08:07 | 07/10/2021

ຊຸກ​ຍູ້​ພາກ​ພື້ນ ອາ​ຊຽນ ກາຍ​ເປັນ​ສະ​ຖານ​ທີ່​ລົງ​ທຶນ​ຂອງ​ຂະ​ແໜງ​​ແຮ່​ທາດ

ອັດ​ຕາ​ກຳລັງໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ ອັດ​ຕາ​ກຳລັງໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ
ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບແຮ່ທາດ ຄັ້ງທີ 21 (ພາບ:sggp.org.vn)
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບແຮ່ທາດ ຄັ້ງທີ 21 (ພາບ:sggp.org.vn)

ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມສຳພັນ ແລະ ເຊື່ອມຕໍ່ໃນພາກພື້ນ ອາຊຽນ ເພື່ອແນໃສ່ຍົກສູງຄວາມສາມາດໃນການຮັບມື ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ຕາມນັ້ນແລ້ວ, ຫວຽດນາມ ຢາກໃຫ້ ທົ່ວພາກພື້ນຮ່ວມສຳພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ ແລະ ເຊື່ອມຕໍ່ຢ່າງຮອບດ້ານ; ຊຸກຍູ້ການຂຸດຄົ້ນແບບຍືນຍົງ ມຸ່ງໄປເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ກວມລວມທາງດ້ານເສດຖະກິດ, ການເງິນ, ສັງຄົມ ບົນພື້ນຖານ ປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ບັນດາເຕັກໂນໂລຢີໃໝ່; ສືບຕໍ່ພ້ອມກັນຮັດແຄບໄລຍະຫ່າງພັດທະນາ; ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂະແໜງຂຸດຄົ້ນແຮ່ທາດ…

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບ ແຮ່ທາດ ຄັ້ງທີ 21 ຖືກດຳເນີນໃນລະຫວ່າງວັນທີ 06 – 08 ຕຸລາ, ລວມມີ 2 ວາລະ. ກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນ: ສະເໜີໃຫ້ປະຕິບັດຈາກອງປະຊຸມ ອາຊຽນ; ສະພາບການປະຕິບັດແຜນການປະຕິບັດງານຂອງ ອາຊຽນ ກ່ຽວກັບແຮ່ທາດ; ອັບເດດສະພາບການຮ່ວມມືດ້ວຍເວທີປາໄສລະຫວ່າງລັດຖະບານໃນການຂຸດຄົ້ນ, ແຮ່ທາດ, ໂລຫະ ແລະ ພັດທະນາແບບຍືນຍົງ; ລາຍງານຄວາມຄືບໜ້າຂອງໂຄງການເພີ່ມທະວີການຮ່ວມມື ອາຊຽນ ກ່ຽວກັບແຮ່ທາດ; ບົດລາຍງານຂອງບັນດາສະຫະສະມາຄົມຂຸດຄົ້ນແຮ່ທາດ ອາຊຽນ; ຮັບຮອງເອົາແຜນການດຳເນີນການຮ່ວມມື ອາຊຽນ ກ່ຽວກັບ ແຮ່ທາດ (AMCAP – III) ໄລຍະ 2 ປີ 2021 – 2025.

Link: https://huunghivietlao.thoidai.com.vn/detail-article-11512.html

In bài biết