ຍສໝ - ເນື່ອງໃນໂອກາດທ່ານ Anthony Rota ສືບຕໍ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາຕໍ່າ ການາດາ, ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ.
ຍສໝ - ການມອບວັກຊີນ 500.000 ໂດສ ໂດຍ ອາກຊັງຕິນ ແມ່ນການໜູນຊ່ວຍແທດຈິງໃຫ້ແກ່ຫວຽດນາມ ໃນບັນດາຄວາມມານະພະຍາຍາມເລັ່ງການສັກວັກຊີນ ແລະ ຄວບຄຸມໂລກລະບາດໂຄວິດ-19 ໂດຍໄວ.
ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ການນຳສອງປະເທດໄດ້ເຫັນດີຈະເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະ ທ້ອງຖິ່ນສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ຍສໝ - ຫວຽດນາມ ຍາມໃດກໍ່ຖືບົດບາດຂອງ ວັດທະນະທຳເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງວັດທະນະທຳໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ແລະ ສ້າງສາປະເທດຊາດ.
ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດປະສານກັບອົງການເຄື່ອນຍ້າຍຖິ່ນຖານສາກົນ (IOM) ຈັດຕັ້ງກອງປະຊຸມທົບທວນສະພາບການຈັດຕັ້ງປະຕິບັດຂໍ້ຕົກລົງລະດັບໂລກກ່ຽວກັບການເຄື່ອນຍ້າຍຖິ່ນຖານຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຕາມຮູບແບບໂດຍກົງປະສົມປະສານກັບທາງໄກອອນລາຍ.
ຕອນບ່າຍວັນທີ 25 ພະຈິກ (ຕາມເວລາຢູ່ຍີ່ປຸ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງອອກຈາກສະໜາມບິນສາກົນ Haneda (ໂຕກຽວ) ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 22 – 25 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢ່າງຈົບງາມ.
ຍສໝ - ເວັບໄຊສະເພາະກິດກ່ຽວກັບ ຫຼັບຊັບ Borse-online.de ຂອງເຢຍລະມັນ ໃນວັນທີ 22 ພະຈິກ ໄດ້ມີບົດຂຽນຕີລາຄາສູງກາລະໂອກາດປະສົບຜົນສຳເລັດຂອງຕະຫຼາດຫຼັບຊັບ ແລະ ພື້ນຖານເສດຖະກິດ ຫວຽດນາມ, ຄາດວ່າ ອັດຕາການເຕີບໂຕດ້ານເສດຖະກິດຫວຽດນາມ ຈະບັນລຸໄດ້ 8% ໃນປີຈະມາເຖິງ…
ຍສໝ - ສີສັນວັດທະນະທຳແມ່ນປັດໄຈຫຼັກແຫຼ່ງສ້າງເປັນວັດທະນະທຳຊາດ, ມັນປຽບເໝືອນ ຊຸດແຢນ ດ້ວຍບັນດາຄຸນຄ່ານາມມະທຳທີ່ເປັນເອກະລັກສະເພາະ ແລະ ມີລັກສະນະແບບຍືນຍົງທີ່ສຸດ ເພື່ອກຳນົດ ຫຼື ຈຳແນກປະເທດ ແລະ ຊົນຊາດ.
ຍສໝ - ສູນຮັບມືສຸກເສີນທາງໄຊເບີ ຫວຽດນາມ (VNCERT/CC) ທີ່ຂຶ້ນກັບກົມຄວາມປອດໄພທາງຂໍມູນຂ່າວສານ, ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ໄດ້ສ້າງຕັ້ງ ແລະ ນຳມາເຄື່ອນໄຫວເປັນທາງການຖານຂໍ້ມູນເອເລັກໂຕນິກຕ້ານສະກັດກັ້ນຂໍ້ຄວາມຂີ້ເຫຍື້ອ, ຈົດໝາຍເອເລັກໂຕນິກຂີ້ເຫຍື້ອ, ການໂທຂີ້ເຫຍື້ອໃນທີ່ຢູ່ chongthurac.vn.
ຍສໝ - ຫວ່າງແລ້ວນີ້, ແຂວງບິ່ງເຟືອກ ໄດ້ຜັນຂະຫຍາຍການສັກວັກຊິນໃຫ້ເດັກອາຍຸ 16 -17 ປີ.
ຍສໝ - ວັນທີ 22 ພະຈິກ, ກະຊວງປ້ອງກັນປະເທດ ໄດ້ຕັດສິນມອບຄຳຕັດສິນຂອງທ່ານປະທານປະເທດ ໃຫ້ແກ່ນາຍທະຫານ 12 ຄົນພວມປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (UNMISS) ແລະ ອາບຟຼິກກາງ, ໃນນັ້ນມີນາຍທະຫານຍິງ 2 ຄົນ.
ຍສໝ - ການສູ້ຊົນເຮັດໃຫ້ຕະຫຼາດຫຼັກຊັບຫວຽດນາມ ກາຍເປັນໜຶ່ງໃນ 4 ຕະຫຼາດໃຫຍ່ຂອງພາກພື້ນ ອາຊຽນ ແມ່ນເປົ້າໝາຍຂອງຜູ້ຕາງໜ້າກະຊວງການເງິນ ໄດ້ແຈ້ງໃຫ້ຊາບທີ່ການສົນທະນາແລກປ່ຽນກ່ຽວກັບ “ຕະຫຼາດຫຼັກຊັບ: ເປີດແຫຼ່ງທຶນໃຫ້ແກ່ວິສາຫະກິດ - ຊ່ອງທາງລົງທຶນສ້າງກຳໄລ ແລະ ສະສົມຊັບສິນ” ທີ່ຈັດຕັ້ງ ໂດຍໜັງສືພິມການລົງທຶນ ສົມທົບກັບຄະນະກຳມະການຫຼັກຊັບ ໃນຕອນເຊົ້າວັນທີ 19 ພະຈິກ ຢູ່ຮ່າໂນ້ຍ.
