ຍສໝ - ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ໄດ້ພົບປະກັບຜູ້ຕາງໜ້າ ກໍາລັງສາທາລະນະສຸກ ຢູ່ແນວໜ້າ ທີ່ດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19.
ບົນເສັ້ນທາງແຫ່ງການສ້າງສາ ແລະພັດທະນາ, ກຳລັງປ້ອງກັນຊາຍແດນສອງປະເທດຫວຽດນາມ ແລະລາວ ໄດ້ດຳເນີນການແລກປ່ຽນ, ຮ່ວມມື, ຊ່ວຍເຫຼືອກັນປະຕິບັດສຳເລັດໜ້າທີ່ຢ່າງບໍ່ຢຸດຢັ້ງເພື່ອປະກອບສ່ວນກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງບັນດາຜົນງານໃນເບື້ອງຕົ້ນທີ່ໜ້າສົ່ງເສີມຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ປະຕິບັດສຳເລັດບັນດາໜ້າທີ່ເຊິ່ງສະຫະປະຊາຊາດ ແລະ ຫວຽດນາມ ມອບໝາຍໃຫ້.
ວັນທີ 17 ຕຸລາ ແມ່ນວັນເລີ່ມຕົ້ນແກ່ເດືອນເຄື່ອນໄຫວຍອດສູງ “ເພື່ອຄົນທຸກຍາກ”. ເດືອນເຄື່ອນໄຫວຍອດສູງເພື່ອຄົນທຸກຍາກ ຈະແກ່ຍາວຮອດວັນທີ 18 ພະຈິກ 2021, ເພື່ອແນໃສ່ສ້າງກຳລັງໜູນຊ່ວຍເຫຼືອຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.
ຜູ້ຄົນທີ່ເຂົ້າຮ່ວມລາຍການດັ່ງກ່າວ ຈະໄດ້ຮັບຊົມຮູບເງົາເອກະສານ “ທາດພິດສີສົ້ມ - ລູກລະເບີດທີ່ຍັງບໍ່ທັນແຕກ” ຂອງນັກປະພັນ ໂຮ່ຖ໋ຍຕຽນ ຊາວ ຫວຽດນາມ ແລະ ທ່ານ Lindebrings ຊາວ ຝລັ່ງ. ຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບຊີວິດການເປັນຢູ່ທີ່ລຳບາກກາກກຳຂອງປະຊາຊົນ ຫວຽດນາມ ຢູ່ເຂດຕິດທາດພິດສີສົ້ມ.
ຍສໝ - ລັດຖະບານໄດ້ປະກາດໃຊ້ບັນດາໂຄງການ, ກົນໄກ, ນະໂຍບາຍ, ກົດໝາຍຢ່າງຄົບຊຸດ, ຮອບດ້ານພໍສົມຄວນ ເພື່ອໜູນຊ່ວຍໃຫ້ແກ່ຜູ້ທຸກຍາກຢ່າງຮອບດ້ານ.
ທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ກໍາລັງປະກອບອາວຸດຂຶ້ນກັບເມືອງກະລຶມ, ແຂວງເຊກອງ, ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການນິຕິກຳ (ຄະນະກຳມະການເລກ 6) ສະມັດຊາໃຫຍ່ ສປຊ ຊຸດທີ 76 ຈັດວາລະປຶກສາຫາລືຄົບຄະນະກ່ຽວກັບຫົວຂໍ້ອຳນາດນິຕິບັນຍັດ ຢູ່ລະດັບຊາດ ແລະ ສາກົນທີ່ມີບົດບາດສຳຄັນໃນການຮັກສາສັນຕິພາບ - ຄວາມໝັ້ນຄົງສາກົນ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນບັນດາສິດທິມະນຸດ.
ຍສໝ - ໃນວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະ ອົງການ Plan International ຢູ່ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບໂຄງການຊຸກຍູ້ສິດທິເດັກ ແລະ ສິດທິຂອງໄວໜຸ່ມຢູ່ຫວຽດນາມໄລຍະ 2021-2026.
ຍສໝ - ວັນທີ 19 ຕຸລາ ຢູ່ນະຄອນ ຫ໋າຍຝ່ອງ ຈະດຳເນີນກອງປະຊຸມສຳມະນາວິທະຍາສາດ ທາງໄກ ດ້ວຍຫົວຂໍ້: “ຖະໜົນ ໂຮ່ຈີມິນ ໃນທະເລ - ຂີດໝາຍມະຫັດສະຈັນປະຫວັດສາດ ແລະ ບົດຮຽນຕໍ່ພາລະກິດການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ” ເຊື່ອມຕໍ່ກັບ 25 ສະຖານທີ່ເຊື່ອມຕໍ່ທົ່ວປະເທດ.
ຍສໝ - ນີ້ແມ່ນແຫຼ່ງໜູນຊ່ວຍເພີ່ມໃຫ້ແກ່ໂຄງການຮ່ວມມືລະຫວ່າງລັດຖະບານອົດສະຕາລີແລະກຸ່ມທະນາຄານໂລກປະຈຳຫວຽດນາມ (ABP)...
