ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ຈະສືບຕໍ່ມີຫຼາຍກຸ່ມບໍລິສັດຂອງ ອິນເດຍ ເຂົ້າມາລົງທຶນຢູ່ ຫວຽດນາມ ແລະ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນນະໂຍບາຍ “ການເຄື່ອນໄຫວມຸ່ງໄປສູ່ທາງທິດຕາເວັນອອກ” ແລະ ຫວັງວ່າ ອິນເດຍ ສືບຕໍ່ສະໜັບສະໜູນທາງດ້ານຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບທະເລຕາເວັນອອກ.
ພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ (2/9/1945-2/9/2022) ໂດຍສະຖານທູດຫວຽດນາມ ປະຈໍາ ອາເມລິກາ ຈັດຕັ້ງໃນຕອນເຊົ້າວັນທີ 16 ກັນຍາ.
ນະທີ່ນີ້, ທ່ານ ມອນໄຊ ລາວມົວຊົ່ງ ຢັ້ງຢືນວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ ປະຕິບັດການຊີ້ນຳຂອງການນຳສອງປະເທດ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອການພົວພັນ ຫວຽດນາມ - ລາວ ຢ່າງແໜ້ນແຟ້ນ.
ຕອນບ່າຍວັນທີ 13 ກັນຍາ, ຢູ່ທີ່ສຳນັກງານສູນກາງຊາວໜຸ່ມ (ຮ່າໂນ້ຍ), ສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມີການພົບປະກັບສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ (18/07 /1977 – 18/07/2022), ຕອນບ່າຍວັນທີ 14/9, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແລະ ຜູ້ຕາງໜ້າຊາວໜຸ່ມ ຫວຽດນາມ ແລະ ລາວ.
ຮ່າໂນ້ຍ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສ. ເກົາຫຼີ ພວມລົງທຶນຢູ່ນະຄອນ.
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ ອ໋ວາງຢົວເຈ໋ຍ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສອງປະເທດຄວນຕັ້ງໜ້າຮ່ວມມື.
ຕອນເຊົ້າວັນທີ 11 ກັນຍາ, ທ່ານ ກາວວັນຈ໊ອງ ຮອງປະທານສະຫະພັນບານເຕະຫວຽດນາມ (VFF) ໄດ້ພົບປະ, ໂອ້ລົມ, ໃຫ້ກໍາລັງໃຈສະມາຊິກ ທີມບານເຕະ U.20 ຫວຽດນາມ ກ່ອນທີ່ເດີນທາງໄປອິນໂດເນເຊຍ ເຂົ້າຮ່ວມຮອບຄັດເລືອກການແຂ່ງຂັນບານເຕະ U.20 ອາຊີ 2023 ທີ່ຈະດໍາເນີນໃນລະຫວ່າງວັນທີ 14-18 ກັນຍາ.
ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.
ໃນລະຫວ່າງວັນທີ 10 - 13 ກັນຍາ, ຢູ່ Sydney (ອົດສະຕາລີ), ຄະນະຜູ້ແທນແຂວງດົ່ງນາຍ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ, ສົ່ງເສີມການຄ້າລະຫວ່າງບັນດາວິສາຫະກິດດົ່ງນາຍ ແລະວິສາຫະກິດອົດສະຕາລີ.
ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ເອຢິບຕື່ມອີກ.
ເວທີປາໄສນີ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການເຕື້ອງເຖິງຢ່າງຕັ້ງໜ້າທີ່ສຸດທີ່, ໃນນັ້ນມີ ຫວຽດນາມ.
ທີ່ການຕ້ອນຮັບດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ເອກອັກຄະລັດຖະທູດ ບັນດາປະເທດຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ພັດທະນາສາຍພົວພັນສອງຝ່າຍກັບບັນດາປະເທດໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດ ແລະ ການຄ້າໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການທີ່ມີລັກສະນະທົ່ວໂລກ, ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ.
ຕອນບ່າຍວັນທີ 6 ກັນຍາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 5 – 7 ກັນຍາ.
