06:25 | 12/09/2021

ຊາວ​ກຳ​ປູ​ເຈຍເຊື້ອ​ຊາດ ຫວຽດ​ນາມ ​ນັບ​ພັນ​ຄອບ​ຄົວ​ສືບ​ຕໍ່​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ

ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ
ວັນ​ທີ 22 ເມ​ສາ, ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ປູ​ເຈຍ ວັນ​ທີ 22 ເມ​ສາ, ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ປູ​ເຈຍ
ຊາວ​ກຳ​ປູ​ເຈຍເຊື້ອ​ຊາດ ຫວຽດ​ນາມ ​ນັບ​ພັນ​ຄອບ​ຄົວ​ສືບ​ຕໍ່​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ
ທ່ານ​ຫວ​ໍ​ຕວັນ​ງອກ ຫົວ​ໜ້າ​ຫ້ອງ​ການ​ປະ​ຕິ​ບັດ​ງານ​ທາງ​ສັງ​ຄົມ ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ (ພາບ: VOV)

ການ​ໜູນ​ຊ່ວຍ​ຄັ້ງ​ນີ້​ ນອນ​ໃນ​ໂຄງ​ການ​ໜູນ​ຊ່ວ​ຍ​ຮີບ​ດ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ​ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແຕ່​ຕົ້ນ​ປີ ມາ​ຮອດ​ປັດ​ຈຸ​ບັນ.

ໃນ 2 ເດືອນ​ຜ່ານ​ມາ, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ສະ​ໜອງ​ການ​ໜູນ​ຊ່ວຍ​ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະ​ຊາ​ຊົນ​ກ່​ວາ 800 ຄອບ​ຄົວ​ຢູ່​ເຂດ​ແຍກ​ຕົວ​ ແລະ ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ແຂວງຈຳ​ນວນ​ໜຶ່ງ ​ຄື: Kandal, Siem Reap, Kampong Chhnang ແລະ Prey Veng.

ນັບ​ແຕ່​ຕົ້ນ​ປີມ​ານີ້, ກອງ​ທຶນ​ໜູນ​ຊ່ວຍ​ປະ​ຊາ​ຄົມ​ຂອງ ສະ​ຖານ​ທູດ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ໃຫ້​ແກ່ກ່​ວາ 10.000 ຄ​ອບ​ຄົວ ຂຶ້ນ​ກັບ 14 ແຂວງ​, ນະ​ຄອນ​ຢູ່​ກຳ​ປູ​ເຈຍ.

​ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-11097.html

In bài biết