ການຫັນບັນດາການເຄື່ອນໄຫວວັດທະນະທຳສິລະປະໃນຫໍສະໝຸດ, ຫໍພິພິທະພັນ, ປູຊະນີຍະສະຖານ, ການສະແດງສິລະປະເປັນດີຈີຕອນ ພວມແມ່ນທ່າອ່ຽງພັດທະນາຂອງຂະແໜງວັດທະນະທຳ. ໂດຍຜ່ານເຕັກໂນໂລຊີດີຈີຕອນບັນດາການເຄື່ອນໄຫວວັດທະນະທຳສິລະປະໄດ້ແຜ່ກະຈ່າຍສູ່ມວນຊົນໂດຍອີງໃສ່ເຕັກໂນໂລຊີນີ້
ຍສໝ - ທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 15 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Motegi Toshimitsu ໃຫ້ຮູ້ວ່າ, ວັກຊີນ AstraZeneca ຂອງອັງກິດ ຈຳນວນ ໜຶ່ງຕື້ ໂດສ ທີ່ຜະລິດຢູ່ຍີ່ປຸ່ນມາຮອດຫວຽດນາມໃນຕອນບ່າຍວັນທີ 16 ມິຖຸນາ.
ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ອັກຊັງຕິນ, ນິວເຊີແລນ, ປາກິສຖານ, ຣູມານີ ເຂົ້າຍືນສານຕາຕັ້ງ ປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ຍສໝ - ຮອດທ້າຍເດືອນກໍລະກົດປີ 2021, ຄາດວ່າ ປະລິມານໝາກລິ້ນຈີ່ແກ່ນນ້ອຍທີ່ນຳເຂົ້າຈາກຫວຽດນາມ ຈະສູງເຖິງ 100 ໂຕນ.
ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກວ່າ: ເລື່ອງລັດຖະບານຍີ່ປຸ່ນ ຕົກລົງຈະສະໜອງວັກຊິນ 1 ລ້ານໂດສ ໃຫ້ແກ່ຫວຽດນາມ ຊື່ງເປັນການພິສູດໃຫ້ແກ່ນ້ຳໃຈມິດຕະພາບທີ່ເລິກເຊິ່ງ ລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ.
ຍສໝ - ຕາມທ່ານຫຽບແລ້ວ, ໜຶ່ງໃນບັນດາເຫດຜົນທີ່ເຮັດໃຫ້ໂຄງການສັກວັກຊິນກັນໂຄວິດ - 19 ຂອງຫວຽດນາມຍັງບໍ່ທັນໄດ້ຮັບການຍູ້ໄວໃນໄລຍະທີ່ຜ່ານມາແມ່ນຍ້ອນຂາດເຂີນແຫຼ່ງສະໜອງວັກຊິນໃນໂລກ. ເຖິງຢ່າງໃດກໍ່ຕາມ, ບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ (VNVC) ກໍໄດ້ສັ່ງຊື້ວັກຊິນຂອງບໍລິສັດ AstraZeneca 30 ລ້ານໂດສໃນປີ 2020, ແຕ່ວ່າແຫຼ່ງສະໜອງຈາກສັນຍານີ້ມາຮອດປັດຈຸບັນຍັງຖືກຈຳກັດຢູ່.
ຍສໝ - ໃນໄລຍະທີ່ຜ່ານມາການຄ້າເອເລັກໂຕນິກ ໄດ້ປະກອບສ່ວນເຂົ້າໃນການນຳຫວຽດນາມກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດໃນພາກພື້ນອາຊຽນ. ການຄ້າເອເລັກໂຕນິກຊ່ວຍໃຫ້ວິສາຫະກິດເປີດກ້ວາງການຕະຫຼາດ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ເພີ່ມກຳໄລ, ເຮັດໃຫ້ການຊຳລະໄວຂຶ້ນ…
ທິມບານເຕະແຫ່ງຊາດຫວຽດນາມເອົາຊະນະຕໍ່ ທິມບານເຕະແຫ່ງຊາດມາເລເຊຍ 2 ປະຕູຕໍ່ 1 ໃນການແຂ່ງຂັນຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ ຊຶ່ງຈັດຂຶ້ນໃນຄ່ຳຄືນວັນທີ 11 ມິຖຸນາ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ປີປະຕິບັດລາຍການ “ທຸງຊາດ 1 ລ້ານຜືນພ້ອມກັບຊາວປະມົງຕິດແທດກັບທະເລ” ໂດຍໜັງສືພິມຜູ້ອອກແຮງງານ ລິເລີ່ມ, ວັນທີ 10 ມິຖຸນາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ສົ່ງທຸງຊາດ 5.000 ຜືນໄປມອບໃຫ້ຊາວປະມົງຢູ່ເຂດທະເລ, ໝູ່ເກາະໃນທົ່ວປະເທດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ Prak Sokhonn ໄດ້ສະແດງຄວາມຊົມເຊີຍຜົນສຳເລັດດ້ານເສດຖະກິດ - ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.
