13:18 | 12/07/2021

ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ

ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ  ເສຍສະລະ ຢູ່ ລາວ ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ
ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19 ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19
ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ. ພາບ: conganquangbinh.gov.v
ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ. ພາບ: conganquangbinh.gov.v

ທ່ານ ພັນເອກພິເສດ ຟານດັງຕີ໊ງ ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງກວາງບິ່ງ ສສ ຫວຽດນາມ ໄດ້ມີຄຳເຫັນວ່າ: ພາຍໃຕ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ, ພັກ-ລັດ ແລະປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫລືອພັກ-ລັດ ແລະ ປະຊາຊົນລາວ ໂດຍສະເພາະປະຊາຊົນແຂວງຄຳມ່ວນ ເພື່ອຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນບໍລິເວນກວ້າງຂວາງ ພ້ອມທັງເຊື່ອໝັ້ນຢ່າງໜັກແໜ້ນວ່າ ຫວຽດນາມ-ລາວ ຈະຄຽງບ່າຄຽງໄຫຼ່ກັນ, ຮ່ວມແຮງຮ່ວມໃຈຜ່ານຜ່າວິກິດການຄັ້ງນີ້ໄປໄດ້ໂດຍໄວ.

ໂອກາດນີ້, ທ່ານ ພັນໂທ ຄໍາສິງ ນົນທະສອນ ກໍໄດ້ຕີລາຄາສູງ ແລະສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງພັກ-ລັດ ແລະ ະຊາຊົນແຂວງກວາງບິ່ງ ສສ ຫວຽດນາມ ທີ່ຍາມໃດກໍເປັນຫ່ວງເປັນໃຍຕໍ່ພັກ-ລັດ ແລະປະຊາຊົນລາວ ມາໂດຍຕະຫຼອດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຊ່ວຍເຫລືອໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະສະກັດກັ້ນພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.

Link: https://huunghivietlao.thoidai.com.vn/detail-article-10370.html

In bài biết