ຍສໝ - ຕອນເຊົ້າວັນທີ 11 ຕຸລາ, ຢູ່ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ (ນະຄອນໂຮ່ຈີມິນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ແລະສະພາວິຊາສະເພາະກ່ຽວກັບວັກຊີນໄດ້ຍົກອອກຂໍ້ກ່າວເຕືອນກ່ຽວກັບການສັກວັກຊີນໃຫ້ປະຊາຊົນຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ, ສູ້ຊົການສັກວັກຊີນໃຫ້ເດັກນ້ອຍມີອາຍຸແຕ່ 12 ຫາ 17 ປີ ໃນທ້າຍເດືອນຕຸລາ…
ໂລກລະບາດໂຄວິດ -19, ການແຍກຫ່າງສັງຄົມ ເຮັດໃຫ້ປະຊາຊົນຫລາຍໆຄົນຢູ່ໃນບໍລິເວນນະຄອນ ຮ່າໂນ້ຍ ປະສົບກັບຄວາມຫຍຸ້ງຍາກ. ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນພາຍຫລັງໂລກລະບາດ, ອຳນາດການປົກຄອງທຸກຂັ້ນຂອງນະຄອນ ພວມຜັນຂະຫຍາຍບັນດາການຫນູນຊ່ວຍຢ່າງແທດຈິງໃຫ້ປະຊາຊົນເທື່ອລະກ້າວ.
ຍສໝ - ຫວ່າງແລ້ວນີ້, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫາກໍ່ປະກາດ ການວາງແຜນຜັງສັງລວມ ກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050.
ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ, ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ.
ຍສໝ - Google ໄດ້ສົມທົບກັບສູນຕິດຕາມກວດກາຄວາມປອດໄພເຄືອຂ່າຍອິນເຕີເນັດ ແຫ່ງຊາດ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແນະນຳສູນຄວາມປອດໄພ Google ທີ່ສະຫງວນໃຫ້ແກ່ຜູ້ນຳໃຊ້ຊາວຫວຽດນາມ.
ຍສໝ - ຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ - ປະສົບການສາກົນ ແລະຫວຽດນາມ ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາດັ່ງກ່າວ ໄດ້ຈັດຂຶ້ນໂດຍໂຄງການຮ່ວມມືອາຊຽນ-ອົດສະຕຣາລີ ກ່ຽວກັບການປ້ອງກັນ ແລະສະກັດກັ້ນການຄ້າມະນຸດ (ໂຄງການ ASEAN-ACT) ໃນຮູບແບບໂດຍກົງ ແລະອອນລາຍ.
ຜູ້ມີສິດເລືອກຕັ້ງ ສະເຫນີ ສະພາແຫ່ງຊາດ, ລັດຖະບານ ສືບຕໍ່ເອົາໃຈໃສ່ ມີນະໂຍບາຍຫນູນຊ່ວຍ ວິສາຫະກິດເພື່ອຟື້ນຕົວເສດຖະກິດ, ຕິດຕາມລາຍຈ່າຍ, ຫນູນຊ່ວຍການປ້ອງກັນຕ້ານໂລກລະບາດ.
ຍສໝ - ທີ່ການຖະແຫຼງຂ່າວໂດຍກະຊວງການຕ່າງປະເທດ ຫວຽດນາມຈັດຂຶ້ນໃນຕອນບ່າຍວັນທີ 7 ຕຸລາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມທີ່ກ່ຽວຂ້ອງເຖິງຮູບເງົາ ກອງທັບເວືອງບ່າຍ ຂອງ ຈີນ ດ້ວຍເນື້ອໃນທີ່ເສັກສັນປັ້ນແຕ່ງ ການຕໍ່ສູ້ປົກປ້ອງຊາຍແດນທາງພາກເໜືອຂອງ ຫວຽດນາມ ໃນຊຸມປີ 1980.
ຍສໝ - ໃນເດືອນກັນຍາປີ 2021, ອົງການຈັດຕັ້ງGood Neighbors Vietnam (GNI) ໄດ້ຈັດຕັ້ງ 44 ຊົ່ວໂມງຮຽນກ່ຽວກັບການຍົກສູງກຳລັງຄວາມສາມາດໃນການປົກປ້ອງຕົນເອງ” ໃຫ້ແກ່ນັກຮຽນປໍ 3,4,5 ປະມານ 1.400 ຄົນຢູ່ໂຮງຮຽນປະຖົມຢູ່ເມືອງເຊີນເຢືອງ, ແຂວງຕວຽນກວາງ.