Vietnam Report ຈະຄັດເລືອກບັນດາບໍລິສັດທີ່ມີມາດຖານຢ່າງຄົບຖ້ວນ ເພື່ອຈັດອັນດັບຕາມ 4 ດັດຊະນີ: ລາຍຮັບ, ກຳໄລ, ຊັບສິນ ແລະ ການຫັນເປັນທຶນໃນຕະຫຼາດຢ່າງໜ້ອຍສຸດ 500 ຕື້ດົ່ງ.
ຍສໝ - ເມື່ອທຽບໃສ່ກັບຂໍ້ກຳນົດທີ່ພວມໄດ້ຮັບການປະຊາດໃຊ້ຄືໃນປັດຈຸບັນ, ກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມໄດ້ຜ່ອນຜັນເງື່ອນໄຂໃຫ້ແກ່ວິສາຫະກິດ, ຫຼຸດຜ່ອນອັດຕາແຮງງານທີ່ຕ້ອງຢຸດຕິການເຮັດວຽກ, ໂຈະສັນຍາແຮງງານ, ພັກເຮັດວຽກໂດຍບໍ່ມີເງິນເດືອນແຕ່ 20% ລົງເຫຼືອ 10%.
ຫວຽດນາມ ກໍາລັງນໍາໜ້າກຸ່ມ G ດ້ວຍ 14 ຄະແນນ, ເປັນທ່າໄດ້ປຽບທີ່ດີກ່ອນທີ່ຈະແຂ່ງຂັນກັບທີມມາເລເຊຍ ໃນວັນທີ 11 ມິຖຸນາ 2021 ຈະມາເຖິງ.
ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ຫ໋າຍເຢືອງແລ້ວ, ຮອດວັນທີ 31 ພຶດສະພາ, ແຂວງໄດ້ເກັບກູ້ ແລະ ຈຳຫນ່າຍ ໝາກລິ້ນຈີ່ ປະມານ 29.000 ໂຕນ. ໃນຈຳນວນດັ່ງກ່າວ, ສົ່ງອອກໄປຍັງ ຈີນ, ລາວ, ກຳປູເຈຍ ປະມານ 15.000 ໂຕນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີນວັນເຊີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວລັດຖະບານເປັນປະຈຳ ໃນເດືອນພຶດສະພາ. ສັກຢາວັກຊີນ. ໃນກອງປະຊຸມ, ໜຶ່ງໃນບັນຫາທີ່ສະມາຊິກລັດຖະບານສຸມໃສ່ພິຈາລະນາ ແມ່ນກ່ຽວຂ້ອງກັບວັກຊີນປ້ອງກັນ ແລະ ຕ້ານ COVID-19.
ຍສໝ - ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ວົງເງິນການນຳເຂົ້າສົ່ງອອກສິນຄ້າ ໃນເດືອນ ພຶດສະພາ ເພີ່ມຂຶ້ນ 35,6%, ໃນນັ້ນ ເຂດເສດຖະກິດພາຍໃນປະເທດ ເພີ່ມຂຶ້ນ 18,8%, ເຂດມີເງິນລົງທຶນຈາກຕ່າງປະເທດ ເພີ່ມຂຶ້ນ 43%.
ຍສໝ - ການຫັນປ່ຽນເສດຖະກິດຕາມທິດເສດຖະກິດໝູນວຽນ, ເສດຖະກິດສີຂຽວ, ເສດຖະກິດການປ່ອຍອາຍພິດກາກບອນຕ່ຳແມ່ນທ່າອ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງຍຸກສະໄໝ.
ຍສໝ - ໃນສະພາບການທີ່ໂລກລະບາດຜັນແປຢ່າງສັບສົນ ແລະ ບໍ່ສາມາດຄາດເດົາໄດ້ນັ້ນ ໄດ້ເຮັດໃຫ້ເກີດ ບັນຫາຫຍຸ້ງຍາກຫຼາຍຢ່າງ ໃນການເຮັດໃຫ້ເປົ້າໝາຍປ້ອງກັນຕ້ານການລະບາດ ກັບເປົ້າໝາຍການພັດທະນາເສດຖະກິດ - ສັງຄົມ ມີຄວາມສົມດຸນກັນ, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ມີຄວາມເດັດດ່ຽວ, ຢຶດໝັ້ນໃນຄວາມປະສົມກົມກຽວ, ຄວາມເໝາະສົມ ແລະ ມີປະສິດທິຜົນ ລະຫວ່າງສອງເປົ້າໝາຍນີ້. ແຕ່ວ່າ ສຸຂະພາບຂອງປະຊາຊົນແມ່ນບູຣິມະສິດອັນດັບໜຶ່ງ ແລະ ສຳຄັນທີ່ສຸດ.
