ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ

16:30 | 18/03/2020

ປັດຈຸບັນ, ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ (ເປັນຕົວເລກສະສົມ) ແລະ ໄດ້ເກັບຕົວຢ່່າງມາກວດທັງໝົດແລ້ວ, ໃນນັ້ນ 81 ກໍລະນີ ແມ່ນກວດບໍ່ພົບເຊື້ອພະຍາດ, ສ່ວນອີກ 4 ກໍລະນີ ຍັງລໍຖ້າຜົນກວດ; ພາຍຫລັງໄດ້ຮັບຜົນກວດແລ້ວ ຈະໄດ້ແຈ້ງໃຫ້ສັງຄົມຊາບໃນທັນທີ.

ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ

ພາບປະກອບ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ລະບຸເຖິງສາເຫດທີ່ມີກໍລະນີສົງໄສ ເພີ່ມຂຶ້ນເລື້ອຍໆ ເນື່ອງຈາກວ່າປະເທດລາວຍັງບໍ່ທັນ ໄດ້ປິດດ່ານທັງໝົດ ບັນດາສະໜາມບິນສາກົນຕ່າງໆ ກໍຍັງມີຄົນເຂົ້າມາເລື້ອຍໆ ແລະ ບຸກຄົນໃດທີ່ເຂົ້າເງື່ອນໄຂ ແລະ ນິຍາມ ເຊັ່ນ: ໄຂ້, ໄອ, ຫາຍໃຈຍາກ ແລະ ມາຈາກປະເທດທີ່ມີການລະບາດ ແມ່ນຈະຖືກເກັບຕົວຢ່າງມາກວດ ດັ່ງນັ້ນ ຕົວເລກຈຶ່ງມີການເພີ່ມຂຶ້ນ. ການເພີ່ມຂຶ້ນຂອງ ຈຳນວນກໍລະນີສົງໄສ ໃນແຕ່ລະມື້ ກໍຍ້ອນວ່າ ສປປ ລາວ ມີມາດຕະການທີ່ເຄັ່ງຄັດ ທຸກຄົນທີ່ເຂົ້າມາປະເທດ ແມ່ນຈະຖືກກວດອຸນຫະພູມທັງໝົດ ແລະ ຖ້າເຂົ້າຂ່າຍນິຍາມ ແມ່ນຈະຕ້ອງນຳຕົວຢ່າງໄປກວດຫາ ເຊື້ອພະຍາດດັ່ງກ່າວທັນທີ.

ກ່າວຄຳເຫັນໃນວັນທີ 16 ມີນາ, ໃນການຖະແຫລງຂ່າວທາງອິນເຕີແນັດຈາກສຳນັກງານສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ, ທ່ານ Adhanom Ghebreyesus, ຜູ້ອຳນວຍການໃຫຍ່ WHO, ຊີ້ແຈ້ງວ່າ ໂລກບໍ່ສາມາດດັບມອດໂລກລະບາດຖ້າຫາກບໍ່ວິເຄາະບັນດາກໍລະນີຖືກສົງໄສ. ຜູ້ນຳໜ້າອົງການນີ້ກໍ່ກ່າວເຕື່ອນວ່າ, ອົງການນີ້ຍັງບໍ່ທັນເຫັນຜົນດີທີ່ເໝາະສົມໃນການທົດລອງ, ແຍກຕົວ ແລະ ກວດພົບບັນດາກໍລະນີພົບປະກັບຜູ້ຕິດເຊື້ອໄວຣັດ.

ເຊື້ອພະຍາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວ້າງ ແລະ ມີການຜັນແປຢ່າງສັບສົນ ເມື່ອເກີດຂຶ້ນຢູ່ 163 ປະເທດ ແລະ ເຂດແຄ້ວນໃນໂລກ. ເອີຣົບ ໄດ້ກາຍເປັນສະຖານທີ່ເກີດເຊື້ອພະຍາດຢ່າງຮ້າຍແຮງຂອງທົ່ວໂລກ, ໃນຂະນະທີ່ ຈີນ ເຊິ່ງແມ່ນປະເທດເກີດມີເຊື້ອພະຍາດທຳອິດໃນໂລກ ກໍ່ພວມມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດຫລຸດລົງຫລາຍ. ໂຄສົກອົງການ WHO ໃຫ້ຮູ້ວ່າ: ປັດຈຸບັນ, ເອີຣົບ ໄດ້ກາຍເປັນສະຖານທີ່ແຫ່ງໃຫມ່ເກີດໂລກລະບາດ Covid-19 ທີ່ຮ້າຍແຮງ, ເປັນຫນ້າສົນໃຈແມ່ນປະເທດ ອີຕາລີ “ບ່ອນເກີດເຊື້ອຢ່າງຮ້າຍແຮງ” (ຮັງເຊື້ອໃຫຍ່ທີ່ສຸດ).

(ໄຊພອນ)

ເຫດການ
302 Found

Found

The document has moved here.