ອາຊຽນປີ 2020: ການສົນທະນາທາງອອນລາຍ ລະດັບສູງ ກ່ຽວກັບການຟື້ນຕົວຫຼັງພະຍາດ COVID-19

16:30 | 31/07/2020

ຍສໝ - ທ່ານ ຫງວຽນກວກຢຸງ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ ອາຊຽນ SOM ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ທາງອອນລາຍ ລະດັບສູງ ດ້ວຍຫົວຂໍ້ “ການຟື້ນຕົວ ຫຼັງພະຍາດ COVID-19: ມຸ່ງໄປສູ່ປະຊາຄົມອາຊຽນທີ່ມີຄວາມເຂັ້ມແຂງກວ່າເກົ່າ”.

ອາຊຽນປ 2020 ການສ ນທະນາທາງອອນລາຍ ລະດ ບສ ງ ກ ຽວກ ບການຟ ນຕ ວຫ ງພະຍາດ covid 19 ແຜນ​ການ​ກະ​ທຳ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ອາ​ຊຽນ - ຍີ່​ປຸ່ນ
ອາຊຽນປ 2020 ການສ ນທະນາທາງອອນລາຍ ລະດ ບສ ງ ກ ຽວກ ບການຟ ນຕ ວຫ ງພະຍາດ covid 19 ຜູ້ຊ່ຽວຊານມາເລເຊຍ ໄດ້ຕີລາຄາສູງບົດບາດເຊື່ອມຕໍ່ອາຊຽນຂອງຫວຽດນາມ

ວັນທີ 30 ກໍລະກົດ, ໂດຍໄດ້ຮັບຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ອາຊຽນ, ທ່ານ ຫງວຽນກວກຢຸງ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຂອງອາຊຽນ SOM ຫວຽດນາມ, ປະທານກຸ່ມປະຕິບັດງານ ກ່ຽວກັບ ສະຖານະການການແພດຢ່າງສຸກເສີນ (ACCWG-PHE) ໄດ້ເຂົ້າຮ່ວມການສົນທະນາທາງອອນລາຍລະດັບສູງ ດ້ວຍຫົວຂໍ້ “ການຟື້ນຟູຫລັງການແຜ່ລະບາດ: ມຸ່ງໄປສູ່ປະຊາຄົມອາຊຽນທີ່ເຂັ້ມແຂງກວ່າເກົ່າ.”

ອາຊຽນປ 2020 ການສ ນທະນາທາງອອນລາຍ ລະດ ບສ ງ ກ ຽວກ ບການຟ ນຕ ວຫ ງພະຍາດ covid 19
ທ່ານ ຫງວຽນກວກຢຸງ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມໃນການການສົນທະນາທາງອອນລາຍລະດັບສູງ. (ພາບ: TTXVN)

ການປຶກສາຫາລືດັ່ງກ່າວ ໄດ້ຈັດຂື້ນໂດຍກອງເລຂາອາຊຽນ ເພື່ອຂໍຄຳເຫັນກ່ຽວກັບຂະບວນການພັດທະນາແຜນການໂດຍລວມຂອງອາຊຽນ ໃນການຕອບໂຕ້ ແລະ ການຟື້ນຟູຫຼັງພະຍາດ COVID-19 ຕາມການຊີ້ນຳຂອງຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ເຊິ່ງໄດ້ຈັດຂຶ້ນໃນ ເດືອນມິຖຸນາ.

ທີ່ການສົນທະນາ, ບັນດາຜູ້ຊ່ຽວຊານຈາກທະນາຄານໂລກ, ທະນາຄານພັດທະນາອາຊີ (ADB), ຄະນະກຳມະການເສດຖະກິດ ແລະ ສັງຄົມ ອາຊີປາຊີຟິກ (ESCAP), ເວທີປຶກສາຫາລືເສດຖະກິດໂລກ (WEF) ໄດ້ສະໜອງສະພາບການໂດຍລວມ ທີ່ບໍ່ມີສັນຍານເປັນຕາເບິ່ງຫຼາຍ ກ່ຽວກັບພື້ນຖານເສດຖະກິດພາກພື້ນ ແລະ ທົ່ວໂລກຫລັງຈາກການຮັບມືກັບພະຍາດ COVID-19 ເປັນເວລາຫຼາຍເດືອນ.

ໃນສະພາບການດັ່ງກ່າວ, ບັນດາຜູ້ຊ່ຽວຊານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະສານງານກະທຳລະຫວ່າງບັນດາປະເທດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງໃນການປ້ອງກັນ ແລະ ຕ້ານພະຍາດ, ກໍ່ຄືການຟື້ນຕົວຂອງພື້ນຖານເສດຖະກິດ.

