10:12 | 30/07/2021

ພິທີໄວ້ອາໄລທະຫານອາສາສະໝັກ ຈີນ ທີ່ແຂວງລ້າງຢາງ

ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ
ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ

ບັນດາຜູ້ແທນ ໄດ້ໄປວາງພວງມາລາ ແລະ ໃຕ້ທູບທຽນໄຫວ້ອາໄລ ແຕ່ລະຂຸມ​ຝັງສົບທີ່ເປັນນັກຮົບອາສາສະໝັກຈີນ​ ທີ່ເສຍຊີວິດ ໃນເວລາປະຕິບັດໜ້າທີ່ຊ່ວຍເຫຼືອຫວຽດນາມໃນພາ​ລະ​ກິດປົດປ່ອຍຊາດ. ການເສຍສະຫຼະຢ່າງກ້າຫານຂອງບັນດາສະຫາຍ ໄດ້ເຮັດໃຫ້ສາຍພົວພັນມິດຕະພາບ “ທັງເປັນສະຫາຍ ທັງເປັນອ້າຍນ້ອງ” ​ມີ​ຄວາມ​ເລິກ​ເຊິ່ງກວ່າ​ອີກ ໂດຍປະທານໂຮ່ຈີມິນ ແລະ ປະທານ Mao Zedong ​ພ້ອມ​ກັບບັນດາການນຳຂັ້ນສູງ​ເພີ່ມ​ພ​ູນ​ຄູນ​ສ້າງ, ເພື່ອນ້ຳໃຈສາກົນອັນສູງສົ່ງ.

ພິທີໄວ້ອາໄລທະຫານອາສາສະໝັກ ຈີນ ທີ່ແຂວງລ້າງຢາງ
ພິທີໄວ້ອາໄລທະຫານອາສາສະໝັກ ຈີນ ທີ່ແຂວງລ້າງຢາງ.

ປະຈຸບັນ, ຢູ່ແຂວງບັກຢາງ, ມີສຸສານນັກຮົບເສຍສະຫຼະຊີວິດຈີນ 02 ແຫ່ງ ຕັ້ງຢູ່ບ້ານລອງເຊີນ, ເມືອງເຊີນດົງ ດ້ວຍຂຸມຝັງສົບນັກຮົບອາສາສະໝັກ 20 ຄົນ ແລະ ຕາແສງດ່າວໝີ້, ເມືອງລ້າງຢາງ ດ້ວຍຂຸມຝັງສົບນັກຮົບອາສາສະໝັກ 216 ຄົນ. ນີ້ແມ່ນບ່ອນປົງສົບຂອງບັນດານັກອາສາສະໝັກຈີນ ທີ່ໄດ້ຊ່ວຍເຫຼືອຫວຽດນາມໃນສະໄໝສົງຄາມການຕໍ່ສູ້ເພື່ອກູ້ຊາດ.

ເນື່ອງໃນໂອກາດນີ້, ສະຫະພັນມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ຈີນ ແຂວງບັກຢາງ ແລະ ຜູ້ຕາງໜ້າບໍລິສັດ Luxshare - ICT ຈຳກັດ ກໍ່ໄດ້ມອບຂອງຂວັນໃຫ້ແກ່ ທ່ານເຢື່ອງກວາງກຽນ - ຜູ້ທີ່ອາສາສະໝັກໄປເບິ່ງແຍງສຸສານນັກຮົບເກົ່າຈີນ ເປັນເວລາຫຼາຍປີຜ່ານມາ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-10517.html

In bài biết