ຕອນບ່າຍວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ແລະ ພົບປະກັບຜູ້ຕາງໜ້າວົງການນັກທຸລະກິດ ຫວຽດນາມ ຢູ່ ສຳນັກງານ VCCI. ການເຮັດວຽກຖືກຈັດຂຶ້ນໂດຍກົງ ແລະ ແບບທາງໄກ ດ້ວຍການເຂົ້າຮ່ວມຂອງນັກທຸລະກິດກວ່າ 400 ທ່ານ ຢູ່ 70 ຈຸດຖ່າຍທອດສົດໃນທົ່ວປະເທດ.
ຍສໝ - ຕອນບ່າຍວັນທີ 4 ຕຸລາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ແລະອົງການແຮງງານສາກົນ (ILO) ຈັດຕັ້ງກອງປະຊຸມສໍາມະນາສາກົນຕາມຮູບການໂດຍກົງ, ສົມທົບກັບທາງອອນລາຍ, ດ້ວຍຫົວຂໍ້ “ຍົກລະດັບທັກສະແຮງງານຫວຽດນາມ ໃນສະພາບການໃໝ່”.
ຍສໝ - ບັນດາສະມາຊິກຂອງ Collectif Vietnam Dioxine ດ້ວຍຈິດໃຈ “ກ້າຫານ, ອົດທົນແລະຄວາມຫວັງ” ຈະຍັງຄົງສືບຕໍ່ການຕໍ່ສູ້ຍາດເອົາຄວາມຍຸຕິທຳແລະການສະໜັບສະໜູນຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ໃນວັນທີ 30 ກັນຍາ, ຄະນະກຳມະການກ່ຽວກັບບັນຫາວັດທະນະທຳ, ສັງຄົມ ແລະ ມະນຸດສະທຳ ຂຶ້ນກັບສະມັດຊາໃຫຍ່ ສປຊ ໄດ້ເລີ່ມຈັດວາລະປະຊຸມໃນຂອບເຂດສະມັດຊາໃຫຍ່ ສປຊ ຊຸດທີ 76.
ໜຶ່ງໃນບັນດາມາດຕະການນັ້ນແມ່ນອະນຸຍາດໃຫ້ເຮັດທົດລອງຮູບແບບການທ່ອງທ່ຽວສຳລັບສະຖານທີ່ ທ່ອງທ່ຽວ 4 ແຫ່ງໃນບໍລິເວນແຂວງທີ່ມີເງື່ອນໄຂຄົບຖ້ວນໃນສະພາບການໃໝ່.
ຍສໝ - ກ່າວຄຳເຫັນທີ່ການປະຊຸມ ໃນວັນທີ 29 ກັນຍາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ກ່ຽວກັບສະຖານະການຕາເວັນອອກກາງ, ຜູ້ຕາງໜ້າ ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນພ້ອມທັງສະພາບການມະນຸດສະທຳທີ່ບໍ່ດີ ຢູ່ ເຂດກາຊາ.
ຍສໝ - Operation Smile Vietnam ໄດ້ຊື້ອຸປະກອນການແພດ 29.953 ອັນ ມອບໃຫ້ໂຮງໝໍ 15 ແຫ່ງ ແລະ ຜູ້ອາສາສະໝັກການແພດ ທີ່ເຂົ້າຮ່ວມການຕ້ານພະຍາດລະບາດຢູ່ຮ່າໂນ້ຍ, ດົ່ງນາຍ, ນະຄອນໂຮ່ຈີມິນ, ບິ່ງເຢືອງ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ເລກົງແທັງ ໄດ້ເປັນປະທານກອງປະຊຸມທາງອອນໄລ ຂອງສະພາລະຫວ່າງຂະແໜງການ ເພື່ອປະເມີນແຜນການສັງລວມຂອງຫົ້ງແມ່ນໍ້າ Srepok ຮອດປີ 2030, ວິໄສທັດຮອດປີ 2050.
ຍສໝ - ເມື່ອບໍ່ດົນມານີ້, ອົງການ UNICEF ປະຈໍາ ຫວຽດນາມ ໄດ້ອອກແຈ້ງການຕໍ່ສື່ມວນຊົນ ໂດຍໃຫ້ຮູ້ວ່າ: ທ່ານນາງ Rana Flowers, ຫົວໜ້າຄະນະຜູ້ຕາງໜ້າອົງການ UNICEF ປະຈໍາ ຫວຽດນາມ ໄດ້ຕີລາຄາສູງຕໍ່ເລື່ອງຫວ່າງແລ້ວນີ້ ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໄດ້ອອກເອກະສານແນະນໍາບັນດາແຂວງ ແລະນະຄອນໃຫ້ບຸລິມະສິດໃນການເບິ່ງແຍງດູແລເດັກກ່ຳພ້າຍ້ອນໂຄວິດ-19 ແທນໃຫ້ການອີງໃສ່ຄອບຄົວ ແລະວົງຄະນາຍາດຊຸມຊົນ.
ຍສໝ - ກອງທັບສືບຕໍ່ສະໜັບສະໜູນນະຄອນໂຮ່ຈີມິນ ແລະບັນດາແຂວງພາກໃຕ້ໃນການຕໍ່ຕ້ານກັບໂລກລະບາດ Covid-19.