08:16 | 02/11/2021

ນາຍົກລັດຖະມົນຕີ ຫວຽດນາມ ພົບປະປະຊາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກອັງກິດ ແລະ ສ.ໄອແລນ

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide
ຜູ້ຕາງໜ້າກອງທັບຝະລັ່ງ, ຮຸງກາລີ ແລະສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ ຜູ້ຕາງໜ້າກອງທັບຝະລັ່ງ, ຮຸງກາລີ ແລະສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ
ນາຍົກລັດຖະມົນຕີ ຫວຽດນາມ ພົບປະປະຊາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກອັງກິດ ແລະ ສ.ໄອແລນ
ນາຍົກລັດຖະມົນຕີ ພົບປະປະຊາຄົມຊາວຫວຽດນາມ ອາໄສຢູ່ລາຊະອານາຈັກອັງກິດ. ພາບ: TTXVN

ກ່າວຄຳເຫັນທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ການພົວພັນຫວຽດນາມ-ອັງກິດ ພັດທະນາອັນດີງາມຄືດັ່ງກ່າວ, ແມ່ນມີບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ອັງກິດ ແລະໄອແລນ 100.000 ຄົນ ດ້ວຍຖານະບົດບາດແມ່ນຂົວຕໍ່ມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ. ທ່ານ ຟ້າມມິງຈິ໊ງ ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ ອັງກິດ ແລະໄອແລນ ທີ່ໄດ້ສາມັກຄີ, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນເປັນຢ່າງດີ; ພ້ອມທັງແບ່ງປັນຄວາມຫຍຸ້ງຍາກທີ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດພວມປະສົບຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ. ພັກ ແລະລັດ ເຫັນອົກເຫັນໃຈ ແລະແບ່ງປັນຄວາມຫຍຸ້ງຍາກກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບພະຍາດໂຄວິດ-19.

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ ແລະຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນບໍ່ສາມາດຕັດແຍກໄດ້, ແມ່ນແຫຼ່ງກຳລັງຂອງປະຊາຄົມແມ່ນປັດໄຈສຳຄັນປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ ກັບປະເທດຕ່າງໆ; ຊາວຫວຽດນາມ ແຕ່ລະຄົນເຖິງວ່າຢູ່ພາຍໃນປະເທດ ຫຼື ຕ່າງປະເທດລ້ວນແຕ່ໄດ້ຮັບການປະພຶດຕໍ່ຄືກັນ.

Link: https://huunghivietlao.thoidai.com.vn/detail-article-11814.html

In bài biết