17:05 | 05/09/2021

ນະຄອນໂຮ່ຈີມິນ ວິເຄາະກວດຫາເຊື້ອພະຍາດໂດຍບໍ່ເສຍຄ່າ ສຳລັບຜູ້ຂົນສົ່ງທັງໝົດ

ນະຄອນໂຮ່ຈີມິນ ນຳຢາ Molnupiravir ເພື່ອປິ່ນປົວ F0 ທີ່ມີອາການບໍ່ຮຸນແຮງ ນະຄອນໂຮ່ຈີມິນ ນຳຢາ Molnupiravir ເພື່ອປິ່ນປົວ F0 ທີ່ມີອາການບໍ່ຮຸນແຮງ
ນະຄອນໂຮ່ຈີມິນ ເປີດຕົວທີມ shipper ອາສາສະໝັກ ນະຄອນໂຮ່ຈີມິນ ເປີດຕົວທີມ shipper ອາສາສະໝັກ

ພະແນກອຸດສາຫະກຳ ແລະ ການຄ້າຂອງນະຄອນໂຮ່ຈີມິນ ໄດ້ເປີດເຜີຍລາຍຊື່ສຸກສາລາເຄື່ອນທີ່ ຈຳນວນ 400 ແຫ່ງໃນ 312 ຕາແສງ ແລະ ເທດສະບານເມືອງເພື່ອໃຫ້ຜູ້ຂົນສົ່ງ ໄດ້ຮັບການກວດວິເຄາະຢ່າງສະດວກທີ່ສຸດ. ໃນເວລາດຽວກັນ, ກໍ່ສະໜອງເສັ້ນທາງການເຊື່ອມຕໍ່ (link) ໃນຖານຂໍ້ມູນຂອງພະແນກ: http://congthuong.hochiminhcity.gov.vn/tra-cuu-shipper ເພື່ອໃຫ້ຜູ້ຂົນສົ່ງສາມາດກວດສອບໄດ້ວ່າ ພວກເຂົາສາມາດເຄື່ອນໄຫວຂົນສົ່ງໄດ້ຫຼືບໍ່.

ນະຄອນໂຮ່ຈີມິນ ວິເຄາະກວດຫາເຊື້ອພະຍາດໂດຍບໍ່ເສຍຄ່າ ສຳລັບຜູ້ຂົນສົ່ງທັງໝົດ
ນະຄອນໂຮ່ຈີມິນ ວິເຄາະກວດຫາເຊື້ອພະຍາດໂດຍບໍ່ເສຍຄ່າ ສຳລັບຜູ້ຂົນສົ່ງທັງໝົດ. ພາບປະກອບ

ກໍ່ໃນມື້ດຽວກັນ, ລະບົບຂາຍຍ່ອຍຈຳນວນໜຶ່ງ ຢູ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໄດ້ມີແຜນການທີ່ຈະເຮັດວຽກຮ່ວມກັບບໍລິສັດຂົນສົ່ງເຕັກໂນໂລຢີ ເພື່ອຊຸກຍູ້ລະດັບຄວາມຄືບໜ້າການຈັດສົ່ງສິນຄ້າ ໃຫ້ແກ່ປະຊາຊົນ, ແກ້ໄຂການສົ່ງອອກສິນຄ້າຄົງຄ້າງໃນສາງ. ພິຈາລະນາເປີດຊ່ອງທາງການຂາຍອອນໄລຄືນໃໝ່.

ອີງຕາມພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ແລ້ວ, ຜູ້ຂົນສົ່ງປະມານ 17,449 ຄົນ ໄດ້ຮັບການສັກຢາເຂັມທຳອິດຢູ່ໃນ 22 ຕາແສງ ແລະ ເມືອງ Thu Duc ນັບແຕ່ເວລາ 0:00 ໂມງຂອງວັນທີ 28 ສິງຫາ. ຄາດວ່າເມືອງ Thu Duc ຈະສາມາດລະດົມຜູ້ຂົນສົ່ງ 25,000 ຄົນ ເຂົ້າຮ່ວມການຂົນສົ່ງໃນຊ່ວງເວລາແຍກຫ່າງສັງຄົມນີ້.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-10987.html

In bài biết