ຫວຽດນາມ ໂຈະການເຂົ້າປະເທດຫວຽດນາມ ຢ່າງຊົ່ວຄາວ ສຳລັບຄົນຕ່າງປະເທດຈາກ 27 ປະເທດເອີຣົບ

17:48 | 14/03/2020

ຍສໝ - ລັດຖະບານຫວຽດນາມ ໄດ້ຕັດສິນໃຈ ໂຈະການເຂົ້າປະເທດຫວຽດນາມ ສຳລັບຄົນຕ່າງປະເທດ (ລວມທັງຊາວຫວຽດນາມທີ່ມີໜັງສືຜ່ານແດນຕ່າງປະເທດ) ຈາກອັງກິດ ແລະ 26 ປະເທດເອີຣົບ ຂອງເຂດ Schengen ຫຼື ໄດ້ເດີນທາງຜ່ານປະເທດເຫຼົ່ານີ້ພາຍໃນ 14 ວັນ.

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ໃນຕອນເຊົ້າວັນທີ 14 ມີນານີ້, ຕໍ່ໜ້າການແຜ່ລະບາດທົ່ວໂລກທີ່ໄວ ແລະ ສັບສົນຂອງ COVID-19, ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈໂຈະການເຂົ້າປະເທດຫວຽດນາມ ສຳລັບຄົນຕ່າງປະເທດ (ລວມທັງຊາວຫວຽດນາມທີ່ມີໜັງສືຜ່ານແດນຕ່າງປະເທດ) ຈາກອັງກິດ ແລະ 26 ປະເທດເອີຣົບ ຂອງເຂດ Schengen ຫຼື ໄດ້ເດີນທາງຜ່ານປະເທດເຫຼົ່ານີ້ພາຍໃນ 14 ວັນ, ຢຸດການອອກວີຊາຢູ່ຊາຍແດນ.

ການຕັດສິນໃຈຂ້າງເທິງນີ້ມີຜົນບັງຄັບໃຊ້ເປັນເວລາ 30 ວັນນັບແຕ່ 12h ໃນວັນທີ 15-3-2020 ແລະ ບໍ່ນຳໃຊ້ກັບປະຊາຊົນໃນການເຂົ້າມາເຮັດວຽກທາງການທູດ ແລະ ທາງການ.

ຫວຽດນາມ ໂຈະການເຂົ້າປະເທດຫວຽດນາມ ຢ່າງຊົ່ວຄາວ ສຳລັບຄົນຕ່າງປະເທດຈາກ 27 ປະເທດເອີຣົບ

ຫວຽດນາມ ຢຸດການເຂົ້າເມືອງຢ່າງຊົ່ວຄາວສຳຫຼັບຄົນຕ່າງປະເທດຈາກ 27 ປະເທດເອີຣົບ. (ພາບ: tuoitre.vn)

ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບການຕັດສິນໃຈນີ້ຕໍ່ຄະນະການທູດ, ກົງສຸນໃຫຍ່ ແລະ ສຳນັກງານຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ; ແລະ ຈະສືບຕໍ່ຕິດຕາມ ແລະ ປະສານງານຢ່າງໃກ້ຊິດກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະຄູ່ ຮ່ວມງານ, ເພື່ອດັດປັບມາດຕະການປ້ອງກັນການລະບາດທີ່ເໝາະສົມ ໂດຍໄວ, ເພື່ອປ້ອງກັນບໍ່ໃຫ້ການແຜ່ລະບາດໃນຊຸມຊົນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ບັນທຶກ 47 ກໍລະນີຖືກຕິດແປດພະຍາດ COVID-19, ໃນນັ້ນມີຫຼາຍຄົນແມ່ນນັກທ່ອງທ່ຽວຈາກ ອັງກິດ ຫລື ຫລັງຈາກກັບມາຈາກ ອັງກິດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.