22:29 | 10/10/2021

ສ້າງສານະຄອນຫລວງຮ່າໂນ້ຍໃຫ້ຮັ່ງມີສວຍງາມ,ສີວິໄລ,ທັນສະໄຫມ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ
ພາບປະກອບ
ພາບປະກອບ: danviet

ເນື່ອງໃນໂອກາດນີ້, ທ່ານ ດີງຕຽນຢູ໋ງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ມີບົດຂຽນດ້ວຍຫົວຂໍ້ “ກຳລັງຫນູນສ້າງສານະຄອນຫລວງ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີສວຍງາມ”. ໃນບົດຂຽນ, ທ່ານດີງຕຽນຢູ໋ງ ເນັ້ນຫນັກວ່າ: ໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະມານະພະຍາຍາມຮັກສາໝາກຜົນການປ້ອງກັນຕ້ານໂລກລະບາດໃຫ້ໄດ້ຢ່າງໝັ້ນຄົງ ແລະ ສ້າງບາດກ້າວປັບຕົວໃຫ້ແທດເໝາະກັບສະພາບການຢ່າງມີຄວາມປອດໄພ, ໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນໃນເທື່ອລະກ້າວ.

ເພື່ອຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ, ນັບແຕ່ນີ້ຮອດທ້າຍປີ, ນະຄອນ ຈະເອົາໃຈໃສ່ 3 ເນື້ອໃນສຳຄັນ: ສຸມໃສ່ແຫລ່ງກຳລັງ, ຍູ້ໄວລະດັບການປ່ອຍເງິນລົງທຶນກໍ່ສ້າງພື້ນຖານໂຄງລ່າງ; ວຽກງານບໍລິຫານ; ປະຕິບັດລາຍຮັບ - ລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ, ຖືກທິດ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ເພີ່ມທະວີການໂອ້ລົມສົນທະນາ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ. ທ່ານເລຂາຄະນະພັກ ນະຄອນ ຮ່າໂນ້ຍ ຢືນຢັນ: ຄາດໝາຍ, ຫນ້າທີ່ວາງອອກແມ່ນຫນັກຫນ່ວງທີ່ສຸດ, ຮ່າໂນ້ຍ ຈະມານະພະຍາຍາມກໍ່ສ້າງອົງຄະນະພັກ ແລະ ລະບົບການເມຶອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປ່ຽນໃຫມ່ປະດິດຄິດສ້າງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສານະຄອນຫລວງໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ, ທັນສະໄຫມ.

Link: https://huunghivietlao.thoidai.com.vn/detail-article-11558.html

In bài biết