ທ່ານ ​ສາດ​ສະ​ດາ​ຈານ Ahn Kyong Hwan:

ຫວຽດ​ນາມ​ມີ​ພະ​ຍານຫຼັກ​ຖານ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ

09:34 | 19/05/2020

ວັນ​ທີ 10 ເມ​ສາ, ໃນ​ລາຍ​ການສະ​ພາບ​ການຫວຽດ​ນາມ ຂອງ​ໜັງ​ສື​ພິມ​ເອ​ເລ​ັກ​ໂຕ​ນິກ​ເສດ​ຖະ​ກິດ Aju (ສ.ເກົາຫຼີ) (https://m.ajunews.com/view/20200409180043091) ໂດຍໄດ້​ລົງ​ບົດ​ຂຽນ​ກ່ຽວ​ກັບ​ບັນ​ຫາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ຮ່​ວາງ​ຊາ ຂອງ​ທ່ານ​ສາດ​ສະ​ດາ​ຈານ Ahn Kyong Hwan -ໂດຍ​ເປັນ​ອາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Chosun, ປະ​ທານ​ສະ​ຫະ​ພັນ​ຄົ້ນ​ຄ້​ວາ ຫວຽດ​ນາມຂອງ ສ.ເກົາຫຼີ. ທ່ານກໍ່​ແມ່ນ​ປະ​ທານ​ຂອງ​ສະ​ມາ​ຄົມ​ຄົ້ນ​ຄ້​ວາ ຫວຽດ​ນາມ​ສາດ ​ຢູ່ ສ.ເກົາຫຼີ, ຮອງ​ປະ​ທານ​ສະ​ມາ​ຄົມ​ພົວ​ພັນ​ແລກ​ປ່ຽ​ນ​ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດ​ນາມ​ຢູ່ Gwangju, ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ, ວັດ​​ທະ​ນະ​ທຳ ສ.ເກົາຫຼີ - ຫ​ວຽດ​ນາມ​ ຢູ່ ເຊີ​ອູນ.

ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ ສະ​ມາ​ຄົມ​ມິດ​ຕະ​ພາບ​ແບນ​ຊິກ - ຫວຽດ​ນາມ ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງຈີນ
ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ ເອີລົບສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ກະ​ທຳພຽງ​ລ​ຳ​ຟັງ​ຝ່າຍ​ດຽວ​ຢູ່ ທະ​ເລ​ຕ​າ​ເວັນ​ອອກ
ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ

ບົດຂຽນ: ບັນຫາອະທິປະໄຕສໍາລັບໝູ່ເກາະ ຮວ່າງຊາ ແລະ ເຈື່ອງ​ຊາ​ ໄດ້ລົງພິມໃນໜັງສືພິມເສດຖະກິດເອເລັກໂຕຣນິກ Aju (ສ.ເກົາຫຼີ).

ວາລະສານ​ຍຸກສະ​ໄໝຂໍ​ແປ​ບົດ​ຂ່າວ​ດັ່ງ​ກ່າວໂດຍ​ຫຍໍ້​​ໃຫ້​ທ່ານຜູ້​ອ່ານ:

ຫວ່າງ​ແລ້ວນີ້, ຈີນ​ໄດ້​ມີ​ບັນ​ດາ​ການ​ກະ​ທຳ​​ເພີ່ມ​ທະ​ວີ ທີ່​ຕັ້ງ​ບົດ​ບາດ ຢູ່​ ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ວິ​ທີ​ການ​ສວຍ​ໃຊ້​ຄວາມວຸ່ນ​ວາຍ​ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໂດຍກ່ຳ​ປັ່ນ​ສະ​ໜາມ​ບິນ Ronald Reagan ແລະ Nimitz ຖືກຕິດ​ເຊື້ອ​ໄວ​ຣັດ Corona. ວັນ​ທີ 2 ເມ​ສາ, ຢ​ູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ - ໂດຍ​ເປັນ​ສະ​ຖານ​ທີ່​ເກີດ​ການ​ຂັດ​ແຍ້ງ​ກັນ​ດ້ານ​ອະ​ທິ​ປະ​ໄຕ​ລະ​ຫວ່າງ ຈີນ ແລະ ຫວຽດ​ນາມ, ກ່ຳ​ປັ່ນ​ຫາ​ປາ​ຂອງ ຫວຽດ​ນາມ ແລະ ກ່ຳ​ປັ່ນ​ຕຳຫຼວດ​ທະ​ເລ​ຂອງ​ຈີນ​ໄດ້​ມີ​ການແຕະ​ຕ້ອງ​ກັນ​ເຮັດ​ໃຫ້​ກ່ຳ​ປັ່ນ​ຫາ​ປາ​ຫວຽດ​ນາມ​ຖືກ​ຈົມ​ນ້ຳ. ຊາວ​ປາ​ມົງ​ຫວຽດ​ນາມ​ຖືກ​ (ຈີນ - ຜູ້ແປ) ຈັບ​ຕົວ ແລ້ວກໍ່​ປ່ອຍໄປ.

