18:30 | 19/09/2021

ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ

Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ  Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ”
ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ເລີ່ມ​ຕົ້ນ​ການ​ເດີນ​ທາງມາ​ຢ້​ຽມ​ຢາມ ຫວຽດ​ນາມ ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ເລີ່ມ​ຕົ້ນ​ການ​ເດີນ​ທາງມາ​ຢ້​ຽມ​ຢາມ ຫວຽດ​ນາມ

ນີ້ແມ່ນກິດຈະກໍາພາຍໃນຂອບໂຄງການ “ການຮ່ວມມືຄົ້ນຄ້ວາແລກປ່ຽນປະສົບການ ໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ ລະຫວ່າງ ຫວຽດນາມ ແລະ ຈີນ” ທີ່ຈັດຕັ້ງປະຕິບັດພາຍໃຕ້ສັນຍາວ່າດ້ວຍການຮ່ວມມືຄົ້ນຄວ້າ ແລະ ຄຸ້ມຄອງສິ່ງແວດລ້ອມທະເລ ແລະ ໝູ່ເກາະໃນອ່າວພາກເໜືອ (ຂໍ້ຕົກລົງ) ລົງວັນທີ 13 ຕຸລາ 2013 ລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ແລະ ກົມຄຸ້ມຄອງມະຫາສະໝຸດແຫ່ງຊາດຈີນ.

ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ
ທ່ານ ຫງວຽນເກວເລີມ, ຮອງຫົວໜ້າກົມໃຫຍ່ກົມທະເລ ແລະ ໝູ່ເກາະຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: baotainguyenvamoitruong)

ໃນກອງປະຊຸມນີ້, ທັງສອງຝ່າຍໄດ້ແລກປ່ຽນໝາກຜົນທີ່ບັນລຸໄດ້ຂອງໂຄງການ ກ່ຽວກັບສະພາບຕົວຈິງສິ່ງແວດລ້ອມ ແລະ ນິເວດວິທະຍາຂອງອ່າວພາກເໜືອ ໃນປະຈຸບັນ, ແລະ ຈາກນັ້ນ ກໍ່ໄດ້ສະເໜີວິທີແກ້ໄຂການຄຸ້ມຄອງທີ່ເໝາະສົມ. ທັງສອງຝ່າຍໄດ້ຕົກລົງເປັນເອກະພາບ ແລະ ລາຍງານຕໍ່ການນຳຂັ້ນເທິງຂອງຕົນ ຕາມການສະເໜີຂອງແຕ່ລະຝ່າຍ ກ່ຽວກັບທິດທາງການຮ່ວມມື ແລະ ການຄົ້ນຄວ້າໃນຕໍ່ໜ້າ.

ປະເທດຫວຽດນາມ ໄດ້ສະເໜີ 03 ເນື້ອໃນ: ຄົ້ນຄວ້າສະພາບປັດຈຸບັນ ຂອງສະພາບແວດລ້ອມທາດກຳມັນຕະພາບລັງສີຢູ່ໃນທະເລ ແລະ ຕະກອນຢູ່ພື້ນທະເລໃນອ່າວພາກເໜືອ, ການຮ່ວມມືຄົ້ນຄ້ວາກ່ຽວກັບມົນລະພິດຂີ້ເຫຍື້ອທະເລ ແລະ ມົນລະພິດຢາງໃນເຂດອ່າວພາກເໜືອ; ການຮ່ວມມືດ້ານເຕັກໂນໂລຢິ ເພື່ອຄາດຄະເນນ້ຳຍຶ່ງຂຶ້ນຍ້ອນພະຍຸໃນທະເລ.

ປະເທດຈີນ ໄດ້ສະເໜີ 03 ເນື້ອໃນ: ສ້າງກົນໄກການຮ່ວມມື ໃນການຄຸ້ມຄອງສິ່ງແວດລ້ອມ ແລະ ນິເວດວິທະຍາຂອງອ່າວພາກເໜືອ; ການຮ່ວມມືໃນການອະນຸລັກສິ່ງແວດລ້ອມ ແລະ ລະບົບນິເວດທະເລ ຢູ່ເຂດປ່າຊາຍເລນ ປາກນໍ້າ ບາກລານ; ການຮ່ວມມືໃນການລ້ຽງສິນໃນນ້ຳ.

ໃນໄລຍະຈະມາເຖິງ, ກົມໃຫຍ່ທະເລ ແລະ ໝູ່ເກາະຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບສະຖາບັນມະຫາສະໝຸດເລກທີ 3 ແລະ ບັນດາອົງການທີ່ກ່ຽວຂ້ອງທີ່ຂຶ້ນກັບກະຊວງຊັບພະຍາກອນທຳມະຊາດ ຈີນ ເພື່ອສືບຕໍ່ແລກປ່ຽນໃນການສ້າງຖານຂໍ້ມູນລວມກ່ຽວກັບການຄຸ້ມຄອງສິ່ງແວດລ້ອມນິເວດວິທະຍາທາງທະເລຢູ່ອ່າວພາກເໜືອໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້; ຊຸກຍູ້ການແລກປ່ຽນຄວາມຕ້ອງການ ແລະ ແນວຄວາມຄິດການຮ່ວມມື ແລະ ການຄົ້ນຄ້ວາຢູ່ໃນເຂດອ່າວພາກເໜືອ ສໍາລັບໄລຍະຕໍ່ໄປ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11228.html

In bài biết