15:23 | 20/09/2021

ສຳເນົາເອກະສານຂອງວັກຊິນ Nano Covax ໄດ້ສົ່ງໄປເຖິງສະພາໃຫ້ຄຳປຶກສາການອອກໃບຈົດທະບຽນການນຳໃຊ້ຢາ

ແມ່ຍິງເຊື້ອສາຍຫວຽດນາມ ດຳລົງຕຳແໜ່ງ ຜູ້ອຳນວຍການບໍລິຫານຂອງໂຄງການແບ່ງປັນວັກຊີນ COVAX ແມ່ຍິງເຊື້ອສາຍຫວຽດນາມ ດຳລົງຕຳແໜ່ງ ຜູ້ອຳນວຍການບໍລິຫານຂອງໂຄງການແບ່ງປັນວັກຊີນ COVAX
ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3 ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3
ພາບປະກອບ
ພາບປະກອບ

ສະພາຈັນຍາບັນ ໄດ້ຮັບຮອງເອົາບົດລາຍງານການຄົ້ນຄ້ວາທົດລອງສັກວັກຊິນຕໍ່ຄົນ ກາງໄລຍະທີ 3 ກັບວັກຊິນ Nano Covax. ວັກຊິນ Nano Covax ກໍ່ບັນລຸໄດ້ບັນດາຄວາມຕ້ອງການກ່ຽວກັບຄວາມປອດໄພ ແລະ ລັກສະນສ້າງພູມຕ້ານທານ.

ໂດຍໄດ້ຮູ້ວ່າ ສຳເນົາເອກະສານ, ຖານຂໍ້ມູນຂອງ ວັກຊິນ Nano Covax ທັງໝົດໄດ້ສົ່ງໄປເຖິງ ຄະນະປະຈຳສະພາໃຫ້ຄຳປຶກສາອອກໃບຈົດທະບຽນນຳໃຊ້ຢາ, ວັດຖຸດິບຜະລິດຢາ (ສະພາໃຫ້ຄຳປຶກສາ). ກະຊວງສາທາລະນະສຸກໄດ້ສືບຕໍ່ພິຈາລະນາກ່ອນທີ່ຈະຍື່ນສະເໜີຕໍ່ກະຊວງສາທາລະນະສຸກ ເພື່ອສະເໜີອອກໃບອະນຸຍາດໂດຍດ່ວນ.

ນີ້ແມ່ນຄັ້ງທີ 2, ສະພາຈັນຍາບັນ ໄດ້ຈັດກອງປະຊຸມປະເມີນໝາກຜົນການທົດລອງສັກວັກຊິນ Nano Covax ຕໍ່ຄົນ ໄລຍະທີ 3.

ກ່ອນໜ້ານັ້ນໃນວັນທີ 27 ສິງຫາ, ສະພາຈັນຍາບັນ ໃຫ້ຮູ້ວ່າ ໄດ້ຕົກລົງເຫັນດີຕໍ່ໝາກຜົນຂອງການທົດລອງສັກວັກຊິນ Nano Covax ຕໍ່ຄົນໄລຍະ 3.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-11245.html

In bài biết