ຫວຽດນາມ ຢືນຢັນຫຼັກໝັ້ນສະໜັບສະໜູນຂໍ້ຕົກລົງທາງດ້ານນິວເຄຼຍ ປີ 2015

06:25 | 03/07/2020

ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບສະພາບການຈັດຕັ້ງປະຕິບັດມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ 6 ເດືອນ ວ່າດ້ວຍການສະໜັບສະໜູນຂໍ້ຕົກລົງກ່ຽວກັບແຜນການປະຕິບັດງານທົ່ວໄປຢ່າງຮອບດ້ານ ປີ 2015 (JCPOA).

ຫວຽດນາມ ຢ ນຢ ນຫ ກໝ ນສະໜ ບສະໜ ນຂ ຕ ກລ ງທາງດ ານນ ວເຄ ຍ ປ 2015 ສະພາແຫ່ງຊາດຫວຽດນາມ ໄດ້ອອກມະຕິຮັບຮອງເອົາສັນຍາ EVIPA
ຫວຽດນາມ ຢ ນຢ ນຫ ກໝ ນສະໜ ບສະໜ ນຂ ຕ ກລ ງທາງດ ານນ ວເຄ ຍ ປ 2015 ຫວຽດນາມ ໄດ້ຈັດຂື້ນກອງປະຊຸມ AIPACODD ຄັ້ງທີ 3

ຂໍ້ຕົກລົງ JCPOA ໄດ້ລົງນາມໃນປີ 2015 ທີ່ Vienna (Austria) ໂດຍມີການເຂົ້າຮ່ວມຂອງປະເທດອີຣານ ແລະ ກຸ່ມ P5 + 1 (ອັງກິດ, ຝຣັ່ງ, ອາເມລິກາ, ຣັດເຊຍ, ຈີນ ແລະ ເຢຍລະມັນ). ຕາມນັ້ນແລ້ວ, ອຳນາດການປົກຄອງ Tehran ຕ້ອງຈຳກັດໂຄງການພັດທະນາອາວຸດນິວເຄຼຍຂອງຕົນ ເພື່ອແລກປ່ຽນຍົກເລີກບັນດາມາດຕະການລົງໂທດ, ໃນນັ້ນມີການຂວ້ຳບາດອາວຸດພາຍຫຼັງ 5 ປີທີ່ຂໍ້ຕົກລົງມີຜົນບັງຄັບໃຊ້.

ຫວຽດນາມ ຢ ນຢ ນຫ ກໝ ນສະໜ ບສະໜ ນຂ ຕ ກລ ງທາງດ ານນ ວເຄ ຍ ປ 2015
ຫວຽດນາມ ຢືນຢັນຫຼັກໝັ້ນສະໜັບສະໜູນຂໍ້ຕົກລົງທາງດ້ານນິວເຄຼຍ ປີ 2015. (ພາບປະກອບ: TTXVN)

ເຂົ້າຮ່ວມກອງປະຊຸມມີທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ Rosemary Dicarlo - ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ Mike Pompeo - ລັດຖະມົນຕີການກະຊວງຕ່າງປະເທດອາເມລິກາ ແລະ ທ່ານ M. Javad Zarif - ລັດຖະມົນຕີການຕ່າງປະເທດອີຣານ .

ທ່ານ Rosemary Dicarlo - ຮອງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຢັ້ງຢືນວ່າ JCPOA ແລະ ມະຕິເລກທີ 2231 ແມ່ນບັນດາໝາກຜົນສຳຄັນຂອງການທູດ ແລະ ການເຈລະຈາຫຼາຍຝ່າຍ. JCPOA ມີບົດບາດສຳຄັນ ຂອງການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ເພື່ອຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ.

ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການປະຕິບັດຢ່າງຮອບດ້ານຕາມມະຕິເລກທີ 2231 ແລະ JCPOA ແມ່ນວິທີທີ່ດີທີ່ສຸດ ໃນການແກ້ໄຂຄວາມແຕກຕ່າງລະຫວ່າງບັນດາຝ່າຍ ກ່ຽວກັບບັນຫານິວເຄຼຍຂອງປະເທດອີຣານ ແລະ ຮັບປະກັນສະຖຽນລະພາບຂອງພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຮັບຮູ້ບົດລາຍງານ 6 ເດືອນຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການປະຕິບັດມະຕິເລກທີ 2231, ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ປະຕິບັດຊຸກຍູ້ການເຈລະຈາເພື່ອແກ້ໄຂຄວາມແຕກຕ່າງ ແລະ ສືບຕໍ່ຈັດຕັ້ງປະຕິບັດມະຕິເລກທີ 2231 ແລະ JCPOA ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ ກໍ່ຫລີກລ້ຽງຄວບຄຸມ, ຈຳກັດບັນດາເຄື່ອນໄຫວເຊິ່ງເຮັດໃຫ້ເສຍຫາຍຄວາມເຊື່ອໝັ້ນ ແລະ ເພີ່ມຄວາມເຄັ່ງຕຶງ.

ຫວຽດນາມ ຢ ນຢ ນຫ ກໝ ນສະໜ ບສະໜ ນຂ ຕ ກລ ງທາງດ ານນ ວເຄ ຍ ປ 2015 ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ

ຍສໝ - ໃນຊຸມມື້ຜ່ານມາ, ອາກາດຮ້ອນແຮງ ຍັງສືບຕໍ່ເກີດຂື້ນໃນທົ່ວປະເທດ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ.

ຫວຽດນາມ ຢ ນຢ ນຫ ກໝ ນສະໜ ບສະໜ ນຂ ຕ ກລ ງທາງດ ານນ ວເຄ ຍ ປ 2015 Bloomberg: ເສດຖະກິດຂອງຫວຽດນາມ ໄດ້ເຕີບໂຕເກີນການຄາດຄະເນ

ໜັງສືພິມ Bloomberg ຂອງສະຫະລັດອາເມລິກາ ໃນວັນທີ 29 ມິຖຸນາ ໄດ້ຂຽນວ່າ ເສດຖະກິດຂອງຫວຽດນາມ ບັນລຸການເຕີບໂຕທີ່ບໍ່ຄາດຄິດເຖິງ, ບໍ່ຫົວຊາຕໍ່ຜົນກະທົບຈາກການຕິດເຊື້ອຂອງພະຍາດ COVID-19.

ຫວຽດນາມ ຢ ນຢ ນຫ ກໝ ນສະໜ ບສະໜ ນຂ ຕ ກລ ງທາງດ ານນ ວເຄ ຍ ປ 2015 ຫວຽດນາມ ມີກາລະໂອກາດເພື່ອນຳໃຊ້ປະໂຫຍດ ຈາກ EVFTA

ຍສໝ - ປະເທດຫວຽດນາມມີໂອກາດດີທີ່ຈະນຳໃຊ້ປະໂຫຍດຈາກສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ໃນຂະນະທີ່ດຶງດູດການລົງທືນໂດຍກົງຈາກຕ່າງປະເທດຈາກບັນດາວິສາຫະກິດເອີຣົບ - ປະທານສະມາຄົມນັກທຸລະກິດເອີຣົບ ທີ່ປະເທດຫວຽດນາມ (EuroCham), ທ່ານ Nicolas Audier ກ່າວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.