ສະ​ພາບ​ການ​ໂລກ​ລະ​ບາດ Covid - 19 ຢູ່​ ຫວຽດ​ນາມ ແລະ ທົ່ວ​ໂລກ

16:30 | 20/07/2020

ຍ​ສ​ໝ - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງເຊົ້າວັນທີ 20 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ປັນຈຳນວນ 14.640.375 ຄົນ ແລະ ມີ 608.857 ຄົນເສຍຊີວິດ.

ສະ ພາບ ການ ໂລກ ລະ ບາດ covid 19 ຢ ຫວຽດ ນາມ ແລະ ທ ວ ໂລກ IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ
ສະ ພາບ ການ ໂລກ ລະ ບາດ covid 19 ຢ ຫວຽດ ນາມ ແລະ ທ ວ ໂລກ ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19
ສະ ພາບ ການ ໂລກ ລະ ບາດ covid 19 ຢ ຫວຽດ ນາມ ແລະ ທ ວ ໂລກ
ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 (ພາບ: Reuters)

ຕາມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ກາ​ນ​ປ້ອງ​ກັນ​ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19 ໃຫ້​ຮູ້​ວ່າ ຫ​ວ​ຽດ​ນາມ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ​ໃນ​ຊຸມ​ຊົນ. ດັ່​ງ​ນັ້ນ, 95 ວັນ​ແລ້ວ​ທີ່​ຫວຽດ​ນາມ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ ໃໝ່​ຕື່ມ​ອີກ​ໃນ​ຊຸມ​ຊົນ. ມາ​ຮອດ​ປັດ​ຈຸ​ບັນ​ມີຜູ້​ຕິດ​ເຊື້ອ 357 ໃນ​ຈຳ​ນວນ383 ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ເປັນ​ປົກ​ກະ​ຕິ.

ໃນ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ທີ່​ພວມ​ປິ່ນ​ປົວ, ຕິດ​ຕາມ​ສຸ​ຂະ​ພາບ​ຢູ່​ບັນ​ດາ​ຮາກ​ຖານ​ໂຮງໝໍ, ມີ​ຄົນ​ເຈັບ 11 ຄົນ​ມີ​ຜົນ​ກວດ​ເປັນ​ລົບ​ກັບ ເຊື້ອ​ໄວ​ຣັດ SARS – CoV – 2. ສ່ວນຫຼາຍ​ລ້ວນ​ແຕ່​ມີ​ອາ​ການ​ສຸ​ຂະ​ພາບ​ທີ່​ເປັນ​ປົກ​ກ​ະ​ຕິ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງເຊົ້າວັນທີ 20 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ປັນຈຳນວນ 14.640.375 ຄົນ ແລະ ມີ 608.857 ຄົນເສຍຊີວິດ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ອິນເດຍ.

ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ວັນທີ 20 ກໍລະກົດ, ລັດເຊຍ ແຈ້ງໃຫ້ຊາບວ່າ: ໄດ້ສຳເລັດການທົດລອງວັກຊີນກັນພະຍາດໂຄວິດ-19 ໃນ ກຸ່ມຜູ້ອາສາສະໝັກທີສອງ ແລະ ແມ່ນ ກຸ່ມສຸດທ້າຍລວມມີ 20 ຄົນ. ຄາດວ່າ ວັກຊີນກັນພະຍາດໂຄວິດ-19 ຂອງສູນຄົ້ນຄ້ວາລະບາດວິທະຍາ ແລະ ຈຸນລະຊີວະວິທະຍາ ລັດເຊຍ, ອາດຈະນຳໄປຂາຍໃນທ້ອງຕະຫຼາດໃນກາງເດືອນສິງຫາ ປີ 2020.

ສະ ພາບ ການ ໂລກ ລະ ບາດ covid 19 ຢ ຫວຽດ ນາມ ແລະ ທ ວ ໂລກ IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

ຍ​ສ​ໝ - ບົດ​ຂຽນ​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ຂອງ IMF ໂດຍ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ແມ່ນ​ແບບ​ຢ່າງ​ທີ່​ດີ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ທີ່​ພວມ​ມີ​ການ​ພັດ​ທະ​ນາ​ສາ​ມາດ​ເອົາ​ໄຊ​ຊະ​ນະ​ໂລກ​ລະ​ບາດ Covid – 19.

ສະ ພາບ ການ ໂລກ ລະ ບາດ covid 19 ຢ ຫວຽດ ນາມ ແລະ ທ ວ ໂລກ ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂຽນ​ໄດ້​ຫວນ​ຄືນ​ບັນ​ດາ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ​ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ Covid – 19 ແບບ​ມະ​ຫັດ​ສະ​ຈັນ ແລະ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ ມີການເຕີບ​ໂຕ​ຄື​ນໃໝ່.

ສະ ພາບ ການ ໂລກ ລະ ບາດ covid 19 ຢ ຫວຽດ ນາມ ແລະ ທ ວ ໂລກ ຊຸກ​ຍູ້​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເໝາະ​​ສົມ​ກັບ​ການ​ຜັນ​ປ່ຽນ​ຂອງ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຫາ​ກໍ່​ມອບ​ໝາຍ​ໃຫ້​ກະ​ຊວງວັດ​ຖະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ເປັນ​ເຈົ້າ​ການ​ສົ​ມ​ທົບ​ກັບ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂ​ວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ເພື່ອຄົ້ນ​ຄ້​ວາ, ຕີ​ລາ​ຄາ​ບັນ​ດາ​ກໍ​ລະ​ນີ​ເພື່ອ​ຟື້ນ​ຟູ​ເຕີບ​ໂຕ​ການ​ທ່ອງ​ທ່ຽວ​ໄລ​ຍະຫຼັງ Covid – 19, ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກັບ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ Covid – 19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.