22:52 | 13/10/2021

ຫວຽດນາມ ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການລົບລ້າງອາວຸດລ້າງຜານ

ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. ພາບ: TTXVN

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ແກ້ໄຂບັນດາບັນຫາຢູ່ພາກພື້ນ, ໃນນັ້ນ ມີເລື່ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກອງປະຊຸມສະພາຄວາມໝັ້ນຄົງ.

ຫວຽດນາມ ປະຕິບັດນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການຕ້ານການແຜ່ຂະຫຍາຍ, ຫຼຸດຜ່ອນອາວຸດລ້າງຜານ, ມຸ່ງໄປເຖິງການລົບລ້າງອາວຸດລ້າງຜານ. ການປະຕິບັດບັນດາສົນທິສັນຍາກ່ຽວກັບອາວຸດທຳມະດາຕ້ອງສອດຄ່ອງກັບກົດໝາຍສາກົນ, ມີຄວາມສົມດຸນ, ບໍ່ມີການຈຳແນກ, ບໍ່ຫັນເປັນການເມືອງ ແລະ ຕ້ອງເຄົາລົບສິດອັນຊອບທໍາຂອງບັນດາປະເທດໃນການປ້ອງກັນຊາດ ແລະ ຄວາມໝັ້ນຄົງ.

ທ່ານເອກອັກຄະລັດຖະທູດສະເໜີໃຫ້ບັນດາປະເທດຮ່ວມມື, ສ້າງບັນດາຂໍ້ກຳນົດມາດຕະຖານລວມເຫັນດີເຫັນພ້ອມກ່ຽວກັບການກະທຳທີ່ມີຄວາມຮັບຜິດຊອບ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມໃຫ້ເໝາະສົມກັບກົດໝາຍສາກົນ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11605.html

In bài biết