12:26 | 25/08/2021

ອາຫານຫຼາຍກວ່າ 50.000 ຈານ ຈາກ "ນ້ຳໃຈຂອງວິສາຫະກິດໜຸ່ມຮ່າໂນ້ຍ"

ນະ​ຄອ​ນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ບ້ວງ​ເງິນ 26.000 ຕື້​ດົ່ງ​ຂອງ ລັດ​ຖະ​ບານ ນະ​ຄອ​ນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ບ້ວງ​ເງິນ 26.000 ຕື້​ດົ່ງ​ຂອງ ລັດ​ຖະ​ບານ
ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.
ອາຫານຫຼາຍກວ່າ 50.000 ຈານ ຈາກ
ທຸກມື້, ບັນດາເຮືອນຄົວ ແລະຜູ້ອາສາສະໝັກຈະກະກຽມການປຸງແຕ່ງ, ເອົາອາຫານໃສ່ກັບ. ພາບ:hanoimoi.com.vn

ດ້ວຍການຮ່ວມມື ແລະການສະໜັບສະໜູນຂອງສະມາຄົມນັກທຸລະກິດໜຸ່ມຮ່າໂນ້ຍ (ສະຫະພັນຊາວໜຸ່ມຫວຽດນາມ ນະຄອນຮ່າໂນ້ຍ), ສະມາຄົມຊາວກະສິກອນນະຄອນ ພ້ອມກັບບັນດາສ່ວນບຸກຄົນ ແລະອົງການຈັດຕັ້ງ, ທຸກມື້ຈະມີອາຫານຟຣີນັບພັນຈານ, ຮັບປະກັນຫຼັກອະນາໄມ ແລະຄວາມປອດໄພດ້ານອາຫານ ເຊິ່ງທີ່ໄດ້ສົ່ງໃຫ້ແກ່ຄົນເຈັບຜູ້ທີ່ທຸກຍາກ, ຄົນງານ, ກໍາມະກອນ, ນັກຮຽນທຸກຍາກ, ຄອບຄົວທີ່ດ້ອຍໂອກາດ, ຄົນພິການ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ສະມາຄົມນັກທຸລະກິດໜຸ່ມຮ່າໂນ້ຍ ແລະບັນດາວິສາຫະກິດສະມາຊິກ ໃຫ້ຄຳໝັ້ນສັນຍາສະໜັບສະໜູນອາຫານຢ່າງໜ້ອຍສຸດ 50.000 ຈານ (ແຕ່ລະຈານແມ່ນ 25.000 ດົ່ງ) ໃນໄລຍະທີ 3 ຂອງໂຄງການ.

ທຸກມື້, ບັນດາເຮືອນຄົວ ແລະຜູ້ອາສາສະໝັກຈະກະກຽມການປຸງແຕ່ງ, ເອົາອາຫານໃສ່ກັບ. ຫຼັງຈາກນັ້ນ, ສະໂມສອນລົດກະບະພຸມີພາກ ຫວຽດນາມ (ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ) ຈະຂົນສົ່ງໂດຍບໍ່ເສຍຄ່າໄປຍັງບັນດາສະຖານທີ່ທີ່ໄດ້ລົງທະບຽນ; ປະສານງານກັບບັນດາຮາກຖານຄະນະຊາວໜຸ່ມເພື່ອສົ່ງໂດຍກົງຫາຜູ້ຮັບ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-10810.html

In bài biết