ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ກັບ ສ​ປ​ຊ ໃນ​ການ​ປ້ອງ​ກັ​ນ, ​ຄວບ​ຄຸມ ຢາ​ເສບ​ຕິດ

06:22 | 07/03/2020

ຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ Vienna, ປະເທດ ໂອຕະລິດ ໄດ້ສົມທົບກັບຫ້ອງວ່າການສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ຜັນຂະຫຍາຍງານວາງສະແດງດ້ວຍຫົວຂໍ້ “ບົດບາດຂອງບຸກຄົນໃນການຍູ້ຢາເສບຕິດໃຫ້ຖອຍໄປ: ບັນດາເລື່ອງສັ້ນກ່ຽວກັບໄພຢາເສບຕິດຜ່ານພາບຖ່າຍ”, ເຊິ່ງໄດ້ຈັດຂຶ້ນໃນວັນທີ 3 ມີນາ. ເຫດການໄດ້ຈັດຕັ້ງຢູ່ນອກກອງປະຊຸມຄະນະກຳມະການຢາເສບຕິດ ສປຊ ຄັ້ງທີ 63 (CND 63).

ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ກັບ ສ​ປ​ຊ ໃນ​ການ​ປ້ອງ​ກັ​ນ, ​ຄວບ​ຄຸມ ຢາ​ເສບ​ຕິດ

ທ່ານ ເລຢຸງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ງານວາງສະແດງ.(ພາບ: Vietnam+)

ກ່າວຄຳເຫັນໄຂງານວາງສະແດງ, ທ່ານ ເລຢຸງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ຢູ່ Vienna, ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສະພາບການເພີ່ມທະວີການນຳໃຊ້ຢາເສບຕິດທີ່ຜິດກົດໝາຍຂອງໄວໜຸ່ມ ກໍ່ຄືບັນດາຜົນກະທົບຫຍໍ້ທໍ້ຂອງສະພາບການນີ້ທີ່ມີຕໍ່ສຸຂະພາບຂອງ ປະຊາຄົມ ແລະ ສະຖຽນລະພາບໃນສັງຄົມ. ຫວຽດນາມ ມີຄວາມຫວັງວ່າ ຜ່ານງານວາງສະແດງນີ້, ບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມມືຕ່າງໆ ຈະຊຸກຍູ້ວິວັດການຮ່ວມມືໃຫ້ຫຼາຍກ່ວາອີກ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຄອບຄົວ ແລະ ປະຊາຄົມ, ເໝືອນດັ່ງວິທີການໜຶ່ງເພື່ອປ່ຽນແທນໃຫ້ແກ່ບັນດາມາດຕະການດັດສ້າງ ແລະ ບຳບັດຜູ້ຕິດຢາເສບຕິດ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.