ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງ ບາເຣ້ຍ - ຫວຸງເຕົ່າ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາເຣ້ຍ - ຫວຸງເຕົ່າ, ອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດທິໃຫ້ແກ່ແມ່ຍິງ (UN WOMEN) ໄດ້ຈັດພິທີປຸກລະດົມເດືອນການກະທຳແຫ່ງຊາດເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ປີ 2022.
ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ສອງປະເທດ ຫວຽດນາມ - ລາວ ປີ 2022, ຕອນເຊົ້າວັນທີ 17 ພະຈິກ 2022, ສະຫາຍ ພົນເອກ ເລືອງເກື່ອງ ກໍາມະການກົມການເມືອງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ນໍາໜ້າຄະນະຜູ້ແທນພະນັກງານການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 17 ຫາວັນທີ 19 ພະຈິກ 2022.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງປີນີ້, ໂຮງຮຽນ ມິດຕະພາບ T78 ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກລັດລາວ.
ຍສໝ - ກິດຈະກຳທົດລອງການພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ ໄດ້ຮັບການສະໜັບສະໜູນຈາກລັດຖະບານໄອແລນ ຜ່ານ FAO ດ້ວຍງົບປະມານທັງໝົດ 100.000 ເອີໂຣ, ເຊິ່ງປະຕິບັດແຕ່ປີ 2022 ຫາ 2023.
ວັນທີ 16 ພະຈິກ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນຖານທັບອາກາດ ດອນເມືອງ (Don Mueang) ແຫ່ງລາຊະອານາຈັກໄທ, ນະຄອນຫຼວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29.
ຍສໝ - ທ່ານຮອງເລຂາຄະນະພັກແຂວງ ກໍຢືນຢັນວ່າ ບັນດາການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈສະໜິດຕິດແທດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ໃນນັ້ນມີ ແຂວງ ເທື່ອທຽນເຫ້ວ ແລະ ບັນດາແຂວງຂອງລາວ ທີ່ມີເສັ້ນຊາຍແດນຮ່ວມກັນເວົ້າສະເພາະ.
ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ້ຽມຢາມຫວຽດນາມ ເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ.
ຫວ່າງແລ້ວນີ້, ທີ່ພະນົມເປັນ, ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Enrique Manalo ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ.
ໃນລະຫວ່າງວັນທີ 10-11 ພະຈິກ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຜົ້ງສາລີ (ລາວ) ໄດ້ສົມທົບກັນລາດຕະເວນຮ່ວມຢູ່ເຂດຊາຍແດຍ.
ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຢູ່ດ່ານຊາຍແດນສາກົນລາໄລ, ແຂວງກວາງຈິ, ກອງບັນຊາການທະຫານ ແຂວງ ເທື່ອທຽນເຫ້ວ ໄດ້ສົມທົບກັບບັນດາຫົວໜ່ວຍ ຈັດຕັ້ງການມອບເຂົ້າສານໃຫ້ກອງບັນຊາການທະຫານຂອງ 2 ແຂວງ ສາລະວັນ ແລະ ເຊກອງ (ສປປ ລາວ).
ຍສໝ - ອ່າວຮະລອງແມ່ນຫນຶ່ງໃນ 10 ສະຖານທີ່ມະຫັດສະຈັນທາງທໍາມະຊາດທີ່ຫນ້າປະທັບໃຈທີ່ສຸດໃນໂລກ.
ຕອນບ່າຍວັນທີ 7 ພະຈິກ, ທ່ານພົນຕີ Bartolome Vicente Bacarro, ຫົວໜ້າເສນາທິການບັນດາກໍາລັງປະກອບອາວຸດຟີລິບປີນ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ບັນດາຜູ້ມີຄວາມໄວ້ເນື້ອເຊື່ອໃຈ ບໍ່ພຽງແຕ່ແມ່ນຜູ້ດີເດັ່ນດ້ານຄຸນສົມບັດ, ຄຸນນະທາດເທົ່ານັ້ນ, ຫາກຍັງໄດ້ຕີລາຄາ, ສະເໜີການປະຕິບັດນະໂຍບາຍທີ່ແທດຈິງ, ມີປະສິດທິຜົນໃຫ້ແກ່ ປຊຊ ບັນດາເຜົ່າອີກດ້ວຍ.
ວັນທີ 4 ພະຈິກ 2022, ເຊິ່ງເປັນວັນບັນດາປະເທດໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ລົງນາມໃນຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 8 ຈັດຂຶ້ນຢູ່ ກຳປູເຈຍ (ເດືອນພະຈິກ 11 ປີ 2002) ຄົບຮອບ 20 ປີເຕັມ.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ແຈ້ງໃຫ້ ທ່ານຜູ້ອຳນວຍການໃຫຍ່ ILO ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຂົ້າຮ່ວມຂອງບັນດາອານຸສັນຍາຂອງ ILO, ຜັນຂະຫຍາຍບັນດາໂຄງການ, ລາຍການກ່ຽວກັບການຄຸ້ມຄອງແຮງງານ ແລະ ວຽກເຮັດງານທຳຢ່າງສົມເຫດສົມຜົນ.