ວັນທີ 2 ມິຖຸນາ (ຕາມເວລາ ນິວຢອກ), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານກຸ່ມປະຕິບັດງານບໍ່ເປັນທາງການຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສານສາກົນ, ໄດ້ເປັນປະທານກອງປະຊຸມປະຈຳໄລຍະ 6 ເດືອນ ຂອງກຸ່ມປະຕິບັດງານ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຂອບເຂດນິຕິກຳ, ຂໍ້ກຳນົດ, ນະໂຍບາຍໃນພາກພື້ນ ແລະ ປະເທດຊາດ, ກາລະໂອກາດໃຫ້ແກ່ເຂດເອກະຊົນ ແລະ ການປ່ຽນແປງໃໝ່ຢູ່ບັນດານະຄອນທີ່ອາດຈະຊ່ວຍສ້າງຄວາມສາມາດບົ່ມຊ້ອນ ຂອງວິທີການສຳຜັດກັບພື້ນຖານເສດຖະກິດ ໝູນວຽນ,
ຕອນບ່າຍວັນທີ 2 ມິຖຸນາ, ກອງປະຊຸມທາງອອນລາຍລະຫວ່າງຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກັບການນຳບາງກະຊວງ, ຂະແໜງການ ແລະ ນະຄອນ ໂຮ່ຈີມິນ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ.
ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໃຈກ່ຽວກັບທິດທາງ, ໜ້າທີ່, ວິທີການແກ້ໄຂໃນເດືອນ ມິຖຸນາ ແລະ ຊຸມເດືອນທ້າຍປີ 2021.
ວັນທີ 3 ມິຖຸນາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມນັດສາມັນ ເດືອນພຶດສະພາ 2021.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ.
ບັນດາກະຊວງຮີບເຮັ່ງລວບລວມສະພາບການຜະລິດອຸດສາຫະກຳ, ກະສິກຳ, ການເຄື່ອນໄຫວດ້ານການຄ້າ, ຈຳໜ່າຍຜະລິດຕະພັນກະເສດໃນທົ່ວປະເທດ.
ໃນໄລຍະ 5 ເດືອນຕົ້ນປີ 2021, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 130 ຕື້ USD.
ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສຳພາດທ່ານ Daniel Müller ນັກຊ່ຽວຊານດ້ານເສດຖະກິດ ຮັບຜິດຊອບ ອາຊຽນ ຂອງ ສະຫະພັນ ວິສາຫະກິດ ເຢຍລະມັນ ປະຈຳ ອາຊີ-ປາຊີຟິກ ກ່ຽວກັບສະພາບການເສດຖະກິດຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2021.
ປັດຈຸບັນ, ແຂວງບັກຢາງແມ່ນທ້ອງຖິ່ນຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ຈາກໂລກລະບາດໂຄວິດ - 19. ມີຫຼາຍທ້ອງຖິ່ນໃນທົ່ວປະເທດ ອາຍໜ້າສູ່ແຂວງບັກຢາງ, ໜູນຊ່ວຍທັງທາງດ້ານກຳລັງວັດຖຸ ແລະ ກຳລັງເຫື່ອແຮງ ດ້ວຍຄວາມຫວັງຢາກຄວບຄຸມ, ດັບມອດໂລກລະບາດໂຄວິດ - 19 ໂດຍໄວ.
ຍສໝ - ອີງຕາມກົມການປົກປ້ອງພືດ ກ່າວວ່າ: ໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນທີ່ແຂວງຫາຍເຢື່ອງ ແລະ ບັກຢາງ ໄດ້ເກັບຊື້ ແລະ ສົ່ງອອກໄປຕະຫຼາດຍີ່ປຸ່ນໂດຍຫຼາຍວິສາຫະກິດ.
ຍສໝ - ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ຢຶດໝັ້ນປະຕິບັດດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ໃຊ້ກຳລັງທັງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໂດຍໄວ, ຄວບຄຸມໂລກລະບາດໄດ້ໂດຍໄວ, ສ້າງສະພາບທີ່ເປັນປົກກະຕິ ແລະ ຟື້ນຟູການຜະລິດ, ດຳເນີນທຸລະກິດ.