ຄວາມ​ຈິງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ

ໝູ່​ເກາະ​ຮວ່າງ​ຊາ ຫ່າງ​ຈາກ​ແຂວງ ກ໋ວ​າງ​ງາຍ, ​ພາກ​ກາງ​ຫ​ວຽດ​ນາມ ໄປ​ທາງ​ທິດ​ຕາ​ເວັນ​ອອກ ປະ​ມ​ານ120 ໄມ້​ທະ​ເລ. ໝູ່​ເກາະ​ເຈື່ອງ​ຊາ​ ຫ່າງ​ຈາກ​ນະ​ຄອນ​ຍາ​ຈາງ, ແຂວງ​ແຄ໊ງ​ຮ່​ວາ (ຫວຽດ​ນາມ) ໄປ​ທາງ​ທິດ​ຕາ​ເວັນ​ອອກ​ປະ​ມານ 250 ໄມ້​ທະ​ເລ. ສອງ​ໝູ່​ເກ​າ​ະ​ດັ່ງ​ກ່າວ​ແມ່ນ​ຜຶນ​ແຜ່ນ​ດິນ​ຂອງ ຫວຽດ​ນາມ ແລະ ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ສອງໝູ່​ເກາະ​ດັ່ງ​ກ່າວ​ມາ​ເປັນ​ເວ​ລາ​ນັບຫຼາຍ​ຮ້ອຍ​ປີ​ແລ​້ວ. ໃນ​ວັນນະກຳບູຮານສະ​ບັບ​ຕ່າງ​ໆ​ຂອງ​ຫວຽດ​ນາມ ກໍ່​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້​ງວ່າ ເຂດນ​ີ້​ແມ່ນ​ຜຶນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ. ໃນ​ບົດ "Geographic Map of the Qing Dynasty" ທີ່​ໄດ້ພິມ​ຈຳ​ໜ່າຍ​ໃນ​ເວ​ລາ​ທ້າຍ​ລາຊະວົງ​ຊີງ (ຈີນ) 1904 ກໍ່​ບໍ່​ຊີ້​ໃຫ້​ເຫັນ​ວ່າໝູ່​ເກາະ ເຈື່ອງ​ຊາ, ຮ່​ວາ​ງ​ຊາແມ່ນ​ຜຶນ​ແຜ່ນ​ດິນ​ຂອງ​ຊິງ. ນີ້​ແມ່ນ​ພະ​ຍານຫຼັກ​ຖານ​ຢ່າງ​ຈະ​ແຈ້ງ ສະ​ແດງ​ໃຫ້​ເຫັນ​ວ່າ ຕາມ​ປະ​ຫວັດ​ສາດ​ຂອງ​ຈີນ​ແລ້ວ, ມາ​ຮອດ​ປີ 1904, ຜຶນ​ແຜ່ນ​ດິ​ນ​ທາງ​ທິດ​ໃຕ້​ຂອງ​ຈີນ​ພຽງ​ແຕ​່​ຮອດ​ໝູ່​ເກາະ ຫາຍນາມ. ປື້ມພູ​ມີ​ສາດ ແລະ ປະ​ຫວັດ​ສາດ​ເດີມ​ຂອງ ຫວຽດ​ນາມ​ຍັງ​ມີ​ພະ​ຍານຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ສ້າງກອງ​ທັບ​ຮ່​ວາ​ງ​ຊາ​ດ້ວຍ​ເປົ້າ​ໝາຍ​ຂຸດ​ຄົ້ນ ແລະ ຄຸ້ມ​ຄ​ອງສອງ​ໝູ່​ເກາະ​ດັ່ງ​ກ່າວ. ເລີ່ມ​ແຕ່​ເວ​ລາສ້າ​ງ​ຂຶ້ນ​ລາຊະວົງ​ຫງວຽນ ໃນ​ປີ 1802 ຕະຫຼອ​ດ​ຮອດ​ເວ​ລາ​ເຊັ່ນ​ສົນ​ທ​ິ​ສັນ​ຍາ​ລະ​ຫວ່າງ ຝ​ລັ່ງ ແລະ ເຫ້ວ​ໃນ​ປີ 1884, ລາ​ຊະ​ວົງ​ຫງວຽນ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົ​ນ​ເພື່ອ​ປົ​ກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກ​າ​ະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ພາຍ​ໃຕ້​ບັນ​ດາ​ລາ​ຊະ​ວົງ​ສັກ​ດີ​ນາ​ຂອງ​ຫວຽດ​ນາມ, ກອງ​ທັບ​ຮ່​ວາງ​ຊາ​ໄດ້​ສົ່ງ​ໄປ​ປະ​ຈຳ 5 – 6 ເດືອນ/ປີ ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ໃດ​ໜ​ຶ່ງ​ຢູ່​ໝູ່​ເກາະ, ນີ້​ແມ່ນຫຼັກ​ຖານ​ທີ່​ມີ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ. ລາ​ຊະ​ວົງ​ຊິງ​ຂອງ​ຈີນກໍ່​ຍັງ​ບໍ່​ເຄີຍ​ຄັດ​ຄ້ານ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ສຳ​ລັບ 2 ໝູ່​ເກ​າ​ະ ເຈື​່ອງ​ຊາ ແລະ ຮ່​ວາ​ງ​ຊາ, ກໍ່​ຄື​ສະ​ພາບ​ການ​ຂຸດ​ຄົ້ນ​ດັ່ງ​ກ່າວ. ດັ່ງ​ນັ້ນ, ໝູ່​ເກາະ​ເຈື່ອງ​ຊາ ແລະ ຮ່​ວາງ​ຊາ​ແມ່ນ​ຜຶນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ບັນ​ດາ​ນັກຮ​ຽນ​ຮູ້​ກ່ຽວ​ກັບ​ກົດ​ໝ​າຍ​ວ່າ​ດ້ວຍ​ທະ​ເລ.

