ຫວຽດນາມ ຕາງໜ້າໃຫ້ E10 ເພື່ອສະໜັບສະໜູນການປັບປຸງວິທີການເຮັດວຽກ ທີ່ສະຫະປະຊາຊາດ

16:37 | 18/05/2020

ຍສໝ - ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ໄດ້ເຫັນດີເປັນເອກະສັນກັນວ່າ ຈະຕ້ອງການສືບຕໍ່ຕັດສິນໃຈປັບປຸງລະບຽບການ ແລະ ວິທີການເຮັດວຽກ ເພື່ອຮັບປະກັນຈຸດປະສົງທີ່ດີທີ່ສຸດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຫວຽດນາມ ຕາງໜ າໃຫ e10 ເພ ອສະໜ ບສະໜ ນການປ ບປ ງວ ທ ການເຮ ດວຽກ ທ ສະຫະປະຊາຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ
ຫວຽດນາມ ຕາງໜ າໃຫ e10 ເພ ອສະໜ ບສະໜ ນການປ ບປ ງວ ທ ການເຮ ດວຽກ ທ ສະຫະປະຊາຊາດ Video: ວົງດົນຕີພິເສດຂອງສະຫະປະຊາຊາດ ຮ້ອງເພງ “ເຊື່ອມຕໍ່ໂລກ” ເພື່ອຮຽກຮ້ອງ ແລະ ຊຸກຍູ້ໃຫ້ທົ່ວໂລກສາມັກຄີກັນໃນການຕໍ່ສູ້ກັບໂລກລະບາດ COVID-19

ໃນວັນທີ 16 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການສົນທະນາແບບອອນລາຍ ກ່ຽວກັບລະບຽບການ ແລະ ວິທີການເຮັດວຽກ. ນີ້ແມ່ນກອງປະຊຸມ ປະຈຳປີສຳລັບ ບັນດາສະມາຊິກສະພາຄວາມໝັ້ນຄົງ ແລະ ບັນດາປະເທດສະມາຊິກສະຫະປະຊາຊາດ ເພື່ອປຶກສາຫາລືກ່ຽວກັບການປະຕິຮູບລະບຽບການ ແລະ ວິທີການເຮັດວຽກຂອງສະພາຄວາມໝັ້ນຄົງ.

ຫວຽດນາມ ຕາງໜ າໃຫ e10 ເພ ອສະໜ ບສະໜ ນການປ ບປ ງວ ທ ການເຮ ດວຽກ ທ ສະຫະປະຊາຊາດ
ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໃນກອງປະຊຸມສະພາຄວາມໝັ້ນ ຄົງສະຫະປະຊາຊາດ. (ພາບ: TTXVN)

ທີ່ການສົນທະນາ, ບັນດາຜູ້ແທນລ້ວນແຕ່ໄດ້ຢືນຢັນຄວາມໝາຍຂອງວິທີການເຮັດວຽກ ເພື່ອຮັກສາການດຳເນີນງານທີ່ມີປະສິດທິຜົນຂອງສະພາຄວາມໝັ້ນຄົງ; ສະເໜີແນວຄວາມຄິດ ເພື່ອປັບປຸງການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ, ໃນນັ້ນມີການເພີ່ມທະວີການແລກປ່ຽນ ແລະ ການປຶກສາຫາລືກັບປະເທດສະມາຊິກສະຫະປະຊາຊາດ, ສົ່ງເສີມການຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດ, ເຊັ່ນ: ກອງປະຊຸມໃຫຍ່, ສະພາເສດຖະກິດ - ສັງຄົມ, ແລະ ຄະນະກຳມະການສ້າງສັນຄວາມສັນຕິພາບ ຫຼື ເພີ່ມທະວີການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງພາກພື້ນ ແລະ ບໍ່ສັງກັດລັດຖະບານ.

