06:30 | 19/11/2021

ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ

ຂຸດ​ຄົ້ນວັດທະນະທໍາ​ພື້ນ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢູ່​ຫວຽດນາມ ຂຸດ​ຄົ້ນວັດທະນະທໍາ​ພື້ນ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢູ່​ຫວຽດນາມ
ຫວຽດນາມ ມີ “ໂຮງຮຽນ Microsoft ທີ່ພົ້ນເດັ່ນ ” ສາມແຫ່ງ ຫວຽດນາມ ມີ “ໂຮງຮຽນ Microsoft ທີ່ພົ້ນເດັ່ນ ” ສາມແຫ່ງ
ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ

ສະ​ມາ​ຄົມ​ຕິດ​ຕໍ່​ພົວ​ພັນ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ເຮັດ​ວຽກ​ກັບ​ກົມ​ການ​ສຶກ​ສານອກໂຮງຮຽນ.(ພາບ: baomoi.com)

ການ​ແຂ່ງຂັນຮຽບ​ຮຽງ​ປຶ້ມ, ເອ​ກະ​ສານ​ການຮຽນ-ການ​ສອນພາ​ສາ ຫວຽດ​ ສຳລັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່ໄດ້​ປຸກ​ລະ​ດົມໃນ​ເດືອນ​ກັນ​ຍາ ປີ 2020, ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​​ການຮຽນ-ການ​ສອນພາ​ສາ​ຫວຽດ​ນາມ ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດລຸ້ນ​ຕ່າງໆຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ​ແນ​ໃສ່​ຮັກ​ສາ, ປັບ​ປຸງ ແລະ ພັດ​ທະ​ນາ​ພາ​ສາ, ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ຊາດ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາ​ສາຫວຽດ​ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເສີມ​ຂະ​ຫຍາຍ ແລະ ຊຸກ​ຍູ້​ຈິດ​ໃຈ ມະ​ຫາ​ສາ​ມັກ​ຄີຊົນ​ຊາດ ຫວຽດ​ນາມ.

ການ​ແຂ່ງ​ຂັນ​ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ລະ​ດົມ​ໄດ້​ການ​ເຂົ້າ​ຮ່ວມ​ຂອງ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ການ​ຮຽບ​ຮຽງ ແລະ ອຸ​ປະ​ຖຳ​ການ​ຮຽບ​ຮຽງ​ປຶ້ມ ແລະ ເອ​ກະ​ສານ​ໃນ​ການ​ຮຽນ-ການ​ສອນ​ພາ​ສາ ຫວຽດ​ ສຳລັບ​ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຄັດ​ເລືອກ, ສະ​ໜອງ​ປຶ້ມ, ເອ​ກະ​ສານ​ການ​ຮຽນ-ການສອນ​ພາ​ສາ ຫວຽດ​ ທີ່​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ນັກ​ຮຽນ​ຢູ່​ບັນ​ດາ​ປະ​ເທດ ແລະ ເຂດແຄວ້ນ​ຕ່າງໆ.

ຄາດ​ວ່າ​ພິ​ທີ​ມອບ​ລາງວັນ​ການ​ແຂ່ງ​ຂັນ​ຈະ​ດຳ​ເນີນ​ໃນ​ເດືອນ​ທັນ​ວາ ປີ 2021.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12024.html

In bài biết