ອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ຄັດຄ້ານເລື່ອງຈີນສ້າງຕັ້ງບັນດາເມືອງໃໝ່ ຢູ່ ທະເລຕາເວັນອອກ

14:56 | 20/04/2020

ຍສໝ - ຕໍ່ໜ້າເລື່ອງ ລັດຖະບານຈີນ ໄດ້ປະກາດການສ້າງຕັ້ງອັນທີ່ເອີ້ນວ່າ“ເມືອງຊີຊາ” ແລະ “ເມືອງ ໜານຊາ” (ໝາຍເຖິງເຂດໝູ່ເກາະຮ່ວາງຊາຂອງຫວຽດນາມ) ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ໄດ້ຖືວ່າ ລັດຖະບານ ຟິລິບປິນ ຄວນຕ້ອງຄັດຄ້ານເລື່ອງຈີນຖະແຫຼງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງຊີຊາ ແລະ ເມືອງໜານຊາ.

ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ ຫວຽດ​ນາມ​​ຮຽກ​ຮ້ອງ​ຈີນ​ຈົ່ງ​ລົບ​ລ້າງ​ການ​ສ້າງ​ຕັ້ງ​ອັນ​ທີ່​ເອີ້​ນວ່າ ເມືອງຊີຊາ ແລະ ເມືອງ ໜານຊາ
ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ ສະມາຊິກສະພາສູງສະຫະລັດອາເມລິກາກ່າວປະນາມການກະທຳຂອງຈີນໃນເຫດຕຳເຮືອຫາປາຫວຽດນາມ ຈົມນ້ຳ ຢູ່ ທະເລຕາເວັນອອກ
ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ
ທ່ານ Albert del Rosario ອະດີດລັດຖະມົນຕີການຕ່າງປະເທດຟີລິບປິນ.(ພາບ:Reuters)

ທ່ານ Albert del Rosario ໄດ້ເນັ້ນໜັກວ່າ ຟີລິບປິນຕ້ອງຍົກສູງສະຕິລະວັງຕົວກັບບັນດາການກະທຳຫ່ວາງມໍ່ໆມານີ້ຂອງຈີນຢູ່ທະເລຕາເວັນອອກ, ພິເສດເມື່ອທົ່ວໂລກພວມຕ້ອງປະເຊີນໜ້າກັບໂລກລະບາດ Covid – 19. ຈີນໄດ້ສວຍໃຊ້ໂອກາດທີ່ປະສົບກັບຄວາມຫຍຸ້ງຍາກນີ້ ເພື່ອສືບຕໍ່ປະຕິບັດບັນດາການຮຽກສິດທີ່ຜິດກົດໝາຍ, ໂດຍສືບຕໍ່ແຜ່ອຳນາດຢູ່ທະເລຕາເວັນອອກ, ບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຊົນຟີລິບປິນເວົ້າສະເພາະ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກ ເວົ້າລວມເມື່ອໄດ້ຕັ້ງສະຖານີຄົ້ນຄ້ວາ 2ແຫ່ງ ແລະ ເຮັດໃຫ້ເຮືອຫາປາຂອງຫວຽດນາມ ຈົມຢູ່ທະເລຕາເວັນອອກໃນເວລາທີ່ຜ່ານມາ.

ກະຊວງບໍລິຫານຈີນ ໄດ້ອອກແຈ້ງການເມືອວັນທີ 18 ເມສາ ເຊິ່ງໃຫ້ຮູ້ວ່າ, ລັດຖະບານ ຈີນເມື່ອບໍ່ດົນມານີ້ ໄດ້ອະນຸມັດຜ່ານຂໍ້ຕົກລົງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ "ນະຄອນຕ້າມຊາ” ແຂວງໄຮໜານ. ນີ້ແມ່ນການກະທຳທີ່ໄດ້ລະເມີດກົດໝາຍສາກົນ, ພິເສດແມ່ນລະເມີດອະທິປະໄຕທີ່ບໍ່ອາດໂຕ້ຖຽງໄດ້ຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ, ກະຊວງບໍລິຫານຂອງຈີນຍັງມີການກະທຳຢ່າງບັງອາດເຊິ່ງໄດ້ກຳນົດວ່າ ສຳນັກງານຂອງອັນທີ່ເອີ້ນວ່າ “ເມືອງເກາະ ຊີຊາ” ຈະຕັ້ງຢູ່ເກາະ ຝູເລິມ ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງ ຫວຽດນາມ; ສຳນັກງານຂອງອັນທີ່ເອີ້ນວ່າ “ເມືອງເກາະໜານຊາ” ຈະຖືກຕັ້ງຢູ່ຫາດດອນຫີນ ຈື໊ເທິບ ຂຶ້ນກັບໝູ່ເກາະເຈືອງຊາຂອງ ຫວຽດນາມ.

ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ
ເກາະຝູເລິມຂຶ້ນກັບໝູ່ເກາະເຈືອງຊາຂອງ ຫວຽດນາມ ຖືກຈີນຢຶດຄອງຢ່າງຜິດກົດໝາຍ (ພາບ: CSIS/AMTI)

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີແຈ້ງວ່າ: ດັ່ງທີໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວວ່າ ຫວຽດນາມມີພື້ນຖານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມທີ່ມີ ຕໍ່ 2 ໝູ່ເກາະເຈືອງຊາ, ຮ່ວາງຊາເຊິ່ງສອດຄອງກັບກົດໝາຍສາກົນ. ຕາມນັ້ນແລ້ວ, ການເຄື່ອນໄຫວທຸກຢ່າງຢູ່ 2 ໝູ່ເກາະນີ້ກໍ່ຕ້ອງໄດ້ຮັບອະນຸຍາດຈາກ ຫວຽດນາມ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປະຕິເສດຢ່າງແຮງ ການສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ແລະ ບັນດາການກະທຳທີ່ກ່ຽວຂ້ອງຍ້ອນໄດ້ລະເມີດອະທິປະໄຕຂອງຫວຽດນາມ, ບໍ່ມີຄຸນຄ່າ ແລະ ບໍ່ໄດ້ຮັບຮູ້, ບໍ່ມີຜົນປະໂຫຍດຕໍ່ການພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ກໍ່ຄວາມສັບສົນຂຶ້ນຕື່ມຢູ່ເຂດທະເລຕາເວັນອອກ, ພາກພື້ນ ແລະ ໂລກ.

ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ ສະຖານທູດຫວຽດນາມ ປະຈຳ ການາດາເຕືອນປະຊາຊົນໃຫ້ລະວັງສໍາລັບການບິນທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ເຕືອນພົນລະເມືອງຫວຽດນາມ ບໍ່ໃຫ້ດຳເນີນທຸລະກຳ ດ້ານການເງິນກັບອົງການຈັດຕັ້ງ ຫຼື ບຸກຄົນທີ່ຢືມໃນນາມຂອງບັນດາອົງການຕົວແທນຕ່າງໆເພື່ອຈັດແຈງການບິນທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານ.

ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ ສະມາຊິກສະພາສູງ Tom Cotton, ອາເມລິກາ: ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຈາກບັນດາໝູ່ເພື່ອນ ຢູ່ ປະເທດຫວຽດນາມ ຢ່າງຕະຫຼອດໄປ

ຍສໝ - ທ່ານ Tom Cotton ສະມາຊິກສະພາສູງລັດ Arkansas ຂອງສະຫະລັດອາເມລິກາ ໄດ້ສືບຕໍ່ສະແດງຄວາມຂອບອົກຂອບໃຈ ຕໍ່ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອສະຫະລັດອາເມລິກາໃນໄລຍະການແຜ່ລະບາດຂອງ ໂລກພະຍາດ COVID - 19.

ອະດ ດລ ດຖະມ ນຕ ການຕ າງປະເທດ ຟ ລ ບປ ນ ຄ ດຄ ານເລ ອງຈ ນສ າງຕ ງບ ນດາເມ ອງໃໝ ຢ ທະເລຕາເວ ນອອກ ຫວຽດນາມ ສະເໜີໃຫ້ບັນດາປະເທດຈົ່ງເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ.

ໄຊພອນ

ເຫດການ
302 Found

Found

The document has moved here.