ອະທິປະໄຕເຂດທະເລໝູ່ເກາະຮ່ວາງຊາ ແລະ ເຈື​່ອງຊາພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນລັ່ງ

ພາຍຫຼັງ​ສົນ​ທິ​ສັນ​ຍາ​ໃນ​ວັນ​ທີ 6 ມິ​ຖຸ​ນາ 1884 (ສົນ​ທິ​ສັນ​ຍາ Patenôtre ) ໄດ້​ຮັບ​ການ​ລົງ​ນາມ, ຝ​ລັ່ງ​ໄດ້​ເປັນ​ຕາ​ງ​ໜ້າ​ໃຫ້​ແກ່​ລັດ​ຫວຽດ​ນາມ​ໃນ​ການ​ຕ່າງ​ປະ​ເທດ. ເພາະ​ສະ​ນັ້ນ, ຝ​ລັ່ງ​ຈະ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜຶນ​ແຜ່ນ​ດີ​ແທນ ຫວຽດ​ນາມ.

ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ຮ່​ວາງ​ຊາ​ໃນ​ໄລ​ຍະ​ດັ່ງ​ກ່າວແມ່ນ ຝ​ລັ່ງ​ໄດ້​ຄັດ​ຄ້ານ​ການ​ກະ​ທຳ​ນາບ​ຂູ່​ເຖິງ​ອະ​ຕິ​ປະ​ໄຕ​ຂອງ​ຫວຽດ​ນາມ​ສຳ​ລັບ ໝູ່​ເກາະ​ດັ່ງ​ກ່າວ. ຍົກ​ຕົວ​ຢາງ​ຄື​ໃນ​ວັນ​ທີ 4 ທັນ​ວາ 1931 ແລະ ວັນ​ທີ 24 ເມ​ສາ 1932, ຝ​ລັ່ງ​ໄດ້​ຕຳ​ໜິ​ຕິ​ຕຽນ​ແຂວງກວາງ​ຕຸງ, ຈີນ​ເມື່ອ​ແຂວງນີ້​ຄິດ​ວ່າ​ຈະ​ຂຸດ​ຄົ້ນ ຢູ່​ໝູ່​ເກາະ​ເຈື່ອງ​ຊາ. ວັນ​ທີ 4 ເມ​ສາ 1939, ຝ​ລັ່ງ​ໄດ້​ປະ​ຕິ​ເສດ​ ເມື່ອ ​ຍີ່​ປຸ່ນ​ຄິດ​ວ່າ​ຈະ​ເລືອກ​ເອົາ​ສ່​ວນ​ໜຶ່ງ​ຂອງ​ໝູ່​ເກາະ​ເຈື່ອງ​ຂາ​ເພື່ອ​ສະ​ເໜອງ​ສິດ​ປົກ​ຄອງ​ດ້ວຍ​ຕົນ​ເອງ.

ການປົກປ້ອງ ແລະ ການປະຕິບັດສິດອະທິປະໄຕ ສຳຫຼັບໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ ຫຼັງຈາກສົງຄາມໂລກຄັ້ງທີ 2

ພາຍຫຼັງສົງຄາມໂລກຄັ້ງທີ 2, ຝຣັ່ງ ໄດ້ກັບຄືນອິນດູຈີນ. ໃນທ້າຍປີ 1946, ຝຣັ່ງ ໄດ້ຮຽກຮ້ອງໃຫ້ລັດຖະບານປະເທດຈີນ ເຢີນກວກ ຖອນອອກຈາກບັນດາໝູ່ເກາະຫວຽດນາມ ທີ່ຖືກຄອບຄອງຢ່າງຜິດກົດໝາຍ. ປະເທດຝຣັ່ງ ໄດ້ເອົາຄືນໃໝ່ສິດທິອຳນາດຄວບຄຸມໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ, ກໍ່ສ້າງສະຖານີວັດແທກອຸຕຸນິຍົມ ແລະ ວິທະຍຸໂທລະເລກ. ວັນທີ 7 ກັນຍາ 1951, ໂດຍກ່ຽວກັບສົນທິສັນຍາສັນຕິພາບກັບ ປະເທດຍີ່ປຸ່ນ, ນາຍົກລັດຖະມົນຕີຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ San Fracisco ໄດ້ປະກາດວ່າ ໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ ແມ່ນເຂດດິນແດນຂອງຫວຽດນາມມາແຕ່ດົນນານ, ຫວຽດນາມ ຢັ້ງຢືນສິດຂອງຕົນສຳລັບໝູ່ເກາະ ຮ່​ວາ​ງ​ຊາ ແລະ ໝູ່ເກາະ ເຈື​່ອງ​ຊາ. ຍັງບໍ່ມີການຄັດຄ້ານຕໍ່ຄຳຖະແຫຼງການດັ່ງກ່າວນີ້. ປະຈຸບັນ, ໝູ່ເກາະ ຮ່​ວາ​ງ​ຊາ ຂຶ້ນກັບນະຄອນ ດານັງ, ໝູ່ເກາະ ເຈື​່ອງ​ຊາ ໄດ້ກາຍເປັນເຂດບໍລິຫານຂອງແຂວງ ແຂັງຮ່ວາ.

ຫວຽດນາມໄດ້ຈຳໜ່າຍ ”ປ​ຶ້ມ​ປ​ົກ​ຂາວ” ກ່ຽວກັບໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ, ສອງໝູ່ເກາະທີ່ເປັນດິນແດນທີ່ບໍ່ໄດ້ແບ່ງແຍກຈາກ ປະເທດຫວຽດນາມ ໄດ້, ຢັ້ງຢືນວ່າຫວຽດນາມມີອະທິປະໄຕ ສໍາລັບ ສອງໝູ່ເກາະນີ້ຕາມຂໍ້ກຳນົດຂອງກົດ ໝາຍສາກົນ.

