັງໃນການອຸທິດ​ຕົນ​ຂອງ​ປັນຍາ​ຊົນ​ຍິງ ເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ສະມາຄົມ​ສຸມ​ໃສ່​ຄົ້ນຄວ້າ, ມອບໂອນ, ​ ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຢີ, ປ່ຽນແປງໃໝ່ປະດິດຄິດສ້າງພັດທະນາ​ເສດຖະກິດ​ດີ​ຈີ​ຕອນ; ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າຍ​ບັນດານັກ​ວິທະຍາສາດ​ຍິງ​ໃນ​ໂລກ ​ເພື່ອ​ເຊື່ອມ​ໂຍງ ​ແລະ ຍົກ​ສູງ​ທີ່​ຕັ້ງ​ນັກ​ປັນຍາ​ຊົນ​ຍິງ ຫວຽດນາມ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12150.html

In bài biết