ຍສໝ - ວັນທີ 30 ກໍລະກົດ, ຢູ່ແຂວງ ອານຢາງ, ອົງການ World Vision ປະຈຳ ຫວຽດນາມ ແລະ ບໍລິສັດ ຈຳກັດ ສັງຄົມ ກຸ້ງຮັບຮອງ ມິງຟູ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຜັນຂະຫຍາຍຮູບແບບການລ້ຽງກຸ້ງທີ່ປັບຕົວຕໍ່ການປ່ຽນແປງສະພາບອາກາດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບປະກັນສະຫວັດດີການເດັກນ້ອຍ ໃນບັນດາຊຸມຊົນທີ່ມີຄວາມສ່ຽງ.
ຍສໝ - ບັນດາຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ຜູ້ແທນ ຫຼາຍພັນຄົນ ໄດ້ຮ່ວມກັນຈູດທຽນສົດຸດີ ຢູ່ສຸສານວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ນະຄອນເກີນເທີ ເພື່ອສະແດງຄວາມສຳນຶກບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ໂຄງການດັ່ງກ່າວ ບໍ່ພຽງແຕ່ເປັນກິດຈະກຳລະນຶກເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເທົ່ານັ້ນ, ແຕ່ຍັງເປັນການສືບສານປະເພນີຮັກຊາດ, ປຸກລະດົມຄວາມປາດຖະໜາໃນການອຸທິດຕົນຂອງຄົນຮຸ່ນໃໝ່ອີກດ້ວຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ມີຂໍ້ຕົກລົງສະບັບເລກທີ 1189/QĐ-TTg ລົງວັນທີ 2 ກໍລະກົດ 2026 ປະກາດໃຊ້ ແຜນການຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ.
ຍສໝ - ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ຕາມຈັນທະປະຕິທິນ), ຢູ່ທີ່ວິຫານລະນຶກເຖິງບັນດາກະສັດຮຸ່ງ (ສວນປະຫວັດສາດ - ວັດທະນະທຳແຫ່ງຊາດ, ນະຄອນໂຮ່ຈີມິນ), ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ປີຈໍ 2026 ຢ່າງສົມກຽດ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ ແລະ ຕິດຕາມຜ່ານຊ່ອງທາງໂທລະພາບ, ວິທະຍຸກະຈາຍສຽງໂດຍກົງ, ເພື່ອຮ່ວມກັນມຸ່ງສູ່ຕົ້ນກຳເນີດຂອງຊາດ.
ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ, ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ, ຊາວ ຫວຽດນາມ ນັບລ້ານໆຄົນເຖິງວ່າຢູ່ພາຍໃນ ຫຼື ຕ່າງປະເທດ ກໍລ້ວນແຕ່ມຸ່ງໄປເຖິງກົກເຄົ້າເຫງົ້າກໍ, ຈາລຶກເຖິງຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ສະຖາປະນາປະເທດ. ໃນສະພາບການເຊື່ອມໂຍງ ແລະ ພັດທະນາ, ຄຸນຄ່າຮ່ວມກົກເຄົ້າເຫງົ້າກໍອັນດຽວກັນນັ້ນໄດ້ກາຍເປັນກຳລັງໜູນ, ແມ່ນທີ່ເພິ່ງພາທາງດ້ານຈິດໃຈ, ປັບປຸງກຳລັງແຮງມະຫາສາມັກຄີທົ່ວປ
ຍສໝ - ໃນວັນທີ 18 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ, ສະມາຄົມຊ່ວຍເຫຼືອເດັກພິການ ຫວຽດນາມ ແລະ ສະຖານທູດ ມາເລເຊຍ ປະຈຳ ຫວຽດນາມ ໄດ້ຮ່ວມກັນມອບອຸປະກອນ ແລະ ສິ່ງຂອງຈຳເປັນ ມູນຄ່າກວ່າ 600 ລ້ານດົງ ໃຫ້ແກ່ຜູ້ດ້ອຍໂອກາດຢູ່ ສູນສົງເຄາະສັງຄົມຮ່ານາມ (ສະຖານທີ່ແຫ່ງທີ 2, ຕັ້ງຢູ່ແຂວງນິງບິ່ງ).
