ອາຊຽນ ຈັດຕັ້ງພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ

11:35 | 10/08/2020

ຍສໝ - ວັນທີ 8 ສິງຫາ, ຄະນະເລຂາອາຊຽນ ປະຈຳອິນໂດເນເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນທາງອອນລາຍ (08 ສິງຫາ 1967 – 08 ສິງຫາ 2020).

ອາຊຽນ ຈ ດຕ ງພ ທ ສະເຫ ມສະຫ ອງ 53 ປ ແຫ ງວ ນສ າງຕ ງອາຊຽນ ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມອອນລາຍ AFCDM + 3
ອາຊຽນ ຈ ດຕ ງພ ທ ສະເຫ ມສະຫ ອງ 53 ປ ແຫ ງວ ນສ າງຕ ງອາຊຽນ Foreign Policy: ຫວຽດ​ນາມ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາກ​ຢ່າງ​ດີ​ເດັ່ນ​ໃນ​ອາ​ຊຽນ

ໃນບົດກ່າວປາໄສເປີດພິທີສະເຫຼີມສະຫຼອງ, ທ່ານ Dato Lim Jock Hoi - ເລຂາທິການໃຫຍ່ອາຊຽນ ໄດ້ຢືນຢັນວ່າ, ພາຍໃຕ້ບົດບາດເປັນປະທານທີ່ເຂັ້ມແຂງ ແລະ ມີຄວາມສາມາດຂອງປະເທດຫວຽດນາມ, ອາຊຽນຍັງສຸມໃສ່ປະຕິບັດບັນດາການເຄື່ອນໄຫວສຳຄັນ ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຕົນໃນການເດີນທາງເຊື່ອມໂຍງຂອງຕົນ.

ອາຊຽນ ຈ ດຕ ງພ ທ ສະເຫ ມສະຫ ອງ 53 ປ ແຫ ງວ ນສ າງຕ ງອາຊຽນ
ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວປາໄສໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ. (ພາບ: TTXVN)

ຕາງໜ້າໃຫ້ປະເທດປະທານາອາຊຽນໃນປີ 2020, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕີລາຄາວ່າ: ເມື່ອອາຊຽນ ໄດ້ຮັບການສ້າງຕັ້ງກ່ອນນີ້ 53 ປີ, ບໍ່ມີຜູ້ໃດວາດພາບໄດ້ວ່າ ອາຊຽນ ຈະບັນລຸຜົນສຳເລັດຄືແນວນີ້. ປະຈຸບັນ, ປະຊາຄົມອາຊຽນ ໄດ້ກາຍເປັນຄອບຄົວໃຫຍ່ ດ້ວຍພົນລະເມືອງ 650 ລ້ານຄົນ ແລະ ຍອດ GDP ບັນລຸ 3.000 ຕື້ USD. ອາຊຽນ ລວມມີ 10 ປະເທດສະມາຊິກ ໄດ້ຊ່ວຍໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກການແບ່ງແຍກໄປເຖິງການປອງດອງກັນ, ຈາກການສູ້ຢັນກັນຫັນໄປການເຈລະຈາ ແລະ ຮ່ວມມື, ຈາກຄວາມທຸກຍາກ ໄປສູ່ການພັດທະນາຢ່າງຂະຫຍັນຂັນເຄື່ອນ, ຈາກວິໄສທັດ ໄປສູ່ການກະທຳ.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ກໍ່ໃຫ້ຮູ້ວ່າ, ບັນດາປະເທດໃນພາກພື້ນ ຕ້ອງເພີ່ມທະວີຄວາມມານະພະຍາຍາມ ເພື່ອສ້າງປະຊາຄົມໃຫ້ເຂັ້ມແຂງ; ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືເຈລະຈາ, ພ້ອມກັນນັ້ນຕ້ອງການຮັບປະກັນໂຄງປະກອບພາກພື້ນທີ່ເປັນໃຈກາງອາຊຽນ, ເປີດເຜີຍ, ໂປ່ງໃສ ແລະ ອີງໃສ່ກົດລະບຽບ.

ພາຍໃຕ້ການນຳພາຂອງຫວຽດນາມໃນປີນີ້, ອາຊຽນ ໄດ້ສົ່ງເສີມຈິດໃຈສາມັກຄີ ແລະ ການປັບຕົວຢ່າງຕັ້ງໜ້າ, ປະຕິບັດມາດຕະການປະສານງານເປັນຢ່າງດີ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ແລະ ຟື້ນຟູພື້ນຖານເສດຖະກິດ. ອາຊຽນ ໄດ້ນຳໜ້າບັນດາຄວາມະບຸກບືນຂອງພາກພື້ນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ COVID - 19, ປ່ຽນໃໝ່ການດຳເນີນງານ, ເຮັດໃຫ້ການພົວພັນກັບພາຍນອກເລິກເຊິ່ງ, ພ້ອມທັງຍົກສູງຖານະບົດບາດຂອງຕົນໃນສາກົນ.

ສຸດທ້າຍ, ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ, ດ້ວຍແນວທາງ “ແນວຄິດເພື່ອປະຊາຄົມ, ການກະທຳເພື່ອປະຊາຄົມ”, ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນມິດເພື່ອສ້າງອາຊຽນໄດ້ເຂັ້ມແຂງ ແລະ ສາມັກຄີ, ສັນຕິພາບ ແລະ ຈະເລີນຮຸ່ງເຮືອງໃນພາກພື້ນ ແລະ ໃນໂລກ.

ອາຊຽນ ຈ ດຕ ງພ ທ ສະເຫ ມສະຫ ອງ 53 ປ ແຫ ງວ ນສ າງຕ ງອາຊຽນ ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ

ຍ​ສ​ໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະ​ເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາ​ເວັນ​ອອກ.

ອາຊຽນ ຈ ດຕ ງພ ທ ສະເຫ ມສະຫ ອງ 53 ປ ແຫ ງວ ນສ າງຕ ງອາຊຽນ ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ

ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.

ອາຊຽນ ຈ ດຕ ງພ ທ ສະເຫ ມສະຫ ອງ 53 ປ ແຫ ງວ ນສ າງຕ ງອາຊຽນ ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມອອນລາຍ AFCDM + 3

ຍສໝ - ບັນດາທ່ານລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງຫວຽດນາມ ໄດ້ທົບທວນຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມພາຍໃຕ້ແນວທາງຍຸດທະສາດ ຂອງຂະບວນການຮ່ວມມືດ້ານການເງິນອາຊຽນ +3.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.