14:06 | 28/09/2021

ຫວຽດນາມ ພ້ອມແລ້ວທີ່ຈະເປັນສູນກາງປະດິດສ້າງດ້ານອາຫານ

ຫວຽດນາມ ປະສົບຜົນສຳເລັດໃນການຜະລິດວັກຊີນ Sputnik V ຊຸດທຳອິດ ຫວຽດນາມ ປະສົບຜົນສຳເລັດໃນການຜະລິດວັກຊີນ Sputnik V ຊຸດທຳອິດ
ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65 ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ວ່າການ ອາຍຸການ 2021 – 2023 ກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65

ສືບຕໍ່ເຂົ້າຮ່ວມການປຶກສາຫາລືລະດັບສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ໃນຕອນເຊົ້າຂອງວັນທີ 24 ກັນຍາ, ໃນບົດກ່າວປາໄສທີ່ບັນທຶກໄວ້ລ່ວງໜ້າ ຈະສົ່ງໄປກອງປະຊຸມສຸດຍອດດ້ວຍຮູບການອອນໄລ ຂອງສະຫະປະຊາຊາດ ກ່ຽວກັບລະບົບອາຫານ ໂດຍ ທ່ານເລຂາທິການໃຫຍ່ António Guterres ເປັນປະທານ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຢືນຢັນຄວາມພ້ອມຂອງຫວຽດນາມ ເພື່ອກາຍເປັນ “ສູນກາງປະດິດສ້າງດ້ານອາຫານ” ຢູ່ພາກພື້ນ.

ຫວຽດນາມ ພ້ອມແລ້ວທີ່ຈະເປັນສູນກາງປະດິດສ້າງດ້ານອາຫານ
ທ່ານປະທານປະເທດຫງວຽນຊວນຟຸກ. ພາບ:TTXVN

ທ່ານປະທານປະເທດຫງວຽນຊວນຟຸກ ເນັ້ນໜັກວ່າ ຢູ່ຫວຽດນາມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນພື້ນຖານເພື່ອລົບລ້າງຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເປັນໂອກາດພັດທະນາກະສິກຳຕາມທິດ “ຈະແຈ້ງ, ມີຄວາມຮັບຜິດຊອບ, ຍືນຍົງ”.

ຈາກປະສົບການຂອງຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີ 6 ວິທີແກ້ໄຂ ເພື່ອຫັນປ່ຽນລະບົບອາຫານການກິນໄປຕາມທິດຍືນຍົງ:

1. ຮັບປະກັນການພັດທະນາກະສິກໍາສີຂຽວ, ມີການປ່ອຍອາຍພິດຕ່ຳ, ປັບຕົວເໝາະສົມກັບການປ່ຽນແປງດິນຟ້າອາກາດ ແລະ ການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດ COVID-19.

2. ການລົງທຶນພັດທະນາພື້ນຖານໂຄງລ່າງດ້ານກະສິກໍາ, ຮັບໃຊ້ການຜະລິດ ແລະ ການພັດທະນາເສດຖະກິດຊົນນະບົດຢ່າງຄົບຊຸດ.

3. ສົ່ງເສີມບົດບາດເຈົ້າການຂອງຊາວກະສິກອນ.

4. ຊຸກຍູ້ໃຫ້ພາກເອກະຊົນ ເຂົ້າຮ່ວມການລົງທຶນທີ່ມີຄວາມຮັບຜິດຊອບ.

5. ປະດິດສ້າງ ແລະ ການນຳໃຊ້ຄວາມກ້າວໜ້າທາງດ້ານເຕັກນິກ.

6. ທະວີຄູນຮູບແບບຮ່ວມມືພາກລັດ-ເອກະຊົນຢ່າງມີປະສິດທິພາບ.

ຮູບແບບຄວາມໝັ້ນຄົງດ້ານສະບຽງອາຫານຕົວຈິງ ຢູ່ຫວຽດນາມມີຊື່ເອີ້ນວ່າ "ສວນຄົວຂອງຂ້ອຍ", ເຊິ່ງເປັນຕົວແບບປະດິດສ້າງໃນການແບ່ງປັນຄຸນຄ່າ, ຄວາມຮັບຜິດຊອບ, ການກະທໍາ ແລະ ຜົນປະໂຫຍດ. ຫວຽດນາມ ເຕັມໃຈທີ່ຈະແບ່ງປັນປະສົບການ ແລະ ຮຽກຮ້ອງໃຫ້ມີການສະໜັບສະໜູນຈາກປະຊາຄົມສາກົນ ເພື່ອຂະຫຍາຍແບບແຜນການລິເລີ່ມນີ້່.

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີບັນດາປະເທດຕ້ອງເປີດກວ້າງການຮ່ວມມືສາກົນ ໃນການຄົ້ນຄວ້າ, ຄາດຄະເນ ແລະ ສ້າງລະບົບຂໍ້ມູນຂ່າວສານ ເພື່ອເຕືອນຄວາມສ່ຽງກ່ຽວກັບໄພພິບັດທໍາມະຊາດ, ໂລກລະບາດ ແລະ ການຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທີ່ດິນ, ປ່າໄມ້, ນໍ້າ, ຊີວະສາດນາໆພັນ, ແຫຼ່ງນໍ້າຂ້າມຊາຍແດນ ແລະ ຊັບ​ພະ​ຍາ​ກອນທະເລ ແບບຍືນຍົງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11392.html

In bài biết