ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ

14:31 | 06/08/2020

ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.    

ອາເມລ ກາ ສະໜ ບສະໜ ນອາຊຽນ ເສ ມຂະຫຍາຍບ ດບາດເປ ນໃຈກາງໃນພາກພ ນ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ
ອາເມລ ກາ ສະໜ ບສະໜ ນອາຊຽນ ເສ ມຂະຫຍາຍບ ດບາດເປ ນໃຈກາງໃນພາກພ ນ ລາວ - ດ້ຽນບຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ອາເມລ ກາ ສະໜ ບສະໜ ນອາຊຽນ ເສ ມຂະຫຍາຍບ ດບາດເປ ນໃຈກາງໃນພາກພ ນ
ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາ ອາຊຽນ - ອາເມລິກາ ຄັ້ງທີ 33.(ພາບ: thanhtra.com.vn)

ວັນທີ 5 ພຶດສະພາ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ , ຫົວໜ້າ SOM ອາຊຽນຂອງຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາອາຊຽນ - ສະຫະລັດອາເມລິກາ ຄັ້ງທີ 33 ທີ່ຈັດຂຶ້ນດ້ວຍຮູບການອອນລາຍ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບທິດທາງການຮ່ວມມື ອາຊຽນ - ອາເມລິກາ ໃນໄລຍະຈະມາເຖິງ ແລະແລກປ່ຽນກ່ຽວກັບບັນດາບັນຫາ ໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ David Stilwell ຜູ້ຊ່ວຍວຽກໃຫ້ລັດຖະມົນຕີການກະຊວງການຕ່າງປະເທດສະຫະລັດອາເມລິກາ ຢືນຢັນວ່າສະຫະລັດອາເມລິກາ ຖືຄວາມສຳຄັນຕໍ່ການພົວພັນກັບອາຊຽນ ແລະ ສະໜັບສະໜູນອາຊຽນ ມີບົດບາດເປັນໃຈກາງໃນພາກພື້ນ.

ທີ່ກອງປະຊຸມ, , ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຍັງໄດ້ແບ່ງປັນຄຳເຫັນຂອງບັນດາປະເທດອື່ນໆວ່າໃນສະພາບການປະຈຸບັນ, ບັນດາປະເທດຕ່າງໆຕ້ອງຍູ້ແຮງການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບໃນການສ້າງທະເລຕາເວັນອອກໃຫ້ກາຍເປັນທະເລແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມື.

ແບ່ງປັນຄວາມສົນໃຈຮ່ວມໃນສະພາບການສາກົນ ແລະ ພາກພື້ນ, ສະຫະລັດອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມື, ການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ສະໜັບສະໜູນຄວາມພະຍາຍາມໃນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍໃນທະເລຕາເວັນອອກ (DOC) ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດ ໝາຍທະເລ ( UNCLOS) ປີ 1982.

ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ແບ່ງປັນທັດສະນະ, ຄືໄດ້ຍົກອອກໃນຖະແຫຼງການໃນກອງປະຊຸມສຸດຍອດ ອາຊຽນ 36 ວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນຂອບເຂດນິຕິກໍາດັດປັບການເຄື່ອນໄຫວທຸກຢ່າງຢູ່ທະເລ ແລະ ມະຫາສະໝຸດ.

ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນ ຜ່ານການເຈລະຈາ ພ້ອມກັບບັນດາມາດຕະການອື່ນໂດຍສັນຕິວິທີ ຕາມກົດໝາຍສາກົນ ເພື່ອຜົນປະໂຫຍດລວມ, ເໝາະສົມກັບຄວາມໄຝຝັນຂອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ. ຫວຽດນາມ ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນຂະບວນວິວັດດັ່ງກ່າວ.

ອາເມລ ກາ ສະໜ ບສະໜ ນອາຊຽນ ເສ ມຂະຫຍາຍບ ດບາດເປ ນໃຈກາງໃນພາກພ ນ ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ ກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາອາຊຽນ ຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດເປັນປະທານກອງປະຊຸມຄັ້ງທີ 2 ຄະນະຊີ້ນຳແຫ່ງຊາດ, ຄະນະຈັດຕັ້ງ AIPA 41.

ອາເມລ ກາ ສະໜ ບສະໜ ນອາຊຽນ ເສ ມຂະຫຍາຍບ ດບາດເປ ນໃຈກາງໃນພາກພ ນ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ ໃຫ້ຂະແໜງສາທາລະນະສຸກພ້ອມກັບທົ່ວພັກ, ທົ່ວປວງຊົນຍາດໄດ້ໄຊຊະນະຕໍ່ໂລກລະບາດ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງກະຊວງສາທາລະນະສຸກ ແລະ ກຳລັງເສນາຮັກໄດ້ຮີບເຮັ່ງ, ຊີ້ນຳຢ່າງຂ້ຽວຂາດ, ສຸມທຸກແຫຼ່ງກຳລັງເພື່ອ ຕ້ານໂລກລະບາດ, ພົ້ນເດັ່ນຂຶ້ນແມ່ນຖັນແຖວແພດໝໍຢູ່ດ່ານັ້ງ, ກວາງນາມ, ເທື່ອທຽນເຫ້ວ ແລະ ໂຮງໝໍຫຼາຍແຫ່ງ, ບັນດາສະຖາບັນຄົ້ນຄວ້າ ແລະ ອື່ນໆ ໃນທົ່ວປະເທດ.

ອາເມລ ກາ ສະໜ ບສະໜ ນອາຊຽນ ເສ ມຂະຫຍາຍບ ດບາດເປ ນໃຈກາງໃນພາກພ ນ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.