ຍສໝ - ບໍ່ພຽງແຕ່ແມ່ນຈຸດໝາຍປາຍທາງຂອງການທ່ອງທ່ຽວ ຫຼື ສະຖານທີ່ເຮັດວຽກເທົ່ານັ້ນ, ແຕ່ ຫວຽດນາມ ກຳລັງຄ່ອຍໆກາຍເປັນ “ບ້ານຫຼັງທີສອງ” ຂອງຄົນຕ່າງປະເທດຫຼາຍໆຄົນ. ທ່າມກາງຄວາມແຕກຕ່າງດ້ານພາສາ, ວັດທະນະທຳ ແລະ ຈັງຫວະຊີວິດ, ພວກເຂົາກໍ່ຍັງຄົ້ນພົບເຫັນຢູ່ດິນແດນທີ່ແສນຮັກແຫ່ງນີ້ ມີສິ່ງທີ່ອົບອຸ່ນ ແລະ ໃກ້ຊິດສະໜິດພັນຢູ່ໃນໃຈ.
ຍສໝ - ງານບຸນເຮັດຈາຂອງຊາວເຜົ່າໄທຢູ່ແຂວງເຊີນລາບໍ່ພຽງແຕ່ເປັນກິດຈະກຳທາງສາສະໜາພື້ນເມືອງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ວັດທະນະທຳທີ່ເປັນເອກະລັກ, ຮັກສາຄຸນຄ່າພື້ນເມືອງ ແລະ ປະກອບສ່ວນເຂົ້າໃນການຮັກສາເອກະລັກຂອງຊົນເຜົ່າໃນຊີວິດສະໄໝໃໝ່.
ແຕ່ລະສີສັນວັດທະນະທຳລ້ວນແຕ່ສ້າງເປັນຈຸດຄວາມງາມຂອງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດ.
ມີໝູ່ບ້ານແຫ່ງໜຶ່ງຕັ້ງຢູ່ຕີນພູ ໄຕກົນລີ້ງ (ຈອມພູສູງກວ່າໝູ່ຢູ່ເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ) ໄດ້ດຶງດູດແຂກທ່ອງທ່ຽມມາຢ້ຽມຢາມຕາມແຕ່ລະວັນ. ເຖິງວ່າບໍ່ມີບັນດາເຮືອນເກົ່າແກ່ຂອງເຂດພູສູງ, ບໍ່ມີທິວທັດທຳມະຊາດພິເສດຕະຫຼອດປີຄື: ດອກຄາຍ, ດອກໝາກສາລີ້, ດອກຜັກກາດ, ດອກບັກວິດເບັ່ງບານອວດອ້າງສີສັນກໍ່ຕາມ ແຕ່ໝູ່ບ້ານແຫ່ງນີ້ພັດແມ່ນໜຶ່ງໃນບັນດາຈຸດນັດພົບຂອງ Ha Giang Loop (ເສັ້ນທາງຂຸດຄົ້ນ ຮ່າຢາງ ທີ່ມີຊື່ສຽງ). ນັ້ນແມ່ນໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ, ຕາແສງ ລຸ່ງຕາມ, ແຂວງ ຕວຽນກວາງ ແຫ່ງທີ່ແມ່ຍິງຊາວເຜົ່າມົ້ງ ໄດ້ແນະນຳອາຊີບພື້ນເມືອງອອກສູ່ໂລກ.
ບ້ານ ຟຸ້ມຊວ່າຍ, ຕາແສງ ຟອງເຈົາ, ແຂວງ ອານຢາງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຈຳ. ການອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ພວມແມ່ນທິດເດີນທີ່ຖືກຕ້ອງ, ຊ່ວຍໃຫ້ອາຊີບນີ້ພັດທະນາແບບຍືນຍົງ.
