15:11 | 02/10/2021

ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ

ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ
ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ
ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ
ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ. (ພາບ: TTXVN)

ໃນສານອວຍພອນ, ບັນດາການນຳພັກ, ລັດ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ປະເທດ ຈີນ ບັນລຸໄດ້ໃນໄລຍະ 72 ປີຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປະຊາຊົນ ຈີນ ຈະປະຕິບັດບັນດາເປົ້າໝາຍ, ໜ້າທີ່ຍຸດທະສາດໂດຍກອງປະຊຸມໃຫຍ່ຊຸດທີ XIX ຂອງ ພັກກອມມູນິດ ຈີນ ວາງອອກຢ່າງມີໄຊ, ກ້າວໄປສູ່ເສັ້ນທາງອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍ 100 ປີ ເທື່ອທີສອງ - ສ້າງສາປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສວຍງາມ.

ບັນດາການນຳພັກ, ລັດ ຫວຽດນາມ ກໍຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນການນຳສາຍພົວພັນລະຫວ່າງ ຫວຽດນາມ - ຈີນ ພັດທະນາຢ່າງປອດໃສ, ມີສະຖຽນລະພາບ; ພ້ອມແລ້ວທີ່ຈະພ້ອມກັບ ຈີນ ເພີ່ມທະວີການຮ່ວມມືຢ່າງຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາຢ່າງມີສະຖຽນລະພາບ ແລະ ຍືນຍົງ; ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດນີ້, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11459.html

In bài biết