ຫວຽດນາມ ສະໜັບສະໜູນແຜນການຂອງສະຫະປະຊາຊາດ ກ່ຽວກັບຄວາມສັນຕິພາບສຳລັບ ປະເທດເຢແມນ

16:48 | 18/05/2020

ຍສໝ - ວັນທີ 15 ພຶດສະພານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະຖານະການຢູ່ ປະເທດເຢແມນ ໃນເດືອນທີ່ຜ່ານມາ.

ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ ພັນໂທຫວຽດນາມມອບຜ້າອັດປາກຫຼາຍຮ້ອຍອັນ ຢູ່ ອາຟຣິກາກາງ
ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມລຳບາກໃຈ ຕໍ່ສະພາບການຜັນແປສັບສົນໃນໄລຍະມໍ່ໆມານີ້, ໃນນັ້ນມີສະພາບການມະນຸດສະທຳ ຢູ່ ປະເທດເຢແມນ.

ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ
ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ທ່ານ ດັ້ງດິງກ໋ວຍ ໄດ້ສະໜັບສະໜູນແຜນການສັນຕິພາບ 3 ຈຸດ ຂອງສະຫະປະຊາຊາດ, ປະກອບມີ ການຢຸດຍິງທົ່ວປະເທດ, ມາດຕະການສ້າງຄວາມໝັ້ນໃຈ ແລະ ການເລີ່ມຕົ້ນຄືນໃໝ່ ຂອງຂະບວນການການເມືອງທີ່ນຳພາໂດຍປະຊາຊົນ ເຢເມນ.

ນອກຈາກນັ້ນ, ທ່ານ ດັ້ງດິງກ໋ວຍ ໄດ້ສະໜັບສະໜູນແຜນການ ແກ້ໄຂບັນຫາໃນປະເທດເຢເມນ; ສະເໜີວ່າທຸກຝ່າຍໃນ ປະເທດເຢເມນ ຕ້ອງການຢຸດຍິງໂດຍໄວ; ສະໜັບສະໜູນການຈັດຕັ້ງກອງປະຊຸມຜູ້ອຸດໜູນ ສຳລັບປະເທດເຢເມນ ໃນຕົ້ນເດືອນມິຖຸນາ 2020; ເນັ້ນໜັກເຖິງໜ້າທີ່ປົກປ້ອງພົນລະເມືອງ, ພິເສດແມ່ນ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ; ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງປະຕິບັດຂໍ້ຕົກລົງສັນຍາ Stockholm ແລະ ຂໍ້ຕົກລົງສັນຍາ Ryadh ຢ່າງເຂັ້ມງວດ, ສືບຕໍ່ການສົນທະນາ ແລະ ກ້າວເຖິງແກ້ໄຂດ້ານການເມືອງຢ່າງຮອບດ້ານ ໃນຖານະບົດບາດເປັນຜູ້ໄກ່ເກ່ຍ ຂອງອົງການສະຫະປະຊາຊາດ.

ປະຈຸບັນ, ສະຖານະການດ້ານມະນຸດສະທຳໃນ ເຢເມນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນສະພາບການລະບາດຂອງພະຍາດ COVID-19, ໂດຍສະເພາະ ແມ່ນການຂາດຄວາມໂປ່ງໃສຈະແຈ້ງໃນຂໍ້ມູນຂ່າວສານ, ການລາຍງານກ່ຽວກັບການຕິດເຊື້ອພະຍາດ COVID-19 ໄດ້ຂັດຂວາງການວາງແຜນຮ່າງອຸປະກອນ, ສິ່ງທີ່ຈຳເປັນ ທີ່ເພື່ອປະເຊີນໜ້າກັບພະຍາດ.

ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ
ນະຄອນ, ຕົວເມືອງ ຫຼາຍແຫ່ງຖືກທຳລາຍຍ້ອນສົງຄາມໃນ ເຢເມນ.
(ພາບ: VOV/Al Jazeera)

ລະບົບສາທາລະນະສຸກຂອງ ເຢເມນ ບໍ່ໄດ້ຮັບການປັບປຸງໃຫ້ດີ ຈົນເຖິງປະຈຸບັນ, ສະພາບເສດຖະກິດມະຫາພາກ ຍັງສືບຕໍ່ບໍ່ສະຖຽນລະພາບ ຍ້ອນຄວາມຂັດແຍ່ງ, ການຕໍ່ສູ້, ການຫຼຸດຄ່າເງິນຕາ, ຄວາມຜິດດ່ຽງກັນຂອງລາຄາສິນຄ້າລະຫວ່າງພາກໃຕ້ ແລະ ພາກເໜືອ, ແລະ ການສຳຮອງເງິນຕາຕ່າງປະເທດຖືກຫຼຸດລົງ.

ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ຈັດຕັ້ງປະຕິບັດການຢຸດຍິງ ແລະ ປົກປ້ອງພົນລະເມືອງ, ພິເສດແມ່ນ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ. ສະຫະປະຊາຊາດ ຈະສືບຕໍ່ຄວາມພະຍາຍາມຂອງຕົນ ໃນການເປັນຜູ້ໄກ່ເກ່ຍ, ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງບັນດາຝ່າຍຕ່າງໆ ເພື່ອຊຸກຍູ້ຂະບວນການເຈລະຈາທາງການເມືອງ ທີ່ນຳໄປສູ່ຂໍ້ຕົກລົງຢຸດຕິສົງຄາມ ໃນປະເທດເຢເມນ.

ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 340 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ.

ຍສໝ - ຫຼັງຈາກຈອດລົງດິນຢູ່ສະໜາມບິນ ໂນຍບາຍq, ຜູ້ໂດຍສານ ແລະ ພະນັກງານປະຈຳຖ້ຽວບິນທຸກຄົນ ໄດ້ຕິດຕາມກວດກາດ້ານການແພດ ແລະ ແຍກອອກຫ່າງຕາມລະບຽບການ.

ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ ພະຍາດ Covid-19: ພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ໄດ້ນຳສົ່ງກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 14 ພຶດສະພາ, ໂດຍປະຕິບັດຕາມການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຟີລິບປິນ, ບໍລິສັດ Bamboo Airways ໄດ້ປະສານສົມທົບ ກັບອົງການທີ່ມີໜ້າທີ່ ປະເທດຟີລິບປິນ ໄດ້ຈັດຕັ້ງຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ ສະໜ ບສະໜ ນແຜນການຂອງສະຫະປະຊາຊາດ ກ ຽວກ ບຄວາມສ ນຕ ພາບສຳລ ບ ປະເທດເຢແມນ ຫວຽດນາມສະແດງຄວາມລຳບາກໃຈ ຕໍ່ສະພາບການສົງຄາມຢູ່ເຢແມນ ໃນສະພາບການລະບາດຂອງ ພະຍາດ Covid-19

ຍສໝ - ໃນວັນທີ 17 ເມສານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍຖ່າຍທອດສົດ ເພື່ອປຶກສາຫາລື ກ່ຽວກັບສະຖານະການສົງຄາມ ຢູ່ເຢແມນ ໃນເດືອນທີ່ຜ່ານມາ, ພ້ອມທັງຄວາມສ່ຽງຂອງພະຍາດ Covid-19 ໃນເຢແມນ ຫລັງຈາກກໍລະນີທຳອິດຕິດເຊື້ອ ພະຍາດ Covid-19 ຖືກກວດພົບໃນປະເທດເຢແມນ .

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.