13:30 | 18/09/2021

ໜູນຊ່ວຍສະຫວັດດີການສັງຄົມ ສໍາລັບຫ້ອງຮຽນອະນຸບານເອກະຊົນ 721 ຫ້ອງ ຢູ່ຮ່າໂນ້ຍ

ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ
ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ  ໃນ 6 ເດືອນ ທ້າຍປີ 2020 ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ ໃນ 6 ເດືອນ ທ້າຍປີ 2020

ບັນດາທ້ອງຖິ່ນ ໄດ້ໜູນຊ່ວຍແຮງງານ 132 ຄົນທີ່ເຮັດວຽກຢູ່ສະຖາບັນການສຶກສາທີ່ເອກະຊົນ ໃນລະດັບອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະ ການສຶກສາວິຊາຊີບ ທີ່ຕ້ອງຢຸດສັນຍາແຮງງານ ໃນລະຫວ່າງວັນທີ 1 ພຶດສະພາ 2021 ຫາວັນທີ 31 ທັນວາ 2021. ຈຳນວນເງິນໜູນຊ່ວຍກຸ່ມເປົ້າໝາຍນີ້ແມ່ນ 200 ລ້ານດົ່ງ.

ໜູນຊ່ວຍສະຫວັດດີການສັງຄົມ ສໍາລັບຫ້ອງຮຽນອະນຸບານເອກະຊົນ 721 ຫ້ອງ ຢູ່ຮ່າໂນ້ຍ
ພາບປະກອບ

ນະຄອນຫຼວງຮ່າໂນ້ຍໄດ້ອະນຸມັດນະໂຍບາຍໜູນຊ່ວຍໃຫ້ແຮງງານ 1,305 ຄົນ ທີ່ເຮັດວຽກຢູ່ສະຖາບັນການສຶກສາພາກເອກະຊົນຢູ່ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະ ການສຶກສາວິຊາຊີບ ທີ່ໄດ້ເຊັນສັນຍາແຮງງານ, ຢຸດວຽກແບບບໍ່ໄດ້ຮັບເງິນ ເນື່ອງຈາກ ສະຖາບັນການສຶກສາຕ້ອງຢຸດການເຄື່ອນໄຫວ. ຈຳນວນເງິນສະໜັບສະໜູນກຸ່ມນີ້ແມ່ນ 2,82 ຕື້ດົ່ງ.

ທັງໝົດ 30/30 ເມືອງ, ເທດສະບານຂອງນະຄອນ ໄດ້ສໍາເລັດການເບີກຈ່າຍໜູນຊ່ວຍໃຫ້ 282,654 ຄົນທີ່ຈັດເຂົ້າປະເພດຜູ້ທີ່ມີຄຸນງາມຄວາມດີ; ການອຸປະຖຳສັງຄົມ; ຄົວເຮືອນທີ່ທຸກຍາກ.

ດັ່ງນັ້ນ, ມາຮອດຈຸດນີ້ ນະໂຍບາຍໜູນຊ່ວຍເງິນສົດໂດຍກົງສະເພາະຂອງຮ່າໂນ້ຍ ໄດ້ເຂົ້າເຖິງເກືອບ 285.000 ຄົນ ແລະ ຄົວເຮືອນດ້ວຍຍອດເງິນທັງໝົດ ເກືອບ 288 ຕື້ດົ່ງ, ໄດ້ຮັບທຶນຈາກງົບປະມານຂອງນະຄອນ. ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຕ່າງໆໃນນະຄອນ ໄດ້ລະດົມແຫຼ່ງກຳລັງສັງຄົມ ເພື່ອໜູນຊ່ວຍສະບຽງອາຫານ, ສິນຄ້າ... ຢ່າງຮີບດ່ວນ ໃຫ້ປະຊາຊົນເກືອບ 700.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ມູນຄ່າແຫຼ່ງຊັບພະຍາກອນທັງໝົດທີ່ໄດ້ໃຊ້ຈ່າຍ ເພື່ອໜູນຊ່ວຍແມ່ນເກືອບ 211 ຕື້ດົ່ງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-11207.html

In bài biết