ໃນໄລຍະ 10 ເດືອນຕົ້ນປີ 2022, ຍອດວົງເງິນນຳເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງ ຫວຽດນາມ ຄາດວ່າບັນລຸ 82,1 ຕື້ USD
ເນື່ອງໃນໂອກາດການປະຕິບັດງານຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 1 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍສະຫາຍພົນໂທ ຫວູຫ໋າຍຊ໋ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ເຂົ້າຮ່ວມຍັງມີສະຫາຍພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນຫວຽດນາມ.
ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ (ທະຫານຊາຍແດນແຂວງເທື່ອທຽນເຫວ້) ໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງອາເລື໊ອຍ ຈັດຕັ້ງການມອບຂອງຂວັນໃຫ້ປະຊາຊົນບ້ານກາໂລ, ກອງຮ້ອຍທະຫານຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ (ເມືອງກະລຶມ, ແຂວງເຊກອງ, ປະເທດລາວ).
ຫວ່າງແລ້ວນີ້, ຢູ່ແຂວງຫຼວງພະບາງ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການ ປກສ ແຂວງຫຼວງພະບາງ (ລາວ) ໄດ້ຈັດຕັ້ງການພົບປະຮ່ວມມື ຄັ້ງທີ 10.
ທີ່ການສຳພາດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີຄວາມໝາຍສຳຄັນທີ່ສຸດໃນການເຮັດໃຫ້ການພົວພັນຫວຽດນາມ - ຈີນເລິກເຊິ່ງກ່ວາອີກ.
ວັນທີ 27 ຕຸລາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບ ແລະເຮັດວຽກກັບທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະທະຫານບົກ, ທີ່ປຶກສາທູດຝ່າຍທະຫານເຮືອ ແລະທີ່ປຶກສາທູດຝ່າຍທະຫານອາກາດ ໄທ ປະຈໍາ ຫວຽດນາມ.
ຜູ້ຕາງໜ້າ ຫວຽດນາມ ພ້ອມກັບບັນດາປະເທດເຂົ້າຮ່ວມວາລະປະຊຸມລວ້ນແຕ່ຢັ້ງຢືນບົດບາດສຳຄັນຂອງສານຍຸຕິທຳສາກົນ ໃນການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ.
ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ທ່ານພົນຕີ ຄຳກິ່ງ ຜຸຍລະມະນີວົງ ໃຫ້ຮູ້ວ່າປະຈຸບັນ, ຄວາມຫຍຸ້ງຍາກກ່ຽວກັບຢາເສບຕິດ ແລະ ການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດ, ພິເສດແມ່ນຢູ່ເສັ້ນຊາຍແດນສອງປະເທດ ຍັງຜັນແປຢ່າງສັບສົນ.
ອົງການນີ້ສົມທົບກັບລັດຖະບານ ອົດສະຕາລີ ໄດ້ສະໜອງວັກຊິນກັນໂຄວິດ - 19 ຂອງ Pfizer – BioiNTech ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ.
ຕອນບ່າຍວັນທີ 22 ຕຸລາ, ພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອລາວ: ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນໍ້າທາ, ບໍ່ແກ້ວ ຈັດຕັ້ງກອງປະຊຸມຕີລາຄາໝາກຜົນ 1 ປີ ແລະປຶກສາຫາລືມາດຕະການຜັນຂະຫຍາຍການປະຕິບັດບົດບັນທຶກການຮ່ວມມື ໄລຍະ 2021-2023.
ນີ້ແມ່ນຮ່າງກົດໝາຍສຳຄັນ, ກຳນົດທິດການເຄື່ອນໄຫວຄຸ້ມຄອງ ແລະ ການພັດທະນາແບບຍືນຍົງຂອງວຽກງານການປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນ.
ເດືອນກັນຍາ 2022, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ຈັດຕັ້ງຊຸດຝຶກອົບຮົມດ້ານວິຊາການ ໃຫ້ແກ່ພະນັກງານປົກປັກຮັກສາຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ຂອງປະເທດລາວ. ພາຍຫຼັງໄດ້ຮັບການບໍາລຸງກໍ່ສ້າງ, ພະນັກງານຫຼາຍຄົນ ຂອງປະເທດເພື່ອນ ໄດ້ເສີມຂະຫຍາຍຄວາມຮູ້, ທັກສະທີ່ໄດ້ຮໍ່າຮຽນມາ ເພື່ອໝູນໃຊ້ເຂົ້າໃນການປະຕິບັດງານ, ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາ.
ປະຈຸບັນການລົງທຶນຂອງຫວຽດນາມ ຢູ່ລາວ ພວມຢູ່ໃນທ່າພັດທະນາ ແລະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ເຖິງວ່າດ້ານການຄ້າ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ.
ວັນທີ 19 ຕຸລາ, ຢູ່ສຳນັກງານ ສປຊ ປະຈຳ ນິວຢອກ, ອາເມລິກາ, ຄະນະກຳມະການກ່ຽວກັບບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ດຳເນີນກອງປະຊຸມປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.