ທີ່ການສົນທະນາ, ທ່ານຫງວຽນກວກຢຸງ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງການໂອ້ລົມສົນທະນາທາງອອນລາຍລະດັບສູງ ໃນຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ປະກອບສ່ວນເຂົ້າໃນການພັດທະນາກອບແຜນການຟື້ນຟູໂດຍລວມຂອງອາຊຽນ.

ຫົວໜ້າ SOM ອາຊຽນ ໄດ້ກ່າວວ່າ ຂະບວນການຟື້ນຟູເສດຖະກິດ ຄວນໄດ້ຮັບການປະຕິບັດເປັນແຕ່ລະບາດກ້າວທີ່ສຸມໃສ່ເຂົ້າໃນຂົງເຂດຕ່າງໆ, ເຊັ່ນ: ການຜະລິດ, ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ, ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ກໍ່ເນັ້ນໜັກວ່າ, ມາດຕະການຟື້ນຟູຕ້ອງໄດ້ເໝາະສົມ ກັບ ໄລຍະກາງ-ໄລຍະສັ້ນ-ໄລຍະຍາວ, ພ້ອມທັງສ້າງຄວາມດຸ່ນດ່ຽງໃຫ້ແກ່ເປົ້າໝາຍຄວບຄູ່ "ເພື່ອຄວບຄຸມພະຍາດໃຫ້ເປັນຢ່າງດີ ແລະ ຟື້ນຟູເສດຖະກິດໂດຍໄວ".

ໃນຖານະທີ່ເປັນປະທານຂອງກຸ່ມປະຕິບັດງານ ACCWG-PHE, ທ່ານຮອງລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ມີການເຂົ້າຮ່ວມ ແລະ ການປະກອບສ່ວນຂອງພາກເອກະຊົນ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມມືອາຊຽນ ໃນຂັ້ນຕອນການສ້າງ ແລະ ຮຽບຮຽງແຜນການຟື້ນຕົວໂດຍລວມຂອງອາຊຽນ. ໃນອະນາຄົດອັນໃກ້ນີ້ ແມ່ນຕ້ອງການກະກຽມຮ່າງກອບແຜນການຟື້ນຟູ.

ອາຊຽນປ 2020 ການສ ນທະນາທາງອອນລາຍ ລະດ ບສ ງ ກ ຽວກ ບການຟ ນຕ ວຫ ງພະຍາດ covid 19 ບັນດານັກຊ່ຽວຊານລັດເຊຍ ໄດ້ຕີລາຄາສູງການປະກອບສ່ວນໃຫຍ່ຂອງຫວຽດນາມ ສຳຫຼັບອາຊຽນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຂອງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (28 ກໍລະກົດ 1995 - 28 ກໍລະກົດ 2020), ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງ Moskva ໄດ້ໃຫ້ສຳພາດກັບຜູ້ຊ່ຽວຊານລັດເຊຍ Grigory Pavlovich Trofimchuk - ປະທານສະພາຊ່ຽວຊານຂອງກອງທຶນຄົ້ນຄ້ວາແນວຄວາມຄິດອາຊີ - ເອີຣົບ ກ່ຽວກັບບົດບາດ ແລະ ...

ອາຊຽນປ 2020 ການສ ນທະນາທາງອອນລາຍ ລະດ ບສ ງ ກ ຽວກ ບການຟ ນຕ ວຫ ງພະຍາດ covid 19 ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ

ຍສໝ - ນີ້ແມ່ນ ຄຳພິນິດໄສຂອງທ່ານ Ahmad Ibrahim Almutaqqi - ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊຽນຂອງສູນ Habibie (ອິນໂດເນເຊຍ) ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ປະຈຳຢູ່ ຈາກາຕາ - ອິນໂດເນເຊຍ.

ອາຊຽນປ 2020 ການສ ນທະນາທາງອອນລາຍ ລະດ ບສ ງ ກ ຽວກ ບການຟ ນຕ ວຫ ງພະຍາດ covid 19 ຫວຽດນາມ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນເປີດກ້ວາງ

ຍສໝ - ໃນວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກອງປະຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​​ປ້ອງ​ກັນ​ຊາດ ​ອາ​ຊຽນ​ເປີດ​ກ້​ວາງ (ADSOM + WG) ດ້ວຍຮູບການອອນລາຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.