ຮ່າໂນ້ຍ  ສັກວັກຊີນຕ້ານໂຄວິດ-19 ໃຫ້ນັກຮຽນຊັ້ນ ມ 4 ນັບແຕ່ວັນທີ 27/11
| ຕຳຫຼວດທະເລໂຄສະນາຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ຊາວປະມົງ ເກາະແບກລອງວີ | |
| ຈົດຊື່ 90 ຄົນທີ່ເສັງໄດ້ອັນດັບທີ 1 ຢູ່ ວັນມຽວ - ກວັກຕືຢາມ ເຂົ້າໃນປຶ້ມຄຳ | 
![]()  |   		
| ພາບປະກອບ: baotintuc.v | 
ອີງຕາມຂໍ້ມູນຈາກພະແນກສາທາລະນະສຸກ ແລ້ວ, ໜ່ວຍງານຫາກໍ່ມີການຕົກລົງຈັດສັນວັກຊີນ Pfizer ຈໍານວນ 137.724 ໂດສ ໃຫ້ແກ່ 30 ເມືອງ, ເທດສະບານເມືອງ ເພື່ອສັກເຂັມທີ 1 ໃຫ້ແກ່ເດັກນ້ອຍທີ່ມີອາຍຸ 14 ປີ (ຮຽນ ມ 4) ທີ່ພວມສຶກສາຮໍ່າຮຽນ, ດໍາລົງຊີວິດ ຢູ່ໃນບໍລິເວນ.
ວັກຊີນເຫຼົ່ານີ້ສາມາດນໍາໃຊ້ເພື່ອສັກເຂັມທີ 1 ໃຫ້ແກ່ເດັກອາຍຸລະຫວ່າງ 12-17 ປີ ທີ່ຍັງບໍ່ທັນໄດ້ສັກວັກຊີນຕ້ານພະຍາດໂຄວິດ-19 ຫຼື ເຂັມທີ 2 ໃຫ້ເດັກອາຍຸ 15-17 ປີ ພາຍຫຼັງທີ່ໄດ້ສັກເຂັມທີ 1 ແລ້ວ, ຮັບປະກັນໄລຍະຫ່າງລະຫວ່າງ 2 ເຂັມ ຢ່າງຫນ້ອຍ 3 ອາທິດ.
ປະຈຸບັນຕາມການສະຖິຕິສະແດງໃຫ້ເຫັນວ່າ ແຕ່ວັນທີ 23 ພະຈິກ ຮອດເວລາ 17:30 ໂມງຂອງວັນທີ 25 ພະຈິກ, ຢູ່ຮ່າໂນ້ຍໄດ້ປະຕິບັດການສັກວັກຊີນຕ້ານພະຍາດໂຄວິດ-19 ແມ່ນ 235.199 ເຂັມໃຫ້ນັກຮຽນຊັ້ນຮຽນ ມ 5, 6 ແລະ 7.
ຕາມແຜນການແລ້ວ, ໃນໄຕມາດທີ 4 ປີ 2021 ແລະ ໄຕມາດທີ 1 ປີ 2022, ຮ່າໂນ້ຍ ຈະສັກວັກຊີນໃຫ້ເດັກອາຍຸ 12-17 ປີໝົດທຸກຄົນ (ລວມທັງເດັກທີ່ເຂົ້າໂຮງຮຽນຢູ່ໃນບໍລິເວນນະຄອນ ແລະ ເດັກທີ່ບໍ່ໄດ້ໄປໂຮງຮຽນ ຢູ່ຮ່າໂນ້ຍ) ແລະ ສູ້ຊົນສັກວັກຊີນໃຫ້ 95% ຂອງຈໍານວນເດັກອາຍຸ 12-17 ປີ.
ໄຊພອນ
                    