ການແກ້ໄຂບັນຫາຂັດແຍ້ງກັນດ້ານອະທິປະໄຕກັບຈີນ ຢູ່ທະເລຕາເວັນອອກ ແມ່ນບັນຫາທີ່ສຳຄັນທີ່ສຸດເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າໃນສະຕະວັດທີ 21.

ສະພາກຳມະການ ໄດ້ຕັດສິນໃນວັນທີ 12 ກໍລະກົດ 2016 ອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ ແມ່ນ​ບໍ່​ມີ​ພື້ນ​ຖານດ້ານ​ກົດ​ໝາຍ​ສາ​ກົນ. ໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ ແມ່ນຜືນແຜ່ນດິນຂອງຫວຽດນາມ. ອີງໃສ່ແຜນທີ່ ແຕ່ບູຮານ, ພ້ອມທັງເອກະສານປະຫວັດສາດກ່ຽວກັບການຄຸ້ມຄອງໝູ່ເກາະສອງແຫ່ງນີ້ ເຊິ່ງສາມາດຢັ້ງຢືນວ່າ ໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ ເປັນດິນແດນຂອງຫວຽດນາມ.

ຫຼັກໝັ້ນຂອງບັນດາປະເທດທີ່ກ່ຽວຂ້ອງ

ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ

ບັນດາຮູບພາບດາວທຽມຂອງ ບໍລິສັດ ImageSat International ໄດ້ປະກາດໃນວັນທີ 13 ພຶດສະພາ ສະແດງໃຫ້ເຫັນເຮືອບິນທະຫານຂອງຈີນໄດ້ຈອດຢູ່ທາງແລ່ນ ໃນເຂດຫີນ ຈື້ເທີບ ຂອງຫວຽດນາມ. (ພາບ: TWITTER)

ຫລາຍປະເທດ ໃນໂລກກຳລັງເສີມກຳລັງທະຫານຂອງພວກເຂົາ ເພື່ອຍຶດເອົາຜົນປະໂຫຍດໃນທະເລຕາເວັນອອກ. ພາຍຫຼັງການຕັດສິນ ຂອງສະພາກຳມະການສາກົນ, ທຸກໆປະເທດໄດ້ເຫັນດີເຫັນພ້ອມນຳຄຳຕັດສິນດັ່ງກ່າວ ແລະ ຮຽກຮ້ອງໃຫ້ຈີນ ແລະ ປະເທດທີ່ກ່ຽວຂ້ອງ ໄດ້ແກ້ໄຂຂໍ້ຂັດແຍ້ງດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ.

ປະເທດອາເມລິກາ ແລະ ປະເທດອົດສະຕາລີ ໃຫ້ຄຳໝັ້ນສັນຍາວ່າ ປະຕິບັດລາດຕະເວນກວດກາ ແລະ ຕັ້ງຄ້າຍທະຫານຢູ່ທະເລຕາເວັນອອກ, ຮ່ວມມືກັບຍີ່ປຸ່ນ, ອິນເດຍ… ເພື່ອຮຽກຮ້ອງໃຫ້ປະເທດຈີນ ປະຕິບັດຕາມຄຳຕັດສິນດັ່ງກ່າວ. ປະເທດລັດເຊຍ ກໍ່ໄດ້ຈັດຕັ້ງກຳລັງລາດຕະເວນ ເພື່ອຕ້ານກຳປັ່ນດຳນ້ຳ. ກອງທັບອາກາດປະເທດຍີ່ປຸ່ນ ຕັ້ງຢູ່ໃນເຂດທ້ອງຟ້າຂອງຊ່ອງແຄບທະເລ Miyako Strait, ອາເມລິກາ ໄດ້ປະກາດວ່າ ກຽມພ້ອມທີ່ຈະຈັດຕັ້ງກອງທັບບໍ່ວ່າເວລາໃດໃນທະເລຕາເວັນອອກ ແລະ ໄດ້ດຳເນີນການຝຶກຊ້ອມຂະໜາດໃຫຍ່ດ້ວຍຫຼາຍຮູບແບບ.