ຍສໝ - ຕອນຄ່ຳວັນທີ 2 ພຶດສະພາ, ລາຍການສະແດງສິລະປະ “ບົດເພງໄຊຊະນະ” ໄດ້ຈັດຂຶ້ນຢູ່ໂຮງລະຄອນ ໂຮ່ເກືອມ (ຮ່າໂນ້ຍ). ລາຍການດັ່ງກ່າວ ໂດຍກະຊວງຕຳຫຼວດ, ກົມວຽກງານການເມືອງ ຊີ້ນໍາໂຮງລະຄອນ ໂຮ່ເກືອມ ຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ (9-5-1945 / 9-5-2025).
ຍສໝ - ບຸນປີໃໝ່ປະຈໍາຊາດລາວ (ພສ. 2568, ນັບແຕ່ວັນທີ 13 – 15 ເມສາ) ປີ 2025 ແລະວັນບຸນວັດທະນະທໍາບັນດາເຜົ່າເມືອງ ບວນໂດນ ໄດ້ດໍາເນີນໃນລະຫວ່າງວັນທີ 12-13 ເມສາ, ຢູ່ເກາະໄອໂນ, ດັກລັກ.
ຍສໝ - ໄຊຊະນະວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງໃຫ້ແກ່ຫວຽດນາມ ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ ກ່ອນການຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).
ຍສໝ - ມຸນ ຫວຽດນາມ ແຫ່ງທຳອິດ ໄດ້ຈັດຕັ້ງຢູ່ຫໍສະໝຸດ Muntpunt ຢູ່ Brussels (ແບນຊິກ) ເພື່ອໃຫ້ເດັກນ້ອຍ ຫວຽດນາມ ຢູ່ ແບນຊິກ ໄດ້ມີໂອກາດອ່ານ, ຮຽນ ແລະ ຮັກສາພາສາແມ່.
ຍສໝ - ລາງວັນປະດິດຄິດສ້າງ ອາຊີ ຂອງກອງທຶນ Hitachi ທົ່ວໂລກ ຫາກໍ່ໄດ້ປະກາດລາຍຊື່ນັກວິທະຍາສາດ 15 ທ່ານທີ່ຊະນະເລີດໃນປີ 2024, ໃນນັ້ນ ຫວຽດນາມ ໄດ້ຮັບລາງວັນໃຫຍ່ດີເລີດ 2 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ.
ຍສໝ - ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍປາຍທາງການລົງທຶນຍຸດທະສາດຂອງບັນດາວິສາຫະກິດ ສ.ເກົາຫຼີ. ຄຽງຂ້າງຂົງເຂດການຜະລິດ, ປຸງແຕ່ງ, ກະແສທຶນການລົງທຶນຈາກ ສ.ເກົາຫຼີ ກໍາລັງເປີດກວ້າງ ໄປສູ່ຫຼາຍຂົງເຂດທີ່ມີທ່າແຮງ.
ຍສໝ - ແຕ່ວັນທີ 9-13 ມີນາ, ແຂວງ ດັກລັກ ຈະຈັດບຸນກາເຟ ບວນມາທວັດ ຄັ້ງທີ 9 ປີ 2025 ດ້ວຍຫົວຂໍ້ “ບວນມາທວັດ - ຈຸດໝາຍປາຍທາງຂອງກາເຟໂລກ” ຢູ່ນະຄອນ ບວນມາທວັດ ແລະ ບາງທ້ອງຖິ່ນໃນແຂວງ.
ຍສໝ - ຫວຽດນາມ ຍັງສືບຕໍ່ຮັກສາຕຳແໜ່ງອັນດັບ 1 ໃນການຈັດອັນດັບຈຸດໝາຍປາຍທາງແຫຼ່ງທ່ອງທ່ຽວໃຫ້ກັບຄອບຄົວທີ່ມີເດັກນ້ອຍອາຍຸຕ່ຳກວ່າ 10 ປີໃນ ສ.ເກົາຫຼີ, ຍ້ອນອາກາດອົບອຸ່ນ, ບັນດາການເຄື່ອນໄຫວທີ່ບັນເທິງຫຼາກຫຼາຍ ແລະ ບັນດາຣີສອດທີ່ຫຼູຫຼາ.
