ຫວຽດນາມ ໄດ້ຮຽກຮ້ອງທົ່ວໂລກຈົ່ງແບ່ງປັນຄວາມຫຍຸ້ງຍາກ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ

15:08 | 19/06/2020

ຍສໝ - ວັນທີ 18 ມິຖຸນານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມອອນລາຍເພື່ອຮັບຟັງການລາຍງານຂອງ ທ່ານ Filippo Grandi - ຫົວໜ້າກົມຮັບຜິດຊອບສຳຫຼັບຄົນລີ້ໄພ ຂອງ ສະຫະປະຊາຊາດ. ໃນກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງການສຸມໃສ່ບັນດາວິທີການແກ້ໄຂ ເພື່ອຖືປະຊາຊົນເປັນຈຸດໃຈກາງ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ.

ຫວຽດນາມ ໄດ ຮຽກຮ ອງທ ວໂລກຈ ງແບ ງປ ນຄວາມຫຍ ງຍາກ ແລະ ມ ຄວາມຮ ບຜ ດຊອບສຳຫ ບຄ ນລ ໄພ ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ
ຫວຽດນາມ ໄດ ຮຽກຮ ອງທ ວໂລກຈ ງແບ ງປ ນຄວາມຫຍ ງຍາກ ແລະ ມ ຄວາມຮ ບຜ ດຊອບສຳຫ ບຄ ນລ ໄພ ຊາຍແດນລາວ - ຫວຽດນາມ: ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Filippo Grandi - ຫົວໜ້າກົມຮັບຜິດຊອບສຳຫຼັບຄົນລີ້ໄພ ຂອງ ສະຫະປະຊາຊາດ ໃຫ້ຮູ້ວ່າ, ໃນປີ 2019 ທົ່ວໂລກມີຈຳນວນຄົນລີ້ໄພ ແລະ ຖືກບັງຄັບໃຫ້ອອກຈາກບ່ອນຢູ່ອາໄສແມ່ນ 79,5 ລ້ານຄົນ, ເຊິ່ງແມ່ນລະດັບສູງສຸດໃນທົດສະວັດທີ່ຜ່ານມາ. ທ່ານ Grandi ໄດ້ແບ່ງປັນຫຼາຍເຫດຜົນສຳລັບສະພາບການນີ້ ສ່ວນໃຫຍ່ແມ່ນຍ້ອນການສົງຄາມ, ຄວາມຂັດແຍ່ງ, ຄວາມຮຸນແຮງ, ຄວາມບໍ່ສະເໝີພາບ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

ທ່ານ Filippo Grandi ໄດ້ສະແດງຄວາມເປັນລຳບາກໃຈ ກ່ຽວກັບບັນດາສິ່ງທ້າທາຍຕ່າງໆ ທີ່ຄົນລີ້ໄພກຳລັງປະເຊີນໜ້າ, ເຊັ່ນ: ສະພາບການດຳລົງຊີວິດທີ່ຫຍຸ້ງຍາກ, ການຈຳແນກປະພຶດ, ແລະ ຈຳກັດໃນການເຂົ້າເຖິງການບໍລິການຂັ້ນພື້ນຖານ, ເຊັ່ນ ການສຶກສາ, ການຮັກສາສຸຂະພາບ, ນ້ຳສະອາດ, ໂດຍສະເພາະໃນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ.

ຫວຽດນາມ ໄດ ຮຽກຮ ອງທ ວໂລກຈ ງແບ ງປ ນຄວາມຫຍ ງຍາກ ແລະ ມ ຄວາມຮ ບຜ ດຊອບສຳຫ ບຄ ນລ ໄພ
ທ່ານເອກອັກຄະລັດຖະທູດ ຕາງໜ້າໃຫ້ຫວຽດນາມ ໄດ້ກ່າວຄຳເຫັນທີ່ກອງປະຊຸມລາຍງານ ສຳຫຼັບຄົນລີ້ໄພ. (ພາບ: TTXVN)

ທ່ານ Filippo Grandi ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຕ້ອງການສະແດງຄວາມສາມັກຄີ ແລະ ຮ່ວມມືກັນເພື່ອຊອກຫາ ແລະ ນຳໃຊ້ວິທີແກ້ໄຂທີ່ຍືນຍົງຕໍ່ບັນຫາການລີ້ໄພ, ເຊິ່ງໃນນັ້ນ ທ່ານ Filippo Grandi ໄດ້ເນັ້ນໜັກເປັນພິເສດເຖິງ ຄວາມສຳຄັນຂອງການສ້າງ ແລະ ຮັກສາສັນຕິພາບ, ເນັ້ນໜັກ ເຖິງຄວາມຕັດສິນໃຈດ້ານການເມືອງ ແລະ ໝັ້ນໝາຍທີ່ປະຕິບັດສັນຍາກ່ຽວກັບຄົນລີ້ໄພທົ່ວໂລກ ຢ່າງປະສິດທິຜົນ.

