10:54 | 25/08/2021

ຫວຽດນາມ ຈະກາຍເປັນປະເທດ “ມະຫາອຳນາດດ້ານພະລັງງານສີຂຽວ” ຢູ່ອາຊີ

ຫວຽດນາມກວມເອົາ 87% ຍອດນໍາເຂົ້າເຂົ້າສານທັງໝົດຂອງຟີລິບປິນ ຫວຽດນາມກວມເອົາ 87% ຍອດນໍາເຂົ້າເຂົ້າສານທັງໝົດຂອງຟີລິບປິນ
ບັນດາສະຖານທີ່ຖ່າຍຮູບງາມທີ່ສຸດ ຢູ່ ຫວຽດນາມ ບັນດາສະຖານທີ່ຖ່າຍຮູບງາມທີ່ສຸດ ຢູ່ ຫວຽດນາມ
ພາບປະກອບ
ພາບປະກອບ

ຕາມ Techwire Asia ແລ້ວ, ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມເຂັ້ມງວດໃນການເດີນຕາມວິວັດທະນາການຫັນປ່ຽນພະລັງງານສີຂຽວ, ພິເສດແມ່ນເມື່ອນຳໃຊ້ໄຟຟ້າຈາກພະລັງງານແສງຕາເວັນ.

ຕາມບົດລາຍງານຂອງທະນາຄານໂລກ (WB) ແລ້ວ, ປະຈຸບັນ ຫວຽດນາມມີສະມັດຕະພາບໃນການຕິດຕັ້ງພະລັງງານແສງຕາເວັນສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ສາມາດຜະລິດພະລັງງານໄຟຟ້າໄດ້ 16,500 ເມກາວັດ ໃນທ້າຍປີ 2020.

ຕາມການສະຖິຕິຂອງອົງການພະລັງງານທົດແທນຄືນໃໝ່ສາກົນ (IRENA) ແລ້ວ, ໄລ່ຮອດທ້າຍປີ 2020, ຫວຽດນາມ ນອນໃນ top 10 ປະເທດທີ່ມີສະມັດຕະພາບຕິດຕັ້ງພະລັງງານແສງຕາເວັນສູງທີ່ສຸດໃນໂລກ..

ບັນດາຜູ້ຊ່ຽວຊານດ້ານການຕະຫຼາດຄາດຄະເນວ່າ ຖ້າຫວຽດນາມສືບຕໍ່ຮັກສາການຂະຫຍາຍພະລັງງານທົດແທນຄືນໃໝ່ຢ່າງໄວຄືໃນສອງປີຜ່ານມາ, ຫວຽດນາມ ຈະສືບຕໍ່ຫຍັບຂຶ້ນສູງກວ່າໃນຕະຕາລາງຈັດອັນດັບ, ມີຄວາມອາດສາມາດລື່ນກາຍບັນດາປະເທດເຊັ່ນ: ອົດສະຕາລີ ແລະ ອີຕາລີກ່ຽວກັບການພັດທະນາພະລັງງານທົດແທນຄືນໃໝ່ ແລະ ບັນດາວິທີແກ້ໄຂພະລັງງານທີ່ມີຫົວຄິດປະດິດສ້າງ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-10804.html

In bài biết