Newhaven ຈັດຕັ້ງເຫດການວັດທະນະທຳຫວຽດນາມ
![]() |
ເຫດການ “ພົບປະກັບຫວຽດນາມຢູ່ Newhaven” (ພາບ: quangngaitv.vn) |
ທີ່ເຫດການ, ປະຊາຊົນທ້ອງຖິ່ນໄດ້ມີກາລະໂອກາດຊອກຮູ້ກ່ຽວກັບປະເທດຊາດ, ປະຫວັດສາດ, ວັດທະນະທຳແລະຊາວຫວຽດນາມ ຜ່ານບັນດາຊຸດພາບຖ່າຍບັນດາມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະບໍ່ເປັນວັດຖຸຂອງຫວຽດນາມເຊິ່ງ UNESCO ໄດ້ຮັບຮອງເອົາ, ພ້ອມທັງຊິມບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຫວຽດນາມ.
ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາຊະອານາຈັກອັງກິດຫງວຽນຮ່ວາງລອງໄດ້ຫວນຄືນໄລຍະເວລາທ່ານປະທານໂຮ່ຈີມິນດຳລົງຊີວິດແລະເຮັດວຽກຢູ່ ລອນດອນ ນັບແຕ່ປີ 1913 ຫາປີ 1917 ແລະໄລຍະເພີ່ນເຮັດວຽກຢູ່ ເຮືອDeppie-Newhaven, ເຊິ່ງໄດ້ຕັ້ງພື້ນຖານໃຫ້ແກ່ການພົວພັນມິດຕະພາບຫວຽດນາມແລະ Newhaven ເວົ້າສະເພາະກໍ່ຄືການພົວພັນລະຫວ່າງຫວຽດນາມ - ອັງກິດເວົ້າລວມ.
ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມແລະ Newhaven ແລະການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ພິເສດແມ່ນເມື່ອສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023 ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ບຸນຄົງ