ຕອນເຊົ້າວັນທີ 6 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ສິງຫາ ແລະ ໄລຍະ 8 ເດືອນຕົ້ນປີ 2022. ໃນເດືອນ ສິງຫາ ແລະ 8 ເດືອນຕົ້ນປີ 2022, ສະພາບການເສດຖະກິດ - ສັງຄົມ ສືບຕໍ່ມີສະຖຽນລະພາບ ແລະ ມີສັນຍານເປັນໜ້າຊື່ນຊົມໃນເກືອບທຸກຂົງເຂດ.
ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຕີລາຄາສູງຄວາມໝາຍຂອງຫົວຂໍ້ເຊິ່ງຂະແໜງການສຶກສາໄດ້ເລືອກເຟັ້ນໃຫ້ປີນີ້, ນັ້ນແມ່ນ “ສາມັກຄີ, ມີຫົວຄິດປະດິດສ້າງ, ອອກແຮງສູ້ຊົນປະຕິບັດສຳເລັດໜ້າທີ່ ແລະ ຄາດໝາຍປ່ຽນແປງໃໝ່, ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງໃຫ້ເປັນຢ່າງດີ”.
ຍສໝ - ທ່ານພົນຈັດຕະວາ ປອ. ຫງວຽນຮວ່າງຍຽນ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົບ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ໄດ້ປະ ກອບຄວາມຮູ້ພື້ນຖານກ່ຽວກັບວິທີການຄົ້ນຄວ້າປະຫວັດສາດການທະຫານ, ພ້ອມກັບບາງບົດຮຽນ, ພຶດຕິກໍາຕົວຈິງທີ່ມີຄ່າກ່ຽວກັບວຽກງານຄົ້ນຄວ້າ ແລະ ຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃນກອງທັບປະຊາຊົນຫວຽດນາມ ຫວ່າງມໍ່ໆມານີ້...
ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ພົບປະກັບທ່ານ Amandeep Singh Gill ຮອງເລຂາທິການໃຫຍ່ ສປຊ, ທູດພິເສດຂອງເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບເຕັກໂນໂລຢີ.
ຕອນເຊົ້າວັນທີ 2 ກັນຍາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫ້ວ ໄດ້ຈັດການແຂ່ງຂັນຊ່ວງເຮືອປະເພນີຢູ່ແມ່ນ້ຳ ເຮືອງ. ການແຂ່ງຂັນມີເຮືອຊ່ວງ 9 ລຳເຂົ້າຮ່ວມ ດ້ວຍສີພາຍທັງຊາຍ ແລະ ຍິງກວ່າ 300 ຄົນຂອງບັນດາທ້ອງຖິ່ນເຂດແມ່ນ້ຳຢູ່ບໍລິເວນແຂວງດັ່ງກ່າວ.
ຍສໝ - ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 8 ເດືອນຂອງປີ 2022, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸປະມານ 66,2 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຈຳນວນນັ້ນ, ມູນຄ່າການສົ່ງອອກຄາດວ່າປະມານ 36,3ຕື້ USD, ເພີ່ມຂຶ້ນ 13%.
World Travel Awards 2022 ແມ່ນລາງວັນທີ່ມີຊື່ສຽງແຖວໜ້າໂລກໃນຂົງເຂດ ທ່ອງທ່ຽວ ປຽບເໝືອນດັ່ງລາງວັນ Oscar ຂອງຂະແໜງງທ່ອງທ່ຽວໂລກ ເພື່ອແນໃສ່ຮັບຮອງ, ຍ້ອງຍໍຊົມເຊີຍ ແລະ ເຊີດຊູຜູ້ທີ່ມີຊື່ສຽງດີເດັ່ນແຖວໜ້າໃນທຸກຂົງເຂດຂອງຂະແໜງທ່ອງທ່ຽວທົ່ວໂລກ.
ເອກະລາດ - ເສລີພາບ - ສັນຕິສຸກ ແມ່ນ ສິດຂອງມະນຸດສູງທີ່ສຸດ ຕາມລັດຖະທຳມະນູນ ສປຊ ແລະ ສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ, ແຕ່ສິດດັ່ງກ່າວນັ້ນໄດ້ປະຕິບັດກໍ່ຕໍ່ເມື່ອປະເທດມີເອກະລາດ. ຍ້ອນວ່າບັນດາຄຸນຄ່າອັນສູງສົ່ງນັ້ນ, ໃນຕະຫຼອດໄລຍະປະຫວັດສາດ, ມວນມະນຸດກ້າວໜ້າ, ໃນນັ້ນມີປະຊາຊົນຫວຽດນາມ, ບໍ່ໄດ້ຫວາດຫວັ່ນຕໍ່ການເສຍສະຫຼະ, ຄວາມທຸກຍາກລຳບາກເພື່ອຕໍ່ສູ້ຍາດເອົາເອກະລາດ. ນັບແຕ່ວັນທີ 2 ກັນຍາ ປີ 1945 ມາຮອດປັດຈຸບັນ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍອັນສູງສົ່ງນັ້ນ.