ຍສໝ - ໃນຕອນເຊົ້າວັນທີ 22 ພະຈິກນີ້, ຕູ້ຄອນເທນເນີຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດຂອງຫວຽດນາມ ໄດ້ສົ່ງອອກໄປຍັງເອີລົບ ດ້ວຍຈຳນວນ 200.000 ກ່ອງ.
ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຢັ້ງຢືນວ່າ: ບັນດາກະຊວງ, ອົງການສຳນັກງານ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ຕັ້ງຫນ້າ, ເປັນເຈົ້າການ ຜັນຂະຫຍາຍປະຕິບັດ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງຫວຽດນາມໃນການຜັນຂະຫຍາຍຂໍ້ຕົກລົງ GCM.
ໃນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດອະທິບາຍບາງມາດຕາຂອງ ກົດໝາຍອາຍາ.
ໂດຍຕອບສະໜອງ “ວັນທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ”, ຕອນຄ່ຳວັນທີ 21 ພະຈິກ, ຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບໍລິສັດລົດ ໂອໂຕ Toyota ຫວຽດນາມ ໄດ້ຈັດພິທີອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ.
ຍສໝ - ຫວ່າງແລ້ວນີ້, ໜັງສືພິມ Daily Mail (ອັງກິດ) ໄດ້ມີບົດວິເຄາະວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາເລື່ອງເລົ່າໃນຄວາມສຳເລັດທາງດ້ານເສດຖະກິດຂອງໂລກ
ຍສໝ - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ນະຄອນໂຮ່ຈິມິນ ຕ້ອງຟື້ນຟູເສດຖະກິດ ແລະ ນຳເອົາຖານະບົດບາດ, ພາບລັກຂອງນະຄອນຄືນມາໃນທຸກດ້ານ.
ຍສໝ - ຫວ່າງແລ້ວນີ້, ການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ມີການເຮັດວຽກກັບ ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ, ເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວພົວພັນມິດຕະພາບ, ການຮ່ວມມືໃນໄລຍະຈະມາເຖິງ, ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ (07/01/1972 - 07/01/2022).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງສັບປະດາເຄືອຂ່າຍ Startup ແຫ່ງຊາດປີ 2021, ວັນທີ 18 ພະຈິກ, ວາລະສານເວທີປາໄສວິສາຫະກິດ, ຫ້ອງການການຄ້າ ແລະ ເຕັກໂນໂລຢີ ຫວຽດນາມ (VCCI) ໄດ້ຈັດຕັ້ງ ເວທີປາໄສ Startup ສາກົນ: ວິສາຫະກິດໜຸ່ມ ແລະ ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ຍສໝ - ບັນຊີລາຍຊື່ Top 5 ຜູ້ເຂົ້າປະກວດ ໄດ້ຮັບການຕີລາຄາສູງທີ່ສຸດ ໂດຍຄະນະຈັດຕັ້ງປະກາດກ່ອນທີ່ຈະດຳເນີນການປະກວດຢ່າງເປັນທາງການ. ບັນຊີລາຍຊື່ລວມມີ ນາງງາມ ຫວຽດນາມ, ນາງງາມ ກຳປູເຈຍ, ນາງງາມ ອິນໂດເນເຊຍ, ນາງງາມຟີລິບປິນ, ນາງງາມ ກົວເຕມາລາ.
ທ່ານ ເຈິ່ນກວາງເຟືອງ ສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ສົມທົບກັບສະພາປະຊາຊົນແຂວງ ລວບລວມ ຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສົ່ງເຖິງໃຫ້ອົງການທີ່ມີໜ້າທີ່ຮັບຜິດຊອບ ແກ້ໄຂໃຫ້ເຖິງຖອງ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ.
ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ຍສໝ - ເພື່ອໜູນຊ່ວຍບັນດາການເຄື່ອນໄຫວເບື້ອງຕົນ, ADB ຈະນຳໃຊ້ບັນດາແຫຼ່ງໜູນຊ່ວຍດ້ານເຕັກນິກ ແລະ ລະດົມບັນດາແຫຼ່ງທຶນຕ່າງໆຕື່ມອີກ, ໃນນັ້ນ, ລັດຖະບານ ອົດສະຕາລີ ຢັ້ງຢືນການໜູນຊ່ວຍງົບປະມານໃຫ້ແກ່ການສ້າງຍຸດທະສາດ ແລະ ວິວັດການຫັນເປັນພະລັງງານຂຽວຂອງ PVN,
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2021 – 2022 ແລະ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ພວມດຳເນີນຢູ່ເຂດຊຸມຊົນແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນຄວາມມານະພະຍາຍາມສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດອັນລ້ຳຄ່າຂອງຊາດ ຫວຽດນາມ. ໃນສະພາບການປັດຈຸບັນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນລະດັບສູງ, ສ້າງກຳລັງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 590.000 ຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 7.500 ຄົນ ແລະ ລັດເຊຍ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ຫຼາຍກ່ວາ 1.200 ຄົນ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຊວັນຕວຽນ ໄດ້ຕາງໜ້າ ກະຊວງສາທາລະນະສຸກ ຕ້ອນຮັບວັກຊິນກັນໂຄວິດ - 19 AstraZeneca 50.000 ໂດສ ຂອງ ສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ.