ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມງານສະເຫລີມສະຫລອງວັນຄົບຮອບ 40 ປີຂອງ “ເສັ້ນທາງໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot” (20 ມິຖຸນາ 1977/20 ມິຖຸນາ 2017) ແລະ ກັບຄືນສູ່ເສັ້ນທາງໃນເມື່ອກ່ອນທີ່ເພິ່ນພ້ອມດ້ວຍເພື່ອນຮ່ວມກົມກອງໄດ້ຜ່ານຜ່າກຳປູເຈຍຂ້າມຊາຍແດນມາຫວຽດນາມ. ທ່ານນາຍົກລັດຖະມົນຕີ Hun Sen ກ່າວວ່າ:
ໃນລະຫວ່າງວັນທີ 13-17 ມິຖຸນາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄດ້ດໍາເນີນກອງປະຊຸມຂອງສອງປະທານຄະນະກຳມະການປະສົມຊາຍແດນ ຫວຽດນາມ-ກຳປູເຈຍ ແລະ ກຳປູເຈຍ-ຫວຽດນາມ.
ໂດຍປະຕິບັດຕາມແຜນນະໂຍບາຍຂອງພັກ, ລັດ, ກອງທັບ ກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ, ສົ່ງກັບຄືນບ້ານເກີດເມືອງນອນເພື່ອມາປົງຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແຕ່ທ້າຍປີ 1994 ເປັນຕົ້ນມາ, ກອງປະຕິບັດງານພິເສດທະຫານເຂດ 2 ໄດ້ຮັບການສ້າງຕັ້ງຂຶ້ນ, ດ້ວຍການໄປປະຕິບັດໜ້າທີ່ໃນບໍລິເວນ 6 ແຂວງພາກເໜືອລາວ.
ໃນຊຸມປີຜ່ານມາ, ໂດຍປະຕິບັດໂຄງການສົ່ງເສີມການກະເສດໃນບໍລິເວນ 4 ກຸ່ມບ້ານຂອງສອງແຂວງຊຽງຂວາງ ແລະແຂວງໄຊສົມບູນ, ປະເທດລາວ, ບໍລິສັດແຮ່ທາດ ແລະຫຼອມໂລຫະ ວຽງຈັນ ຈຳກັດຜູ້ດຽວ (ທີ່ຂຶ້ນກັບບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4) ມີຫຼາຍຮູບແບບທີ່ມີປະສິດທິຜົນ, ຊ່ວຍປະຊາຊົນລາວ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ...
ຍສໝ-ນັບມາຮອດປະຈຸບັນ, ເນື້ອທີ່ທີ່ຖືກມົນລະພິດຈາກລະເບີດ ໄດ້ຫຼຸດລົງຍັງເຫຼືອ 5.600.000 ເຮັກຕາ. ນີ້ແມ່ນຂໍ້ມູນ ທີ່ໄດ້ຍົກອອກໃນກອງປະຊຸມສະຫຼຸບບັນດາການເຄື່ອນໄຫວສື່ມວນຊົນ ແລະ ມອບລາງວັນໃນການປະກວດ “ຍົກສູງຄວາມຮັບຮູ້ເພື່ອຫຼີກລ່ຽງອຸປະຕິເຫດຂອງລູກລະເບີດ, ວັດຖຸລະເບີດ ທີ່ຕົກຄ້າງຈາກສົງຄາມຢູ່ຫວຽດນາມ”, ແລະ ຕອບສະໜອງວັນໂລກຍົກສູງຄວາມຮັບຮູ້ເພື່ອຫຼີກລ່ຽງອຸປະຕິເຫດຂອງລູກລະເບີດ 2022. ກອງປະຊຸມໄດ້ດຳເນີນໃນວັນທີ 16 ມິຖຸນາ ຢູ່ຮ່າໂນ້ຍ.
"ສະຫາຍ ເຢືອງກີມຟ໊ຽນ, ເກີດປີ 1951; ທີ່ເກີດ: ບ້ານມີງອານ, ຕາແສງອີການ, ເມືອງເຈິ໊ນອຽນ, ແຂວງອຽນບ໊າຍ; ໄດ້ເຂົ້າເປັນທະຫານໃນວັນທີ 20 ພຶດສະພາ 1971; ຊັ້ນ: ພົນທະຫານຊັ້ນໜຶ່ງ; ຕຳແໜ່ງ: ພະຍາບານ; ກົມກອງເມື່ອເສຍສະຫຼະຊີວິດ: ກອງຮ້ອຍ 20, ກອງພັນໃຫຍ່ 165, ກອງພົນ 312", ນັ້ນແມ່ນຂໍ້ມູນໂດຍນັກກະວີ ຫຼີຮືວເລືອງ, ຫຼານຄີງຂອງນັກຮົບເສຍສະຫຼະຊີວິດ ສະໜອງໃຫ້ພວກຂ້າພະເຈົ້າ.
ວັນທີ 14-15 ມິຖຸນາ, ທະຫານເຮືອເຂດ 2 ໄດ້ສົມທົບກັບແຂວງຈ່າວີງ ແລະແຂວງບາກລຽວ ຈັດຕັ້ງລາຍການ “ທະຫານເຮືອຫວຽດນາມ ເປັນບ່ອນອີງ ເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ”.
ຫວ່າງແລ້ວນີ້, ທ່ານ ຟານວຽດເກື່ອງ, ເລຂາພັກແຂວງກວ້າງນາມ ໄດ້ຕາງໜ້າຄະນະປະຈຳຄະນະພັກແຂວງ ຕ້ອນຮັບຄະນະປະຕິບັດງານແຂວງເຊກອງ ນໍາໂດຍທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ມາຢ້ຽມຢາມ ແລະເຮັດວຽກ.
ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ຝູອຽນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽນດາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຝຸອຽນ ຈັດພິທີສະເຫຼີມສະຫຼອງ ວັນມະຫາສະໝຸດໂລກ ແລະ ສັບປະດາທະເລໝູ່ເກາະ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ຟື້ນຟູ: ພ້ອມກັນມີການກະທຳເພື່ອມະຫາສະໝຸດ”.
ຍສໝ- ວັນທີ 13 ມິຖຸນາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກເປັນປະທານ ໄດ້ຈັດຕັ້ງ ການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ຍສໝ - ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງລາຍງານ 3 ຫົວເລື່ອງ ດ້ວຍເນື້ອໃນຄື: ການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ; ວຽກງານຊາຍແດນທາງບົກໃນໄລຍະປະຈຸບັນ ແລະ ໜ້າທີ່ຜັນຂະຫຍາຍ ໃນໄລຍະຈະມາເຖິງ.
ຍສໝ - ຕອນບ່າຍວັນທີ 9 ມິຖຸນາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ມີທັດສະນະກ່ຽວກັບເລື່ອງ ເຮືອບິນ ອົດສະຕາລີ ຖືກເຮືອບິນຂັບໄລ່ ຈີນ ກໍ່ກວນໃນເຂດນ່ານຟ້າຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມການທະຫານຂັ້ນສູງລະຫວ່າງສອງປະເທດ.
ຍສໝ - ເກາະຮ່ອນຄວາຍ ມີບົດບາດສຳຄັນໃນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢູ່ເຂດທະເລຕາເວັນຕົກສ່ຽງໃຕ້ຂອງປະເທດ.
ຍສໝ-ໜັງສືພິມອອນໄລ Data-Max ຂອງຍີ່ປຸ່ນ ຫວ່າງແລ້ວນີ້ ໄດ້ຂຽນບົດຄວາມໜຶ່ງເວົ້າເຖິງ “ບົດບາດຂອງຫວຽດນາມໃນການຫັນທະເລຕາເວັນອອກເປັນເຂດທະເລສັນຕິພາບ ແລະ ການຮ່ວມມື” ໃນນັ້ນໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມໄດ້ຮັບການຕີລາຄາວ່າແມ່ນປະເທດທີ່ຕັ້ງໜ້າທີ່ສຸດ, ຂົນຂວາຍເພື່ອແນໃສ່ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
ຍສໝ - ບົດຂຽນລົງໃນເວັບໄຊ Infox.ru ຂອງລັດເຊຍ ທີ່ມີຫົວຂໍ້ “ຫວຽດນາມ - ຄັນທຸງນໍາໜ້າຂອງອາຊຽນ”, ນັກຂຽນ Grigory Trofimchuk ຢັ້ງຢືນເຖິງ ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະມີລັກສະນະສ້າງສັນຂອງຫວຽດນາມ ໃນການສ້າງຕັ້ງສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບ ໃນທົ່ວພາກພື້ນ, ລວມມີທະເລຕາເວັນອອກ, ເຊິ່ງເປັນປັດໄຈສໍາຄັນ ຊ່ວຍນະຄອນ ຮ່າໂນ້ຍ ປັບຕົວໃຫ້ແທດເໝາະກັບສະພາບການພູມສາດການເມືອງ ທັນສະໄໝ.
ຍສໝ - ໂດຍແມ່ນໜຶ່ງໃນບັນດາຫາດຊາຍທີ່ມີຊື່ສຽງຂອງເຂດພາກເໜືອ, ຫາຍຊາຍເກືອຫຼໍ່ (ແຂວງເງະອານ) ຍາມໃດກໍ່ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວເມື່ອລະດູຮ້ອນວຽນມາ. ໃນຊຸມວັນແດດຮ້ອນທີ່ສຸດ, ຫາດຊາຍເກືອຫຼໍ່ໄດ້ກາຍເປັນສະຖານທີ່ພັກຜ່ອນບຳລຸງສຸຂະພາບ ຂອງປະຊາຊົນນັບໝຶ່ນຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຢູ່ເສັ້ນຊາຍແດນເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້, ບັນດາ “ແພດທະຫານຊາຍແດນ” ໄດ້ກາຍເປັນບ່ອນອີງຂອງປະຊາຊົນບັນດາເຜົ່າເມື່ອເຈັບປ່ວຍ.
ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ, ກຳລັງຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສບຕິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້ກັບກ່ວາ 100 ກໍລະນີຄ້າຂາຍ.
ຍສໝ - ໜັງສືພິມ Daily Mail (ອັງກິດ) ລາຍງານເມື່ອບໍ່ດົນມານີ້ ກ່ຽວກັບການບໍລິການກຳປັ່ນດຳນ້ຳ ແບບທ່ອງທ່ຽວ ທີ່ສາມາດນຳຜູ້ໂດຍສານ 24 ຄົນ ໄປເບິ່ງທິວທັດທະເລອ້ອມຂ້າງໄດ້ຢ່າງເຕັມທີ່ ດ້ວຍຄວາມເລິກເຖິງ 328 ຟຸດ (100 ແມັດ).
ຍສໝ - ທ່ານ ເລມິງເງິນ ໃຫ້ຮູ້ວ່າ ໃນໄລຍະ 2011-2021, ສໍາລັບຂົງເຂດທະເລ ແລະ ໝູ່ເກາະ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ປະຕິບັດບັນດາໜ້າທີ່, ຫົວຂໍ້, ໂຄງການວິທະຍາສາດ ແລະ ເຕັກໂນໂລຢີທຸກຂັ້ນ, ປະກອບສ່ວນສໍາຄັນເພື່ອ ຮັບໃຊ້ວຽກງານຄຸ້ມຄອງສັງລວມທະເລ ແລະ ໝູ່ເກາະ.
ຍສໝ - ອົງການສະຖິຕິ Guinness ໂລກ ໄດ້ເຊີດຊູຂົວ ແບັກລອງ ເປັນຂົວແກ້ວທີ່ຍາວທີ່ສຸດໃນໂລກ.
ຍສໝ - ວັນທີ 30 ພຶດສະພາ, ທາງຜ່ານສະພານລອຍນໍ້າຊົ່ວຄາວຢູ່ ກມ3+4 ຫາຍອຽນ (ນະຄອນ ໝອງກາຍ, ແຂວງ ກວາງນີງ) ໄດ້ເປີດຄືນຢ່າງເປັນທາງການຫຼັງຈາກ 3 ເດືອນຖືກປິດ.
ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ແລະຊຸກຍູ້ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ໃຫ້ມີເນື້ອແທ້, ມີປະສິດທິຜົນທີ່ສຸດ ແລະເຂັ້ມແຂງກວ່າ, ບຸກທະລຸກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງປະສິດທິຜົນໃຫ້ທັງສອງປະເທດ.
ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ຫາກໍ່ສົມທົບກັບສະມາຄົມມິດຕະພາບລາວ-ຫວຽດນາມ ຢູ່ແຂວງຈັດຕັ້ງບັນດາກິດຈະກໍາຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022.
ໄປພ້ອມກັບໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ, ໃນໄລຍະຜ່ານມາ, ວຽກງານໂຄສະນາ, ເຜີຍແຜ່, ສຶກສາກົດໝາຍໃຫ້ຊາວປະມົງຢູ່ເຂດທະເລ ແລະປະຊາຊົນທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຜັນຂະຫຍາຍຢ່າງຄົບຊຸດດ້ວຍຫຼາຍຮູບການ, ອຸດົມສົມບູນ, ຕິດແທດກັບສະພາບຕົວຈິງ.
ຍສໝ - ເພື່ອແນໃສ່ຍົກສູງປະສິດທິຜົນເສັ້ນທາງລົດໄຟ ລະຫວ່າງ ຫວຽດນາມ ແລະ ຈີນ (ມຸ່ງໄປເຖິງກ໋ວາງຊີ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນານນີງ ໄດ້ພົບປະ, ເຮັດວຽກກັບການນຳພະແນກການຕ່າງປະເທດ ນານນິງ, ພາສີອາກອນ ນານນິງ, ບໍລິສັດໃຫຍ່ ຂົນສົ່ງ Container (ບໍລິສັດໃຫຍ່ເສັ້ນທາງລົດໄຟ ຈິນ).
ຍສໝ - ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຄຸນໝີງ ໄດ້ຂົນຂວາຍແຂວງຢູນນານ (ຈີນ)ຈັດສັນບັນດາຈຸດຕ່າງໆຢູ່ຄຸນໝີງ ແລະ ເຫີໂຄ, ມະລິຟໍ, ຈຸດເຊື່ອມຕໍ່ໜຶ່ງຢູ່ແຂວງເຊສວນ ດ້ວຍ 70 ກວ່າທ່ານ ແລະ ວິສາຫະກິດເຂົ້າຮ່ວມ ເຊື່ອມຕໍ່ກັບກອງປະຊຸມທາງໄກສົ່ງເສີມການບໍລິໂພກໝາກລີນຈີ່ ແຂວງບັກຢາງ ປີ2022.
ຍສໝ - ຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ມາລູທ່າງ ໄດ້ສ້າງຕັ້ງຄືນກຸ່ມຕິດຕາມກວດກາການປ້ອງກັນ, ຕ້ານພະຍາດ ແລະ ຈັດສົ່ງພາຫະນະຂົນສົ່ງ, ສິນຄ້າ.
ແຂວງເງະອານ ກໍາລັງຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ເສີມຂະຫຍາຍ ແລະເພີ່ມທະວີການພົວພັນກັບແຂວງຊຽງຂວາງ, ໃນນັ້ນມີການຊາບຊຶມແຜນນະໂຍບາຍ, ແນວທາງ, ທັດສະນະການນໍາຂອງສອງພັກ, ສອງລັດຫວຽດນາມ-ລາວ; ເອົາໃຈໃສ່ຊີ້ນໍາທຸກຂັ້ນ, ທຸກຂະແໜງການໃນແຂວງຕັ້ງໜ້າ, ເປັນເຈົ້າການສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນກັບທຸກຂັ້ນ, ຂະແໜງການຂອງແຂວງຊຽງຂວາງ ໃນທຸກຂົງເຂດຢ່າງເປັນປະຈໍາ; ຫັນບັນດາໂຄງການກະທໍາທີ່ໄດ້ລົງນາມ, ຮ່ວມມືເປັນລະອຽດ.