ຍສໝ - ໃນລະຫວ່າງວັນທີ 29 – 31 ສິງຫາ, ຢູ່ບາງກອກ, ໄທ, ໄດ້ດຳເນີນກອງປະຊຸມປະຕິບັດກົດໝາຍໃນຂົງເຂດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໂດຍຫ້ອງການອົງການປ້ອງກັນ, ຕ້ານອາດຊະຍາກຳຂອງ ສປຊ (UNODC) ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ, ຄະນະກຳມະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ໄທ ແລະ ກະຊວງຍຸຕິທຳ ສ.ເກົາຫຼີ ຮ່ວມຈັດຕັ້ງ.
ສູນການແພດ ຍີ່ປຸ່ນ T-Matsuoka ໄດ້ເປີດນຳໃຊ້ໃນວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ດ້ວຍຍອດເງິນລົງທຶນຂຶ້ນເຖິງ 8 ລ້ານ USD. ສູນຈະຜັນຂະຫຍາຍປະຕິບັດຂັ້ນຕອນການກວດປິ່ນປົວພະຍາດ, ຖືກຕ້ອງຕາມມາດຖານ ຍີ່ປຸ່ນອາດຈະໜູນຊ່ວຍບັນດາຄົນເຈັບທີ່ກວດພົບມະເຮັງໂດຍໄວ, ເພື່ອມີວິທີການປິ່ນປົວຢ່າງທັນການ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ.
ຫວ່າງແລ້ວນີ້, ໄດ້ດຳເນີນວັນບຸນຂໍ້ມູນ - Information Day ເພື່ອແນໃສ່ມຸ່ງໄປເຖິງການກຳນົດທິດ ແລະ ແກ້ຂໍ້ຕິດຂັດຂອງບັນດານັກສຶກສາທີ່ກ່ຽວຂ້ອງເຖິງການເສັງຄວາມສາມາດໜຸ່ມ logistics ຫວຽດນາມ ປີ 2022.
ຍສໝ - ດ້ວຍວິທີເຮັດແບບໃໝ່, ຊາວເຜົ່າ ຂະແມຢູ່ ຈາວິງ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍອາຊີບດັ່ງເດີມ, ຄື: ປູກຜັກ, ເຄື່ອງຖະກຳຈັກສານ...
ຫວ່າງແລ້ວນີ້, ກອງປະຊຸມທົບທວນຄືນສົນທິສັນຍາຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT) ຄັ້ງທີ 10 ໄດ້ສິ້ນສຸດລົງພາຍຫຼັງດຳເນີນເປັນເວລາເກືອບ 4 ອາທິດຢູ່ສຳນັກງານໃຫຍ່ສະຫະປະຊາຊາດ (ນິວຢອກ, ອາເມລິກາ) ດ້ວຍການປຶກສາຫາລືຢ່າງກວ້າງຂວາງກ່ຽວກັບບັນດາຫົວຂໍ້ໃໝ່ໃນ 3 ເສົາຄ້ຳຕົ້ນຕໍຂອງສົນທິສັນຍາ, ຄື: ການຫຼຸດຜ່ອນອາວຸດນິວເຄຼຍ, ຫ້າມເຜີຍແຜ່ອາວຸດນິວເຄຼຍ ແລະການນຳໃຊ້ເຕັກໂນໂລຢີນິວເຄຼຍເພື່ອຈຸດປະສົງສັນຕິພາບ.
ດ້ວຍບັນດາແຫຼ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນຫຼາຍຂົງເຂດ, ດົ່ງທາບ ຈະສືບຕໍ່ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ວິສາຫະກິດສອງແຂວງ ອາດຈະເຊື່ອມຕໍ່...