ແລກປ່ຽນປະສົບການຮັກສາສັນຕິພາບຂອງສະຫະປະຊາຊາດ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ

18:17 | 03/07/2020

ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງ ສຳຫຼັບການພົວພັນຮ່ວມກັນ, ໃນນັ້ນມີບຸລິມະສິດໃຫ້ແກ່ຂົງເຂດຜ່ານຜ່າຜົນສະທ້ອນຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

ແລກປ ຽນປະສ ບການຮ ກສາສ ນຕ ພາບຂອງສະຫະປະຊາຊາດ ລະຫວ າງຫວຽດນາມ ແລະ ສະຫະລ ດອາເມລ ກາ ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19
ແລກປ ຽນປະສ ບການຮ ກສາສ ນຕ ພາບຂອງສະຫະປະຊາຊາດ ລະຫວ າງຫວຽດນາມ ແລະ ສະຫະລ ດອາເມລ ກາ ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ

ໃນຕອນແລງຂອງວັນທີ 1 ກໍລະກົດ, ທີ່ສຳນັກງານໃຫຍ່ຂອງກົມການຕ່າງປະເທດ (ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງການໂອ້ລົມສົນທະນາໂທລະສັບລະຫວ່າງ ທ່ານພົນໂທ ຫງວຽນຈີວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ David F. Helvey - ຜູ້ຊ່ວຍວຽກວິຊາສະເພາະລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ.

ແລກປ ຽນປະສ ບການຮ ກສາສ ນຕ ພາບຂອງສະຫະປະຊາຊາດ ລະຫວ າງຫວຽດນາມ ແລະ ສະຫະລ ດອາເມລ ກາ
ທ່ານພົນໂທ ຫງວຽນຈີວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: vietnam+)

ທີ່ການໂອ້ລົມສົນທະນາທາງໂທລະສັບ, ສອງຝ່າຍໄດ້ແຈ້ງໃຫ້ກັນໄດ້ຊາບ ກ່ຽວກັບສະພາບການປ້ອງກັນ ແລະ ການຕໍ່ສູ້ຕ້ານກັບພະຍາດ COVID-19 ຂອງແຕ່ລະປະເທດ, ແບ່ງປັນຄວາມຫຍຸ້ງຍາກ ເຊິ່ງສອງປະເທດພວມປະສົບ, ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19; ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ແລກປ່ຽນປະສົບການກ່ຽວກັບບັນຫານີ້.

ຝ່າຍອາເມລິກາໄດ້ຕີລາຄາສູງການປັບປຸງໂຄງການຂອງຫວຽດນາມ ສຳລັບປີປະທານອາຊຽນໃຫ້ເໝາະສົມກັບສະພາບການຕົວຈິງ ແລະ ກ່າວວ່າ ຍາມໃດປະເທດອາເມລິກາ ກໍ່ສະໜັບສະໜູນບັນດາການເຄື່ອນໄຫວຂອງອາຊຽນເວົ້າລວມ, ກໍ່ຄືບັນດາຂໍ້ລິເລີ່ມຂອງຫວຽດນາມເວົ້ົ້າສະເພາະ.

ກ່ຽວກັບການພົວພັນສອງຝ່າຍ, ຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ທົບທວນຄືນໝາກຜົນແຫ່ງການຮ່ວມມືໃນຊຸມປີມໍ່ໆມານີ້, ໂດຍສະເພາະ ແມ່ນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານ ເຊິ່ງສອງຝ່າຍເປັນເອກະພາບໄດ້ລົງນາມບັນດາຂໍ້ຕົກລົງຂອງການນຳຂັ້ນສູງ, ສອງຝ່າຍຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງກັບການພົວພັນຮ່ວມກັນ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ ໃນພາກພື້ນ ແລະ ທົ່ວໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ການປະຕິບັດກົດໝາຍສາກົນ ເພື່ອແກ້ໄຂຂໍ້ຂັດແຍ່ງແມ່ນມາດຕະການສຳຄັນ ແລະ ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ກໍ່ຄືປະກອບສ່ວນເຂົ້າໃນຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຮ່ວມກັນຂອງພາກພື້ນ ແລະ ທົ່ວໂລກ.

ແລກປ ຽນປະສ ບການຮ ກສາສ ນຕ ພາບຂອງສະຫະປະຊາຊາດ ລະຫວ າງຫວຽດນາມ ແລະ ສະຫະລ ດອາເມລ ກາ ປະເທດສະເປນ ໄດ້ຕີລາຄາສູງຫວຽດນາມ ໃນການຄວບຄຸມພະຍາດ COVID-19

ຍສໝ - ໃນການສົນທະນາທາງໂທລະສັບກັບ ທ່ານໂຕແອງຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ Cristina Gallach Figueras - ລັດຖະມົນຕີກະຊວງການຕ່າງປະເທດສະເປນ ໄດ້ຕີລາຄາສູງຕໍ່ບັນດາມາດຕະການ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຄວບຄຸມສະພາບການ ແລະ ປ້ອງກັນການລະບາດຂອງພະຍາດ COVID-19.

ແລກປ ຽນປະສ ບການຮ ກສາສ ນຕ ພາບຂອງສະຫະປະຊາຊາດ ລະຫວ າງຫວຽດນາມ ແລະ ສະຫະລ ດອາເມລ ກາ ຫວຽດນາມ ໄດ້ຈັດຂື້ນກອງປະຊຸມ AIPACODD ຄັ້ງທີ 3

ຍສໝ - ເປັນສ່ວນໜຶ່ງຂອງການເຄື່ອນໄຫວ ໃນປີປະທານລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທີ່ປຶກສາອອນລາຍ ຄັ້ງທີ 3 ກ່ຽວກັບຢາເສບຕິດທີ່ເປັນອັນຕະລາຍ (AIPACODD) ໃນຫວ່າງແລ້ວນີ້.

ແລກປ ຽນປະສ ບການຮ ກສາສ ນຕ ພາບຂອງສະຫະປະຊາຊາດ ລະຫວ າງຫວຽດນາມ ແລະ ສະຫະລ ດອາເມລ ກາ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ

ຍສໝ - ຕາມທ່ານ Igor Olegovich Mishin ແລ້ວ, ວິທີສຳຜັດຂອງຫວຽດນາມ ສໍາລັບບັນດາບັນຫາຢູ່ພາກພື້ນອາຊີ-ປາຊີຟິກ ແລະທະເລຕາເວັນອອກອີງໃສ່ບັນດາຫຼັກການຮັກສາສັນຕິພາບ ແລະບ້ານໃກ້ເຮືອນຄຽງມິດຕະພາບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.