ທີ່ການສົນທະນາ, ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການທັດສະນະ ແລະ ຄຳໝັ້ນສັນຍາຂອງອົງການ 10 ປະເທດສະມາຊິກທີ່ບໍ່ຖາວອນສະພາຄວາມໝັ້ນຄົງ (E10) ໃນການເພີ່ມທະວີຄວາມຈະແຈ້ງ, ປະສິດທິຜົນ, ກວມເອົາ ແລະ ໄຫວພິບຄ່ອງຕົວຂອງສະພາຄວາມໝັ້ນຄົງ, ເພື່ອປະຕິບັດພາລະກິດ ທີ່ໄດ້ຮັບການມອບໝາຍຈາກກົດບັດສະຫະປະຊາຊາດ, ໂດຍສະເພາະ ໃນສະພາບການທີ່ມີສິ່ງທ້າທາຍເພີ່ມຂື້ນ ຕໍ່ລັດທິຫຼາຍຝ່າຍ ແລະ ມີຄວາມຫຍຸ້ງຍາກທີ່ເກີດຈາກ ຍ້ອນຄວາມບໍ່ສະຖຽນລະພາບໃນໂລກ.

ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດຫວຽດນາມ ໄດ້ຍິນດີຕໍ່ຄວາມພະຍາຍາມຂອງສະພາຄວາມ ໝັ້ນຄົງໃນໃນໄລຍະຜ່ານມາ ໃນການພັດທະນາເຄື່ອງມືຂອງວິທີການ ແລະ ຫຼັກການໃນການດຳເນີນງານ ເພື່ອເພີ່ມຄວາມໂປ່ງໃສຈະແຈ້ງ ແລະ ມີປະສິດທິຜົນ, ພ້ອມທັງຄວາມພະຍາຍາມຂອງສະພາຄວາມໝັ້ນຄົງ ໃນການຮັກສາການດຳເນີນງານ ຕໍ່ໜ້າສະພາບຫຍຸ້ງຍາກທີ່ເກີດຈາກ ໂດຍການລະບາດຂອງພະຍາດ COVID-19.

ໃນເດືອນພຶດສະພານີ້, ຫວຽດນາມຄາດວ່າຈະຈັດກອງປະຊຸມທາງອອນລາຍ ລະຫວ່າງບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຂອງບັນດາປະເທດ E10 ກັບ ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຫຼາຍກິດຈະກຳອື່ນໆ ເພື່ອເພີ່ມທະວີການປະສານງານ ແລະ ການຮ່ວມມືລະຫວ່າງປະເທດ.

ຫວຽດນາມ ຕາງໜ າໃຫ e10 ເພ ອສະໜ ບສະໜ ນການປ ບປ ງວ ທ ການເຮ ດວຽກ ທ ສະຫະປະຊາຊາດ ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

ຍສໝ - ໄລ່ມາຮອດຈຸດເວລານີ້ ຢູ່ ຫວຽດນາມມີຜູ້ຕິດເຊື້ອ Covid -19 ຈຳນວນ 260 ຄົນ ໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.

ຫວຽດນາມ ຕາງໜ າໃຫ e10 ເພ ອສະໜ ບສະໜ ນການປ ບປ ງວ ທ ການເຮ ດວຽກ ທ ສະຫະປະຊາຊາດ ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”.

ຫວຽດນາມ ຕາງໜ າໃຫ e10 ເພ ອສະໜ ບສະໜ ນການປ ບປ ງວ ທ ການເຮ ດວຽກ ທ ສະຫະປະຊາຊາດ ຫວຽດນາມສະແດງຄວາມລຳບາກໃຈ ຕໍ່ສະພາບການສົງຄາມຢູ່ເຢແມນ ໃນສະພາບການລະບາດຂອງ ພະຍາດ Covid-19

ຍສໝ - ໃນວັນທີ 17 ເມສານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍຖ່າຍທອດສົດ ເພື່ອປຶກສາຫາລື ກ່ຽວກັບສະຖານະການສົງຄາມ ຢູ່ເຢແມນ ໃນເດືອນທີ່ຜ່ານມາ, ພ້ອມທັງຄວາມສ່ຽງຂອງພະຍາດ Covid-19 ໃນເຢແມນ ຫລັງຈາກກໍລະນີທຳອິດຕິດເຊື້ອ ພະຍາດ Covid-19 ຖືກກວດພົບໃນປະເທດເຢແມນ .

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.