ພາຍຫຼັງການຕັດສິນ ຂອງສະພາກຳມະການສາກົນ, ໃນທ່າອ່ຽງກຳລັງທະຫານໄດ້ເພີ່ມຂຶ້ນ ໃນທະເລທະເລຕາເວັນອອກ, ການແກ່ງແຍ່ງລະຫວ່າງປະເທດຕ່າງໆ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງພວກເຂົາ ແມ່ນນັບມື້ນັບຮຸນແຮງຂຶ້ນ. ປະເທດຈີນ ສະແດງຄວາມຄວາມມັກໃຫຍ່ໃຝ່ສູງ ໃນການຂະຫຍາຍເຂດນໍ້າແດນດິນ, ບັນດາປະເທດໃນພາກພື້ນທະເລຕາເວັນອອກ ໄດ້ຮັກສາສິດທິຂອງຕົນ ກ່ຽວກັບໝູ່ເກາະ ແລະ ມະຫາສະໝຸດ.

ເພື່ອບໍ່ໃຫ້ປະເທດຈີນ ຢຶດເອົາທະເລຕາເວັນອອກ, ອາເມລິກາ ແລະ ຍີ່ປຸ່ນ ຄາດວ່າຈະເພີ່ມທະວີການພົວພັນພັນທະມິດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ ພ້ອມທັງຂະຫຍາຍການທູດກັບບັນດາປະເທດໃນທະເລຕາເວັນອອກ. ໃນທາງກົງກັນຂ້າມ, ປະເທດຈີນ ຄາດວ່າຈະເພີ່ມການຊ່ວຍເຫຼືອ ໃຫ້ແກ່ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້, ຊຸກຍູ້ເສັ້ນທາງການທູດ "ຫ່າງໄກກັບອາເມລິກາ, ສະໜິດກັບຈີນ". ດ້ວຍມາດຕະການແຫ່ງຄວາມໝັ້ນຄົງ ແລະ ສັນຕິພາບ, ຫວຽດນາມ ໄດ້ຮັກສາອະທິປະໄຕຂອງ ໝູ່ເກາະ ຮ່​ວາ​ງ​ຊາ ແລະ ເຈື​່ອງ​ຊາ ນັບແຕ່ສັດຕະວັດທີ 17, ແລະ ຫວຽດນາມ ສືບຕໍ່ຮຽກຮ້ອງປະຕິບັດຕາມ 3 ຫຼັກການທີ່ໄດ້ກ່າວໃນກອງປະຊຸມສຸດຍອດ G7 Ise-Shima Summit ໄດ້ເປີດສະໄໝໃນວັນທີ 26 ພຶດສະພາ 2016 ທີ່ປະເທດຍີ່ປຸ່ນ.