ຕາງໜ້າໃຫ້ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງວິທີການປະຊິດເຂົ້າທີ່ເໝາະສົມ ແລະ ຮອບດ້ານຕໍ່ບັນຫາຄົນລີ້ໄພ, ໃນນັ້ນມີການປ້ອງກັນ ແລະ ແກ້ໄຂຂໍ້ຂັດແຍ່ງ, ການສົ່ງເສີມການພັດທະນາເສດຖະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມທີ່ສະຫງົບສຸກ ແລະ ປອດໄພ ເຊິ່ງຈະແມ່ນວິທີແກ້ໄຂທີ່ຍືນຍົງ.

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ເນັ້ນໜັກເຖິງຄວາມໝາຍມະນຸດສະທຳ ຂອງການແກ້ໄຂບັນຫາການລີ້ໄພ, ແລະ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງການສຸມໃສ່ບັນດາວິທີການແກ້ໄຂ ເພື່ອຖືປະຊາຊົນເປັນຈຸດໃຈກາງ ແລະ ສົ່ງເສີມການຮ່ວມມື ແລະ ການສົນທະນາລະຫວ່າງບັນດາປະເທດທີ່ກ່ຽວຂ້ອງ ເພື່ອຮັບປະກັນຜົນສຳເລັດຂອງການນຳສົ່ງພົນລະເມືອງກັບຄືນປະເທດ ແລະ ການການເຊື່ອມໂຍງຄືນໃໝ່ສຳລັບຄົນລີ້ໄພ.

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຢັ້ງຢືນການໝັ້ນໝາຍ ແລະ ຄວາມພະຍາຍາມຂອງຫວຽດນາມ ພ້ອມກັບປະຊາຄົມສາກົນ ເພື່ອສະໜັບສະໜູນການແກ້ໄຂບັນຫາຄົນລີ້ໄພໃນໂລກ ແລະ ການປະຕິບັດສັນຍາກ່ຽວກັບຄົນລີ້ໄພທົ່ວໂລກ.

ຫວຽດນາມ ໄດ ຮຽກຮ ອງທ ວໂລກຈ ງແບ ງປ ນຄວາມຫຍ ງຍາກ ແລະ ມ ຄວາມຮ ບຜ ດຊອບສຳຫ ບຄ ນລ ໄພ ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ

ຍສໝ - ວາລະສານ Forbes ຂອງສະໂລວາກີ ໄດ້ລົງພິມບົດຄວາມກ່ຽວກັບ ນາງເຮືອງ, ໃນສອງປີແຫ່ງການປະຕິບັດງານ, ຮ້ານອາຫານ ເຝີ ໄດ້ເກັບລາຍຮັບຫຼາຍກ່ວາສາມລ້ານເອີໂຣ, ເທົ່າກັບ 3,4 ລ້ານໂດລາສະຫະລັດ.

ຫວຽດນາມ ໄດ ຮຽກຮ ອງທ ວໂລກຈ ງແບ ງປ ນຄວາມຫຍ ງຍາກ ແລະ ມ ຄວາມຮ ບຜ ດຊອບສຳຫ ບຄ ນລ ໄພ ຫວຽດນາມ ຮຽກຮ້ອງໃຫ້ມີການປົກປ້ອງພົນລະເມືອງ ແລະ ແກ້ໄຂວິກິດການຢູ່ ມາລີ

ຍສໝ - ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາການບຸກໂຈມຕີກໍ່ການຮ້າຍ ທີ່ເຮັດໃຫ້ຜູ້ເສຍຊີວິດຫຼາຍຄົນຢູ່ພາກກາງ ແລະ ພາກເໜືອປະເທດມາລີ ແລະ ລະເມີດດ້ານມະນຸດສະທຳໃນປະເທດມາລີ.

ຫວຽດນາມ ໄດ ຮຽກຮ ອງທ ວໂລກຈ ງແບ ງປ ນຄວາມຫຍ ງຍາກ ແລະ ມ ຄວາມຮ ບຜ ດຊອບສຳຫ ບຄ ນລ ໄພ ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ

ຍສໝ - ໃນຕອນບ່າຍວັນທີ 13 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ ທີ່ພວມລົງທຶນເຂົ້າບັນດາຂົງເຂດຢູ່ຫວຽດນາມ, ເຊັ່ນ: ຕຳແຜ່ນແພ, ສ່ວນປະກອບເຄື່ອງຈັກ ແລະ ຢາງລົດໃຫຍ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.