ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ

14:51 | 26/08/2026

ຍສໝ - ການສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໃນການເຂົ້າ - ອອກປະເທດ, ພັກອາໄສ, ຮ່ຳຮຽນ, ເຮັດວຽກ ແລະ ເພີ່ມທະວີການປະສານງານໃນການປົກປ້ອງພົນລະເມືອງ ແມ່ນບັນດາເນື້ອໃນຈຸດສຸມທີ່ກອງປະຊຸມປຶກສາຫາລືດ້ານກົງສຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9, ຈັດຂຶ້ນໃນວັນທີ 25 ສິງຫາ ຢູ່ຮ່າໂນ້ຍ.

ບັນດາຮູບພາບຂອງ Ishikawa Bunyo ບອກເລົ່າເຖິງຄຸນຄ່າຂອງສັນຕິພາບ ຮັກສາພາສາຫວຽດໃນໝູ່ຄົນຮຸ່ນໜຸ່ມຢູ່ຍີ່ປຸ່ນ

ກອງປະຊຸມໄດ້ຮັບການຮ່ວມເປັນປະທານໂດຍ ທ່ານ ຢວານຮວ່າງມິງ, ຫົວໜ້າກົມກົງສຸນ, ກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Mibae Taisuke, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມກົງສຸນ, ກະຊວງການຕ່າງປະເທດຍີ່ປຸ່ນ, ໂດຍມີຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ຂອງສອງປະເທດເຂົ້າຮ່ວມ.

ກ່າວປາໄສທີ່ກອງປະຊຸມ, ຝ່າຍຫວຽດນາມເນັ້ນໜັກວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ແລະ ໃນໂລກ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ, ກ້າວເຂົ້າສູ່ໄລຍະໃໝ່ ດ້ວຍເນື້ອໃນການຮ່ວມມືທີ່ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ
ຜູ້ແທນຫວຽດນາມ ແລະ ຍີ່ປຸ່ນ ຖ່າຍຮູບທີ່ລະນຶກຮ່ວມກັນ ທີ່ກອງປະຊຸມປຶກສາຫາລືດ້ານກົງສຸນ ຄັ້ງທີ 9.

ການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງ ແລະ ລົງເລິກ, ໃນນັ້ນ ປະຈຸບັນຊຸມຊົນຊາວຫວຽດນາມຢູ່ຍີ່ປຸ່ນມີເກືອບ 700.000 ຄົນ. ໃນສະພາບການດັ່ງກ່າວ, ວຽກງານກົງສຸນ ແລະ ປົກປ້ອງພົນລະເມືອງ ມີບົດບາດສຳຄັນ, ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຂອງສອງປະເທດຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ, ທັນການ ແລະ ມີປະສິດທິຜົນ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຂອງສອງປະເທດໃນການເຂົ້າ - ອອກປະເທດ, ພັກອາໄສ, ຮ່ຳຮຽນ ແລະ ເຮັດວຽກ; ເພີ່ມທະວີການແບ່ງປັນຂໍ້ມູນ, ປະສານສົມທົບແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນວຽກງານກົງສຸນ ແລະ ປົກປ້ອງພົນລະເມືອງ.

ຫວຽດນາມ ແລະ ຍີ່ປຸ່ນ ຍັງໄດ້ເອກະພາບສືບຕໍ່ຊຸກຍູ້ບັນດາມາດຕະການຊ່ວຍເຫຼືອ, ຄຸ້ມຄອງ ແລະ ໂຄສະນາ ເພື່ອຍົກສູງສະຕິເຄົາລົບປະຕິບັດກົດໝາຍຂອງພົນລະເມືອງສອງປະເທດ, ຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຊົນໃຫ້ແທດຈິງ, ຍືນຍົງ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານເສດຖະກິດສອງຝ່າຍ.

ຜ່ານ 9 ຄັ້ງຂອງການຈັດຕັ້ງ, ກົນໄກປຶກສາຫາລືດ້ານກົງສຸນ ຫວຽດນາມ - ຍີ່ປຸ່ນ ໄດ້ຢັ້ງຢືນບົດບາດເປັນຊ່ອງທາງແລກປ່ຽນທີ່ມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ແກ້ໄຂຂໍ້ຕິດຂັດ ແລະ ຍົກສູງປະສິດທິຜົນການປະສານສົມທົບລະຫວ່າງບັນດາອົງການທີ່ມີໜ້າທີ່ຂອງສອງປະເທດ.

ສອງຝ່າຍເອກະພາບສືບຕໍ່ຮັກສາ ແລະ ສົ່ງເສີມກົນໄກນີ້, ປະກອບສ່ວນຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງສອງປະເທດ; ພ້ອມທັງເພີ່ມທະວີການຮ່ວມມືບົນຈິດໃຈ “ຈິງໃຈ, ມີນ້ຳໃຈ, ເຊື່ອໝັ້ນ, ແທດຈິງ, ມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ
ຍສໝ - ໃນ 6 ເດືອນຕົ້ນປີ 2026, ວຽກງານການຕ່າງປະເທດຂອງແຂວງ ຫວິງລອງ ໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ເປັນຮູບປະທຳ, ຕິດພັນກັບເປົ້າໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ຜ່ານບັນດາການເດີນທາງໄປປະຕິບັດວຽກຢູ່ ສິງກະໂປ, ຍີ່ປຸ່ນ, ກຳປູເຈຍ ແລະ ການຕ້ອນຮັບບັນດາຄະນະສາກົນທີ່ມາເຮັດວຽກ, ແຂວງໄດ້ຂະຫຍາຍສາຍພົວພັນການຕ່າງປະເທດ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ກະສິກຳເຕັກໂນໂລຊີສູງ, ການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ນັກຮຽນ ຍີ່ປຸ່ນ ສຳຜັດວັດທະນະທຳ ຫວຽດນາມ ຢູ່ ຮ່າໂນ້ຍ ນັກຮຽນ ຍີ່ປຸ່ນ ສຳຜັດວັດທະນະທຳ ຫວຽດນາມ ຢູ່ ຮ່າໂນ້ຍ
ຍສໝ - ຕອນບ່າຍວັນທີ 4 ສິງຫາ, ກົມການສຶກສາ ແລະ ບຳລຸງສ້າງນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບຄະນະຄູອາຈານ ແລະ ນັກຮຽນຈາກບັນດາໂຮງຮຽນມັດທະຍົມປາຍ ແຂວງ Fukuoka (ຍີ່ປຸ່ນ) ທີ່ເດີນທາງມາຮຽນຮູ້ ແລະ ຊອກຮູ້ວັດທະນະທຳ ແລະ ຮີດຄອງປະເພນີຂອງ ຫວຽດນາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