ຍສໝ - ໃນວັນເພັງ ສິບຫ້າຄໍ່າ ເດືອນຈຽງ, ຫຼືເອີ້ນອີກຊື່ໜຶ່ງວ່າ ບຸນປີໃໝ່ວັນເພັງເດືອນຈຽງ, ຕາມຮີດຄອງປະເພນີດັ້ງເດີມ, ທຸກຄອບຄົວຄົນຫວຽດນາມ ລ້ວນແຕ່ກະກຽມພາເຂົ້າບູຊາເພື່ອຖວາຍບັນພະບຸລຸດ ແລະ ເທວະດາຟ້າແຖນ, ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຕໍ່ຜູ້ທີ່ໄປກ່ອນ ແລະ ຫວັງໃຫ້ປີໃໝ່ມີຄວາມສະຫງົບສຸກ ແລະ ໂຊກດີ.
ຍສໝ - ຄວາມສຸກຍັງເປັ່ງປະກາຍໃນໃບໜ້າຂອງ ທ້າວ ຈັນທະພອນ ກິດຕິລາດ (ນັກສຶກສາລາວ ພະແນກວິທະຍາສາດທຳມະຊາດ ແລະ ເຕັກນິກ, ມະຫາວິທະຍາໄລກວາງນາມ) ແລະ ກຸ່ມໝູ່ເພື່ອນຂອງລາວ ພາຍຫຼັງໄດ້ຮັບລາງວັນ ນັກສຶກສາຄົ້ນຄວ້າວິທະຍາສາດ Euréka ທົ່ວປະເທດປີ 2024 ແລະ ລາງວັນດີເດັ່ນ “ເລື່ອງລາວວິທະຍາສາດຂອງຂ້າພະເຈົ້າ”. ໃນນັ້ນ, ຈັນທະພອນ ແມ່ນຜູ້ທີ່ຕິດພັນຢູ່ໃນຫົວຂໍ້ນີ້ຕັ້ງແຕ່ຕົ້ນມາ.
ຍສໝ - ວັນທີ 4 ກຸມພານີ້, ສູນອະນຸລັກປູຊະນີຍະສະຖານເມືອງຫຼວງເກົ່າເຫວ້ ໄດ້ຈັດພິທີເອົາຕົ້ນກະຖິນລົງຢູ່ສະໜາມຈ້ຽວ ໝຽວ ແລະ ເຖໝຽວ ຢູ່ພາຍໃນພະລາຊະວັງເຫວ້, ເປັນເຄື່ອງໝາຍສິ້ນສຸດບຸນປີໃໝ່ປີມະເສັງ.
ຍສໝ - ໃນໂອກາດວັນພັກປີໃໝ່ປະຈຳຊາດຫວຽດນາມ 2025, ການເຄື່ອນໄຫວທ່ອງທ່ຽວໃນທົ່ວປະເທດໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ຄຶກຄັກຢູ່ເກືອບທຸກສະຖານທີ່ໃນທົ່ວປະເທດ ດ້ວຍຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມສໍາຜັດປະສົບການຕົວຈິງ.
ຍສໝ - “ເປັນໜ້າສົນໃຈ, ເປັນເອກະລັກສະເພາະ, ມີມະນຸດສະທໍາ, ເຕັມໄປດ້ວຍກິ່ນອາຍ ແລະ ສີສັນ”… ນັ້ນແມ່ນກຸ່ມຄຳທີ່ເພື່ອນມິດຕ່າງປະເທດເວົ້າເຖິງປີໃໝ່ຫວຽດນາມ.
ຍສໝ - ເພື່ອນມິດຕ່າງປະເທດຫຼາຍຄົນເມື່ອມາຮອດຫວຽດນາມ ໄດ້ຫຼົງໄຫຼກັບຄວາມງາມ, ວັດທະນະທຳຢູ່ທີ່ນີ້. ສິ່ງນັ້ນແມ່ນຮ້ານກາເຟຢູ່ມູມຖະໜົນ, ສິລະປະການຂຽນຕົວໜັງສືຂໍພອນ ຫຼື ຫ້ອງວາງສະແດງພາບແຫ່ງຄວາມສຸກ ...
