15:32 | 29/10/2021

ປະທານປະເທດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງທາງໄກກ່ຽວກັບການຮ່ວມມືລະຫວ່າງສະຫະປະຊາຊາດແລະສະຫະພາບອາຟະລິກາ

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ຫວຽດນາມ ຈັດ​ແບ່ງ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ເພື່ອສັກ​ວັກ​ຊິນໃຫ້​ປະ​ຊາ​ຊົນ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ຫວຽດນາມ ຈັດ​ແບ່ງ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ເພື່ອສັກ​ວັກ​ຊິນໃຫ້​ປະ​ຊາ​ຊົນ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້
ນໍານິທານຂອງຫວຽດນາມ ໄປສູ່ຜູ້ອ່ານລັດເຊຍ ນໍານິທານຂອງຫວຽດນາມ ໄປສູ່ຜູ້ອ່ານລັດເຊຍ
ປະທານປະເທດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງທາງໄກກ່ຽວກັບການຮ່ວມມືລະຫວ່າງສະຫະປະຊາຊາດແລະສະຫະພາບອາຟະລິກາ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງທາງໄກ. ພາບ: kinhtexaydung.petrotimes.vn

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ Uhuru Kenyatta, ປະທານາທິບໍດີ Kenya, ປະທານໝູນວຽນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນ ຕຸລາ 2021, ຕອນຄ່ຳວັນທີ 28 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງທາງໄກກ່ຽວກັບການຮ່ວມມືລະຫວ່າງ ສະຫະປະຊາຊາດ ແລະ ສະຫະພາບ ອາຟະລິກາ ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມັກຄີ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງໃນສະພາບແວດລ້ອມແຫ່ງການປະທະກັນພວມປ່ຽນແປງ”.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຊີດຊູຜົນງານພົ້ນເດັ່ນເຊິ່ງບັນດາປະເທດ ອາຟະລິກາ ບັນລຸໄດ້ໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານປະເທດໃຫ້ຂໍ້ສັງເກດວ່າ, ຫຼາຍປະເທດ ອາຟະລິກາ ຍັງຕົກຢູ່ໃນສະພາບເກີດຄວາມບໍ່ສະຫງົບ, ການປະທະກັນ, ອາດຊະຍາກຳຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ… ເພື່ອໃຫ້ປະຊາຄົມສາກົນສາມາດຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາປະເທດ ອາຟະລິກາ ສ້າງຕັ້ງຄືນໃໝ່ ແລະ ພັດທະນາປະເທດຊາດ, ຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບາງຂໍ້ສະເໜີຄື: ບັນດາປະເທດ ອາຟະລິກາ ຄວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ເປີດກວ້າງການຮ່ວມມື, ເຊື່ອມໂຍງ, ປັບປຸງລັດທິຫຼາຍຝ່າຍ; ສະຫະປະຊາຊາດ ແລະ ສະຫະພາບ ອາຟະລິກາ ຕ້ອງນຳໜ້າຮ່ວມມືປະຕິບັດຂໍ້ລິເລີ່ມຢຸດຕິສຽງປືນແຕກຢູ່ ອາຟະລິກາ ໃນປີ 2030, ໂຄງການດຳເນີນງານ 2030 ແລະ ໂຄງການດຳເນີນງານ 2063 ກ່ຽວກັບການພັດທະນາແບບຍືນຍົງຂອງ 2 ອົງການດັ່ງກ່າວ; ເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ປະກອບສ່ວນຮັບປະກັນເສດຖະກິດ, ສັງຄົມໃຫ້ໝັ້ນຄົງ, ສ້າງພື້ນຖານສັນຕິພາບແບບຍືນຍົງ…

ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຮຽງບ່າຮຽງໄຫຼ່ກັບບັນດາປະເທດ ອາຟະລິກາ ຜ່ານຜ່າຄວາມຫຍຸ້ງຍາກ, ເປີດກ້ວາງການຮ່ວມມືຢ່າງມີປະສິດທິຜົນ, ມຸ່ງໄປເຖິງສັນຕິພາບ ແລະ ການພັດທະນາ. ທ່ານປະທານປະເທດ ກໍ່ແບ່ງປັນຄວາມປາດຖະໜາວ່າ ຫວຽດນາມ ຈະກາຍເປັນນັກສັງເກດການຢູ່ສະຫະພາບ ອາຟະລິກາ ໂດຍໄວ.

Link: https://huunghivietlao.thoidai.com.vn/detail-article-11772.html

In bài biết