06:16 | 31/08/2021

ຫວຽດ​ນາມ​ມີ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ຢ່າງຫ​ນ້ອຍ​ສຸດ 10 ​ແຫ່ງ​ທີ່ນອນ​ໃນ​ບັນ​ຊີ​ລາຍ​ຊື່​ສີຂຽວ​ທົ່ວ​ໂລກ ໃນ​ປີ 2030

ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ
ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ
ຫວຽດ​ນາມ​ມີ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ຢ່າງຫ​ນ້ອຍ​ສຸດ 10 ​ແຫ່ງ​ທີ່ນອນ​ໃນ​ບັນ​ຊີ​ລາຍ​ຊື່​ສີຂຽວ​ທົ່ວ​ໂລກ ໃນ​ປີ 2030
ພາບ​ປະ​ກອບ: TTXVN

ຮ່າງ​​ຍຸດ​ທະ​ສາດ​ໄດ້​ຕັ້ງ​ເປົ້າ​ໝາຍ​​ຮອດ​ປີ 2030 ບັນ​ດາ​ລະ​ບົບ​ນິ​ເວດ​ທຳ​ມະ​ຊາດສຳ​ຄັນ​ທີ່ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ຟື້ນ​ຟູ, ເພີ່ມ​ເນື້ອ​ທີ່​ບັນ​ດາເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໃນ​ດິນ​ຕໍ່​ແຜ່ນ ບັນ​ລຸ​ໄດ້​ຢ່າງ​ໜ້ອຍ​ສຸດ 9% ເນື້ອ​ທີ່​ຜືນ​ແຜ່ນ​ດິນຂອງ ຫວຽດ​ນາມ, ມີ​ເຂດ​ອະ​ນຸ​ລັກ​ທະ​ເລຕື່ມ​ອີກ 12 ແຫ່ງ.

ຮ່າງ​ດັ່ງກ່າວ ​ກໍ່​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຟື້ນ​ຟູ 20% ເນື້ອ​ທີ່​ລະ​ບົບ​ນິ​ເວດ​ທຳ​ມະ​ຊາດ​ທີ່​ຖື​ກ​ຊຸດ​ໂຊມ, ບຸ​ລິ​ມະ​ສິດ​ຟື້ນ​ຟູ​ໃຫ້​ແກ່​ບັນ​ດາ​ລະ​ບົບ​ນິ​ເວດ​ຢູ່​ບັນ​ດາ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ, ປ່າ​ສະ​ຫງວນ, ຟື້ນ​ຟູ​ເຂດ​ປະກາ​ລັງ...

ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ, ຮ່າງ​ສະບັບນີ້ໄດ້​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ສຳ​ເລັດ​ນະ​ໂຍ​ບາຍ, ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ຄຸ້ມ​ຄອງ, ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ພັດ​ທະ​ນາ, ຖ່າຍ​ທອດ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ໜ້າ​ເຂົ້າ​ໃນ​ການ​ອະ​ນຸ​ລັກ ແລະ ນຳ​ໃຊ້​ຊີ​ວະ​ນາໆ​ພັນ​ແບບ​ຍືນ​ຍົງ, ຮັບ​ປະ​ກັນ​ແຫຼ່ງ​ການ​ເງິນ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ, ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ການ​ອະ​ນຸ​ລັກ, ນຳ​ໃຊ້​ຊີ​ວະ​ນາໆ​ພັນ​ແບບ​ຍື​ນຍົງ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-10905.html

In bài biết