ຍສໝ - ຮູບພາບຂອງຂະບວນລົດໃຫ່ຍທີ່ບັງໃຫ້ລົດຈັກຂ້າມຂົວໃນເວລາເກີດພາຍຸ, ປະຊາຊົນຊ່ວຍກັນຍູ້ລົດຜ່ານເຂດທີ່ຖືກນໍ້າຖ້ວມ, ຫຼືເປີດປະຕູຮັບຄົນທີ່ບໍ່ມີບ່ອນຢູ່ອາໄສເຂົ້າມາລີ້ລົມພາຍຸເລກ 3 (ຢາກິ) ໄດ້ແຜ່ລາມໄປທົ່ວເຄືອຂ່າຍສັງຄົມ. ເລື່ອງທີ່ລຽບງ່າຍແຕ່ມີນ້ຳໃຈຄວາມເປັນມະນຸດເຫຼົ່ານັ້ນໄດ້ເຂົ້າເຖິງໃນຫົວໃຈຂອງເພື່ອນມິດສາກົນ.
ຍສໝ - ຄົນຕາເວັນອອກ ມີຄວາມເຊື່ອວ່າ ການຝັນເຖິງມັງກອນແມ່ນຝັນເຖິງເຈົ້າຊີວິດ. ສະນັ້ນ ເມື່ອຝັນເຫັນງູ ຄົນຕາເວັນອອກ ແລະ ຕາເວັນຕົກ ຕີຄວາມໝາຍແນວໃດ?
ຍສໝ - ໄພພິບັດຄັ້ງໃຫຍ່ 2 ຄັ້ງແມ່ນ ສົງຄາມ ແລະ ໄພພິບັດທໍາມະຊາດ ໄດ້ ແລະ ກໍາລັງຢູ່ໃນຄວາມເສຍຫາຍຕາຍຈາກທີ່ແສນເສົ້າ, ທຸກໂສກຫຼວງຫຼາຍໃຫ້ກັບມວນມະນຸດ. ປີ 2025 ໄພພິບັດເຫຼົ່ານີ້ຈະເປັນແນວໃດ ແລະ ພວກເຮົາຕ້ອງເຮັດແນວໃດເພື່ອແກ້ໄຂ? ວົງການນັກຊ່ຽວຊານດ້ານວິທະຍາສາດວັດຖຸນິຍົມ, ສາສະໜາ ແລະ ວິທະຍາສາດລຶກລັບ ພາກຕາເວັນອອກ ມີບາງຄໍາເຫັນເພື່ອອ້າງອີງຄົ້ນຄວ້າ.
ຍສໝ - ຄົນຫວຽດນາມໃຊ້ງູເພື່ອບົ່ງບອກເຖິງ 1 ໃນ 12 ລາສີຕາມການຄິດໄລ່ໃນປະຕິທິນຂອງຕົນ. ງູເປັນສັດປ່າ, ຍາກທີ່ລ້ຽງໃຫ້ຮູ້ຄວາມ, ນອກນັ້ນຍັງມີພິດ ສະນັ້ນ ເປັນໜຶ່ງໃນທັດສະນະຄະຕິ, ງູເປັນສັນຍາລັກຂອງຄວາມບໍ່ດີ ແລະ ໂຫດຮ້າຍສາມານ. ເຖີງຢ່າງໃດກໍຕາມ, ໃນອີກແງ່ມູມໜຶ່ງຂອງທັດສະນະຄະຕິນີ້, ບາງຄັ້ງງູກໍ່ພັດເປັນສັນຍາລັກຂອງການດໍາລົງຊີວິດປະຖົມບູຮານ, ມີພິບໄຫວ, ຢາວິເສດ, ສຸຂະພາບ ...
ຍສໝ - ຮຽນທ່ານ, ປັດຈຸບັນທົ່ວປະເທດກໍາລັງມີຄວາມສົນໃຈຫຼາຍກ່ຽວກັບນິຍາມ "ສັງກາດບືນຕົວກ້າວຂຶ້ນຂອງຊາດ", ຄວາມຮູ້ສຶກຂອງທ່ານກ່ຽວກັບບັນຫານີ້ແມ່ນຫຍັງ?