16:16 | 14/06/2021

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ
ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ເມື່ອບໍ່ດົນມານີ້, ສະ​ຖານ​ທູດຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ ຫຼຽນ​ໄຊ​ມິດ​ຕະ​ພາບຂອງປະ​ທານ​ປະ​ເທດຫວຽດ​ນາ​ມ​ໃຫ້​ແກ່​ທ່ານSiegfried Sommer ປະ​ທານ​ສະ​ມາ​ຄົມເຢຍ​ລະ​ມັນ - ຫວຽດ​ນາມ ແລະທ່ານ Paul Hoffmann ອະ​ດີດ​ຮອ​ງ​ປະ​ທານ​ສະ​ມາ​ຄົມເຢຍ​ລະ​ມັນ - ຫວຽດ​ນາມ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ​ເຂົ້າ​ໃນ​ວຽກ​ງານ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິ​ດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງປະ​ຊາ​ຊົນສອງ​ປະ​ເທດເຢຍ​ລະ​ມັນແລະຫວຽດ​ນາມ.

​ທີ່​ພິ​ທີ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຫງວ​ຽນ​ມິງວູໄດ້​ຢັ້ງ​ຢືນ​ວ່າ ​ທ່ານ Siegfried Sommerແລະທ່ານ Paul Hoffmann ແມ່ນເພື່ອນ​ມິດ​ສະ​ໜິດ​ສະ​ໜົມ, ແທດ​ຈິງ, ສະ​ໜິດ​ຕິດ​ພັນ​ກັບຫວຽດ​ນາມ.

ທ່ານ Siegfried Sommer ເຄີຍ​ເຮັດ​ວຽກ​ຢູ່ຫວຽດ​ນາມ​ມາ​ເປັນ​ເວ​ລາ10 ປີແລະໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ທີ່ສຸດໃນ​ການ​ຫັນ​ທ່າ​ກ່ຳ​ປັນ​ຫ໋າຍ​ຟ່ອງເປັນ​ທັນ​ສະ​ໄໝ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່ຫວຽດ​ນາມ. ເມື່ອ​ກັບ​ຄືນ​ປະ​ເທດປະ​ຕິດ​ງານ, ທ່ານໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມແລະມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງໃຫ້​ແກ່​ສະ​ມາ​ຄົມເຢຍ​ລະ​ມັນ - ຫວຽດ​ນາມ. ພາຍຫຼັງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປ​ະ​ທານ​ສະ​ມາ​ຄົມ​ມາ​ເປັນ​ເວ​ລາກ່​ວາ 10 ປີ​, ທ່ານ​ຍາມ​ໃດ​ກໍ່ໄດ້ມີການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນແລະມີ​ການ​ປະ​ກອບ​ສ່ວນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ສ່ວນ​ທ່ານ Paul Hoffmann ໄດ້ເຄີຍ​ເຮັດ​ວຽກ​ຢູ່​ຫ້ອງ​ການຜູ້​ຕາງ​ໜ້າຂອງ​ບາງວິ​ສາ​ຫະ​ກິດເຢຍ​ລະ​ມັນປະ​ຈຳຫວຽດ​ນາມ​ມາ​ເປັນ​ເວ​ລາຫຼາຍ​ປີ, ເລີ່ມ​ແຕ່​ບໍ​ລິ​ສັດ​ການ​ບິນ Interflug ຂອງເຢຍ​ລະ​ມັນ​ໃນ​ປີ 1973, ທ່ານ​ກໍ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອ​ງ​ປະ​ເທດ. ນັບ​ແຕ່​ປີ 2008,ທ່ານ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຂອງ​ສະ​ມາ​ຄົມເຢຍ​ລະ​ມັນ - ຫວຽດ​ນາມຢູ່ເຢຍ​ລະ​ມັນ. ໂດຍຮັບຮອງ, ຕີ​ລາ​ຕາ​ສູງ​ບັນ​ດາ​ນ້ຳ​ໃຈ​ອັນສຸດ​ຈິດ​ສຸດ​ໃຈ​ທີ່​ສະ​ຫງວນ​ໃຫ້​ຫວຽດ​ນາມ ແລະບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ສອງ​ທ່ານ​ໃນ​ການ​ພົວ​ພັນ​ເຢຍ​ລະ​ມັນ - ຫວຽດ​ນາມ, ປະ​ທານ​ປະ​ເທດຫວຽດ​ນາມໄດ້​ມອບຫຼຽນ​ໄຊ​ມິດ​ຕະ​ພາບ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ທັງ​ສອງ​ທ່ານ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Siegfried Sommer ໄດ້​ສະ​ແດງ​ຄວາມ​ຮັ​ກ​ແພງ​ຕໍ່​ປະ​ເທດ​ຊາດແລະຊາວຫວຽດ​ນາມແລະມີ​ຄວາມ​ເຄົາ​ລົ​ບ​ທີ່​ສຸດ​ຕໍ່​ນ້ຳ​ໃຈ​ຂອງ​ຊາວ​ຫວຽດ​ນາມທີ່​ສະ​ຫງວນ​ໃຫ້​ແກ່​ຕົນ​ເອງ, ທ່ານ​ໃຫ້​ຮູ້​ວ່າພາຍຫຼັງ​ສິ້ນ​ສຸດ​ເວ​ລາ​ເຮັດ​ວຽກ​ຢູ່ຫວຽດ​ນາມ, ທ່ານ​ເຫັນ​ວ່າຕ້ອງ​ສືບ​ຕໍ່​ເຂົ້າ​ຮ່ວມ​ປະ​ກອບ​ສ່ວນໃຫ້ຫຼາຍ​ກ່​ວາ​ອີກ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ສ່ວນ​ທ່ານ Paul Hoffmann ແບ່ງ​ປັນ​ວ່າເໝືອ​ນ​ຄື​ວ່າ​ຕະຫຼອ​ດ​ຊີ​ວິດ​ຂອງ​ທ່ານ​ໄດ້ຕິດ​ພັນ​ກັບ​ຫວຽດ​ນາມ, ຈາກ​ໄລ​ຍະ​ສົງ​ຄາມ​ຕ້ານ​ອາ​ເມ​ລິ​ກາ​ມາ​ຮອດ​ປັດ​ຈຸ​ບັນ. ທ່ານ​ໄດ້​ເຫັນ​ປະ​ຈັກ​ຕາແລະມີ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ຈິດ​ໃຈ​ອົງ​ອາດ​ກ້າ​ຫານຂອງ​ປະ​ຊາ​ຊົນ​ຫວຽດ​ນາມ.

ທີ່​ພິ​ທີ, ສອງ​ທ່ານແລະທ່ານ ຫງວຽນ​ດຶກ​ທັງ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ການ​ງານ​ສະ​ມາ​ຄົມເຢຍ​ລະ​ມັນ- ຫວຽດ​ນາມໄດ້​ຕາງ​ໜ້າ​ໃຫ້​ສະ​ມາ​ຄົມ​ປະ​ກອບ​ສ່ວນ​ເງິນ​ເປັນ​ຈຳ​ນວນ 200 ເອີ​ໂຣ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ- 19 ຢູ່ຫວຽດ​ນາມ.

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ

ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Prak Sokhonn ໄດ້​ສະແດງຄວາມຊົມເຊີຍຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-10075.html

In bài biết