17:47 | 21/10/2021

ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19

ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19 ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19
ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ດັ້ງຈູງ.

ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານ ຈ້ຽວມີງຊ໊ຽດ ໃຫ້ຮູ້ວ່າ ເມືອງເມື່ອງລາດ ເປັນເມືອງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 6 ຄົນ, ທາງເມືອງໄດ້ແຍກປ່ຽວ ແລະປິ່ນປົວ, ປະຈຸບັນເມືອງກໍາລັງສຸມໃສ່ທຸກແຫຼ່ງກຳລັງໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ອໍານາດການປົກຄອງ ແລະປະຊາຊົນເມືອງເມື່ອງລາດ ປາດຖະໜາຢາກຮ່ວມແຮງຮ່ວມໃຈ ແລະປະກອບເຫື່ອແຮງກັບອຳນາດການປົກຄອງ ແລະປະຊາຊົນເມືອງສົບເບົາ ແລະເມືອງວຽງໄຊ (ແຂວງຫົວພັນ) ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

ຕາງໜ້າການນຳຂອງສອງເມືອງສົບເບົາ ແລະເມືອງວຽງໄຊ ໄດ້ສະແດງຄວາມຂອບໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງເມື່ອງລາດ ທີ່ໄດ້ສົ່ງຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນນ້ຳໃຈສາມັກຄີອ້າຍນ້ອງ, ຄວາມເອົາໃຈໃສ່ ແລະການແບ່ງປັນ. ມາຮອດປັດຈຸບັນ, ເມືອງສົບເບົາ ແລະເມືອງວຽງໄຊ ຍັງບໍ່ມີກໍລະນີຕິດເຊື້ອພະຍາດນັບຕັ້ງແຕ່ເກີດພະຍາດໂຄວິດ-19 ໃນສອງປີມານີ້.

ການນຳສອງເມືອງສົບເບົາ ແລະເມືອງວຽງໄຊ ປາດຖະໜາຢາກໄດ້ຮັບການຊ່ວຍເຫຼືອ ແລະແບ່ງປັນບົດຮຽນຈາກເມືອງເມື່ອງລາດ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະສືບຕໍ່ສ້າງສາຍພົວພັນໃຫ້ແໜ້ນແຟ້ນ ແລະນັບມື້ນັບສະໜິດຕິດພັນກວ່າເກົ່າ.

Link: https://huunghivietlao.thoidai.com.vn/detail-article-11682.html

In bài biết