ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນປະສົບການໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ກັບປະເທດ ອາຮັບບີ ຊາອູດິດ

06:30 | 20/06/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານດິງມິນໂຄຍ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ Adel Siraj Mirdad - ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາຮັບບີ ຊາອູດິດ ເພື່ອປຶກສາຫາລືກ່ຽວກັບສະພາບການ ແລະ ບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃນສະພາບການສັບສົນ ຂອງການລະບາດພະຍາດ COVID-19.

ຫວຽດນາມ ພ ອມແລ ວທ ຈະແລກປ ຽນປະສ ບການໃນການປ ອງກ ນ ແລະ ຕ ານພະຍາດ covid 19 ກ ບປະເທດ ອາຮ ບບ ຊາອ ດ ດ ຫວຽດນາມ ໄດ້ຮຽກຮ້ອງທົ່ວໂລກຈົ່ງແບ່ງປັນຄວາມຫຍຸ້ງຍາກ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ
ຫວຽດນາມ ພ ອມແລ ວທ ຈະແລກປ ຽນປະສ ບການໃນການປ ອງກ ນ ແລະ ຕ ານພະຍາດ covid 19 ກ ບປະເທດ ອາຮ ບບ ຊາອ ດ ດ ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ກ່າວຄຳເຫັນທີ່ການສົນທະນາ, ທ່ານດິງມິນໂຄຍ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ຜົນສຳເລັດໃນເບື້ອງຕົ້ນ ຂອງປະເທດ ອາຮັບບີ ຊາອູດິດ ໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19. ທ່ານດິງມິນໂຄຍ ໄດ້ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນປະສົບການໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19 ກັບປະເທດ ອາຮັບບີ ຊາອູດິດ.

ທ່ານດິງມິນໂຄຍ ກໍ່ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມ, ການປະກອບສ່ວນສຳຄັນຂອງປະເທດ ອາຮັບບີ ຊາອູດິດ ໃນຖານະເປັນປະເທດເຈົ້າພາບໃນການຈັດຕັ້ງການເຄື່ອນໄຫວຂອງອົງການ G20 ໃນປີ 2020. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ດິງມິນໂຄຍ ໄດ້ສະແດງຄວາມຂອບໃຈສຳຫຼັບປະເທດ ອາຮັບບີ ຊາອູດິດ ທີ່ໄດ້ສະແດງຄຳເຊື້ອເຊີນຫວຽດນາມ ເຂົ້າຮ່ວມກອງປະຊຸມ G20 ໃນຖານະເປັນປະທານອາຊຽນ 2020.

ຫວຽດນາມ ພ ອມແລ ວທ ຈະແລກປ ຽນປະສ ບການໃນການປ ອງກ ນ ແລະ ຕ ານພະຍາດ covid 19 ກ ບປະເທດ ອາຮ ບບ ຊາອ ດ ດ
ທ່ານດິງມິນໂຄຍ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ. (ພາບ: baoquocte)

ທີ່ການສົນທະນາ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການພັດທະນາຢ່າງຕັ້ງໜ້າ ໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ອາຮັບບີ ຊາອູດິດ ໃນໄລຍະທີ່ຜ່ານມາ, ພ້ອມທັງ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງໃນການກຽມພ້ອມ ເພື່ອສາມາດຊຸກຍູ້ການພົວພັນສອງຝ່າຍ ໃຫ້ເລິກເຊິ່ງ ແລະ ພັດທະນາ ກວ່າອີກ.

ສອງຝ່າຍ ໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ສືບຕໍ່ປະຕິບັດກົນໄກການຮ່ວມມືທີ່ມີຢູ່ຢ່າງມີປະສິດທິຜົນ; ຕ້ອງປະຕິບັດຈັດຕັ້ງກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມ ຫວຽດນາມ - ອາຮັບບີ ຊາອູດິດ ໂດຍໄວ; ສົ່ງເສີມການລົງທືນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ; ຊຸກຍູ້ການເຈລະຈາ ແລະ ລົງນາມໃນສົນທິສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທືນ, ການຊ່ວຍເຫຼືອດ້ານກົດໝາຍເຊິ່ງກັນ ແລະ ກັນ, ຮ່ວມມືໃນການການປ້ອງກັນ ແລະ ຕ້ານອາຊະຍາກຳ... ເພື່ອສ້າງກອບນິຕິກຳສຳລັບການຮ່ວມມືສອງຝ່າຍ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ດິງມິນໂຄຍ ໄດ້ຂອບໃຈລັດຖະບານປະເທດ ອາຮັບບີ ຊາອູດິດ ທີ່ໄດ້ສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ອາຮັບບີ ຊາອູດິດ, ຮຽກຮ້ອງໃຫ້ ບັນດາອົງການທີ່ມີໜ້າທີ່ ຂອງປະເທດ ອາຮັບບີ ຊາອູດິດ ສືບຕໍ່ເອົາໃຈໃສ່ເບິ່ງແຍງ, ຊ່ວຍເຫຼືອພົນລະເມືອງຫວຽດນາມ ເພື່ອຮັບປະກັນຊີວິດ ແລະ ເຂົ້າເຖິງການບໍລິການດ້ານການແພດ ໃນເວລາທີ່ຈຳເປັນ, ໂດຍສະເພາະໃນໄລຍະທີ່ປະຕິບັດການແຍກຫ່າງໃນສັງຄົມ.

ຫວຽດນາມ ພ ອມແລ ວທ ຈະແລກປ ຽນປະສ ບການໃນການປ ອງກ ນ ແລະ ຕ ານພະຍາດ covid 19 ກ ບປະເທດ ອາຮ ບບ ຊາອ ດ ດ ພະຍາດ COVID-19: ຕັ້ງແຕ່ວັນທີ 18 ມິຖຸນາ ເປັນຕົ້ນໄປ ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງສິງກະໂປ ຕ້ອງໄດ້ປະຕິບັດການແຍກຫ່າງໃນເຮືອນ

ຍສໝ - ນັບແຕ່ວັນທີ 18 ມິຖຸນາ ເປັນຕົ້ນໄປ, ພົນລະເມືອງຂອງ 10 ປະເທດ, ໃນນັ້ນມີປະເທດຫວຽດນາມ ທີ່ເຂົ້າເມືອງສິງກະໂປ ຈະຕ້ອງປະຕິບັດການແຍກຫ່າງຢູ່ເຮືອນ ແທນທີ່ປະຕິບັດການແຍກຫ່າງຢູ່ເຂດແຍກຫ່າງຂອງສິງກະໂປ, ແລະ ຕ້ອງຈ່າຍຄ່າທົດສອບວິເຄາະພະຍາດ COVID-19.

ຫວຽດນາມ ພ ອມແລ ວທ ຈະແລກປ ຽນປະສ ບການໃນການປ ອງກ ນ ແລະ ຕ ານພະຍາດ covid 19 ກ ບປະເທດ ອາຮ ບບ ຊາອ ດ ດ ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ

ຍສໝ - ເມື່ອບໍ່ດົນມານີ້, ຖ້ຽວບິນຫວຽດນາມ Bamboo Airway ໄດ້ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ ພ ອມແລ ວທ ຈະແລກປ ຽນປະສ ບການໃນການປ ອງກ ນ ແລະ ຕ ານພະຍາດ covid 19 ກ ບປະເທດ ອາຮ ບບ ຊາອ ດ ດ ຫວຽດນາມ ສະໜັບສະໜູນອົງການ ASEF ໃນການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ແລກປ່ຽນປະຊາຊົນ ລະຫວ່າງສອງທະວີບອາຊີ ແລະ ເອີຣົບ

ຍສໝ - ໃນຂອບການຮ່ວມມືອາຊີ - ເອີຣົບ (ASEM), ກອງປະຊຸມຄະນະກຳມະການຜູ້ວ່າການກອງທຶນອາຊີ - ເອີຣົບ (ASEF) ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງແຕ່ວັນທີ 13-14 ມິຖຸນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.