ສະຖານທູດຫວຽດນາມປະຈຳ ສະວິດເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳມະການອາຊຽນທີ່ Bern

16:38 | 09/08/2020

ຍ​ສ​ໝ - ທີ່ກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ຢູ່ Bern, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ອວຍ​ພອນ ແລະ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19, ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພ້ອມ​ທັງ​ຜັນ​ຂະ​ຫຍາ​ຍ​ຢ່າງ​ຕັ້ງ​ໜ້າ​ບົດ​ບາ​ດ​ເປັນ​ປະ​ທານ​ອາ​ຊຽນ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ອາ​ຊຽນ ແລະ ກັບ​ບັນ​ຄູ່​ຮ່ວມ​ມື​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19.

ສະຖານທ ດຫວຽດນາມປະຈຳ ສະວ ດເປ ນປະທານກອງປະຊ ມຄ ງທຳອ ດຂອງຄະນະກຳມະການອາຊຽນທ bern ທ່ານເອກອັກຄະລັດຖະທູດ Ivo Sieber: ປະເທດສະວິດເຊີແລນຈະສືບຕໍ່ສະໜັບສະໜູນ ເກີ່ນເທີ ໃນຫຼາຍຂົງເຂດ
ສະຖານທ ດຫວຽດນາມປະຈຳ ສະວ ດເປ ນປະທານກອງປະຊ ມຄ ງທຳອ ດຂອງຄະນະກຳມະການອາຊຽນທ bern ຄະນະຜູ້ແທນຫວຽດນາມ ເປັນປະທານຄະນະກຳມະການປະສານງານອາຊຽນຢູ່ ເຈນີວາ - ສະວິດເຊີແລນ
ສະຖານທ ດຫວຽດນາມປະຈຳ ສະວ ດເປ ນປະທານກອງປະຊ ມຄ ງທຳອ ດຂອງຄະນະກຳມະການອາຊຽນທ bern
ທ່ານເອກອັກຄະລັດຖະທູດນາງ ເລ​ລິງ​ລານ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ໃນຖານະທີ່ເປັນປະທານຄະນະກຳມະການອາຊຽນ Bern (ACB), ໃນວັນທີ 6 ສິງຫາ, ສະຖານທູດຫວຽດນາມປະ ຈຳ ສະວິດ ໄດ້ຈັດງານສະເຫລີມສະຫລອງວັນອາຊຽນ ແລະ ເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳ ມະການໃນໄລຍະທີ່ຫວຽດນາມເປັນປະທານ. ທີ່ສະຖານທູດຫວຽດນາມປະຈຳ Bern, ດ້ວຍການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາເອກອັກຄະລັດຖະທູດບັນດາປະເທດອາຊຽນປະຈຳນະຄອນຫຼວງປະເທດສະວິດລວມທັງມາເລເຊຍ, ຟີລິບປິນ, ໄທ, ອິນໂດເນເຊຍແລະບັນດາເອກອັກຄະລັດຖະທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາ​ງຽ​ໜ້າ ລາວ, ກຳປູເຈຍ ແລະ ມຽນມາປະ​ຈຳ Geneve ນີ້ແມ່ນກອງປະຊຸມ​ໂດຍ​ກົງຄັ້ງທຳອິດໃນໄລຍະທີ່ຫວຽດນາມເປັນປະທານ ACB.

ກ່າວຄຳເຫັນເພື່ອສະເຫຼີມສະຫຼອງວັນອາຊຽນຄົບຮອບ 53 ປີ, ທ່ານເອກອັກຄະລັດຖະທູດນາງ ເລ​ລິງ​ລານ ໄດ້ເນັ້ນໜັກວ່າ, ໃນ​ກ່ວ​າ 5 ທົດສະວັດນັບແຕ່ເມື່ອສ້າງຕັ້ງມາ, ອາຊຽນໄດ້ກາຍເປັນອົງການຈັດຕັ້ງພາກພື້ນທີ່ໄດ້ຮັບການຄູນ​ທະ​ວີໃນ​ວົງ​ກ້​ວາງ, ມີບົດບາດນັບມື້ນັບສຳ​ຄັ​ນ ໃນ​ການການຊຸກຍູ້ສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ທ່ານ​ນາງເອກອັກຄະລັດຖະທູດ ເລ​ລິງ​ລານ ໄດ້ຍົກໃຫ້ເຫັນວ່າ, ໃນສະພາບການພາກພື້ນ ແລະໂລກຖືກຜົນສະທ້ອນຢ່າງ ໜັກໜ່ວງ ຈາກ​ໂລກລະບາດ COVID-19, ຫວຽດນາມໄດ້ມານະພະຍາຍາມເພື່ອຜ່ານຜ່າສິ່ງທ້າທາຍ, ເສີມຂະຫຍາຍບົດບາດຂອງປະທານາທິບໍດີຢ່າງມີປະສິດທິຜົນ, ຊຸກຍູ້ ການຫັນເອົາຈຸດສຸມຂອງອາຊຽນກາຍ​ເປັນ​ການຮ່ວມມືໃນການຮັບ​ມື​ກັບ​ໂລກລະບາດ ຢ່າງວ່ອງໄວ, ເປັນ​ເຈົ້າ​ການດັດປັບຮູບແບບຂອງກອງປະຊຸມທີ່ສຳຄັນທາງ​ອອນ​ລາຍ, ພ້ອມ​ທັງມຸ່​ງ​ໄປ​ສູ່ການ​ສ້າງແຜນການ​ລວມໃນການຟື້ນຟູອາຊຽນຫຼັງຈາກ COVID-19.

ທີ່ກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ຢູ່ Bern, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ອວຍ​ພອນ ແລະ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ຫວຍດ​ນາມ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19, ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພ້ອມ​ທັງ​ຜັນ​ຂະ​ຫຍາ​ຍ​ຢ່າງ​ຕັ້ງ​ໜ້າ​ບົດ​ບາ​ດ​ເປັນ​ປະ​ທານ​ອາ​ຊຽນ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ອາ​ຊຽນ ແລະ ກັບ​ບັນ​ຄູ່​ຮ່ວມ​ມື​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19.

ກອງປະຊຸມໄດ້ເຫັນດີແລະຕີລາຄາສູງຂໍ້ສະ ເໜີຂອງຫວຽດນາມ ແລະໄດ້ສະ​ຫງວນເວລາເພື່ອປຶກສາຫາລືກ່ຽວກັບວິທີແລະຫົວຂໍ້ທີ່ຈະນຳມາປຶກສາຫາລືທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດສະວິດແລະປະທານກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ.

ສະຖານທ ດຫວຽດນາມປະຈຳ ສະວ ດເປ ນປະທານກອງປະຊ ມຄ ງທຳອ ດຂອງຄະນະກຳມະການອາຊຽນທ bern ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດອິນ​ໂດ​ເນ​ເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ສະຖານທ ດຫວຽດນາມປະຈຳ ສະວ ດເປ ນປະທານກອງປະຊ ມຄ ງທຳອ ດຂອງຄະນະກຳມະການອາຊຽນທ bern ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ

ຍ​ສ​ໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະ​ເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາ​ເວັນ​ອອກ.

ສະຖານທ ດຫວຽດນາມປະຈຳ ສະວ ດເປ ນປະທານກອງປະຊ ມຄ ງທຳອ ດຂອງຄະນະກຳມະການອາຊຽນທ bern ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ

ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.