ກ່ຽວ​ກັບ​ຄວາມ​ຮຽກ​ຮ້ອງອະ​ທິ​ປະ​ໄຕ​ຂອງ​ຈີນ, ໃນເດືອນ​ມັງ​ກອນ ປີ 2013, ຟີ​ລິບ​ປິ່ນ​ໄດ້​ຮ້ອງ​ຟ້ອງ​ຈີນ, ອີງ​​ໃສ່ສົນ​ທິ​ສັນ​ຍາ ສ​ປ​ຊ ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ, ສະ​ພາ​ກຳ​ມະ​ການ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມໝ​ວກ ທີ VII UNCLOS 1982 ເຊິ່ງໄດ້​ໃຫ້​ຄຳ​ຕັດ​ສິນ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ ປີ 2016 ​ວ່າ “ເສັ້ນ​ທາງ 9 ຕອນ” - ໂດຍ​ເປັນ​ເສັ້ນ​ທາງ​ຊາຍ​ແດນທີ່​ຈີນ​ຍົກ​ອອກ​ມາ​ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ບໍ່​ມີ​ພື້ນ​ຖານດ້ານ​ກົດ​ໝາຍ​ສາ​ກົນ. ບໍ່​ຮັບ​ຮອງ​ເອົາ​ເກາະ​ທຽມ​ໂດຍ​ຈີນ​ສ້າງ​ຂຶ້ນ​ແມ່ນ​ເກາະ. ຮັບ​ຮອງ​ເອົາ​ຄຳ​ຮຽກ​ຮ້ອງ​ຂອງ​ຟີ​ລິບ​ປິນ ແມ່ນ “ເຂດ Mischief Reef ໂດຍ​ເປັນ​ສະ​ຖານ​ທີ່​ຈີນ​ກໍ່ສ້າງ​ຂຶ້ນ​ເອງ​ແມ່ນ​ເຂດຫີນ​ໃຕ້​ທະ​ເລ​ ພຽງ​ແຕ່ຟູຂຶ້ນເມື່ອມີ​ການ​ປ່ຽນ​ແປງ​ຂອງ​ນໍ້າທະ​ເລ​ດັ່ງ​ນັ້ນ​ບໍ່​ໄດ້​ຮັບ​ຖື​ວ່າ ແມ່ນນ້ຳ​ແດນດິນ​ໄດ້”. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຄຳ​ຕັດ​ສິນຍຸ​ຕິ​ທຳ​ທີ່​ມີ​ລັກ​ສະ​ນະ​ສາ​ກົນ​ໄດ້​ຮັບ​ການ​ຍົກ​ອອກ​ມາ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ເປັນ​ສະ​ຖານ​ທີ່​ ທີ່ຈີນ​ຢັ້ງ​ຢືນ ​​ສິດປົກ​ຄອງຢ່າງ​ແຮງ ດ້ວຍ​ການ​ສ້າ​ງ​ເກາະ​ທຽມ… ຈີນ​ບໍ່​ຍອມ​ຮັບ​ຄຳ​ຕັດ​ສິນ​ຂອງ​ສານ​ ເຖິ​ງວ່າ​ອີງ​ໃສ່​ສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຜ່ານ​ໃນ​ປີ 1994. ຢູ່ກອງ​ປະ​ຊຸມ​ສຸດຍອດ G7 ເຊິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 26 ເດືອນ​ພຶດ​ສະ​ພາ​ ປີ 2016 ຢູ່​ຍີ່​ປຸ່ນ (G7 Ise-shima Summit), ເຖ​ິງວ່າ “ໄດ້ຢັ້ງຢືນ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ” “ຫ້າມ​ບໍ່​ໃຫ້​ນຳ​ໃຊ້ກຳ​ລັງ​ປະ​ກອບ​ອາ​ວຸດ”, “ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ ໂດຍ​ສັນ​ຕິ​ວິ​ທີ” ແຕ່​ວ່າ ຈີນ​ຍັງຮັກ​ສາທ່າທີ ດື້ດ້ານຄື​ເກົ່າ.
ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່ ອິນ​​ໂດຍ: ບັນດາ​ນັກຮຽນຮ​ູ້ຮຽກຮ້ອງ​ໃຫ້​ເຄົາລົບກົດ​ໝາຍສາກົນ

ຍສໝ - ໃນວັນທີ 29 ພະຈິກ 2019, ຢູ່ຫໍປະຊຸມສາກົນ ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້: ທະເລຕາເວັນອອກ - ບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ແງ່ຫວັງໃນອະນາຄົດ.

ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ ຫວຽດ​ນາມ​ປະ​ຕິ​ເສດ​ຄຳ​ກ່າວ​ປາ​ໄສ​ຂອງ​ໂຄ​ສົກ​ການ​ຕ່າງ​ປະ​ເທດ​ຈີນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕຢູ່​ໝູ່​ເກາະ​ເຈື່ອງ​ຊາ

ຍສໝ - ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ.

ຫວຽດ ນາມ ມ ພະ ຍານຫ ກ ຖານ ຢ າງ ຄ ບ ຖ ວນ ກ ຽວ ກ ບ ອະ ທ ປະ ໄຕ ຢ ເຂດ ທະ ເລ ໝ ເກາະ ຮ ວ າງ ຊາ ແລະ ເຈ ອງ ຊາ ທະ​ເລ​ຕາ​ເວັນ​ອອກ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແມ່ນ​ຈຸ​ດ​ສຸມ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ

ຍສໝ - ກອງປະຊຸມສຸດຍອດ ອາຊຽນ ອາດຈະສະກັດກັ້ນເຫດການຢູ່ ທະເລຕາເວັນອອກ ໄດ້.

ຜູ້ແປພາສາ: ບຸນ​ຄົງ

ເຫດການ
302 Found

Found

The document has moved here.