ຫຼາຍພາກສ່ວນ ໄດ້ນຳເອົາເງິນມາມອບໃຫ້ຄະນະສະເພາະກິດ ເພື່ອປະກອບເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19

02/04/2020 17:48

ຫຼາຍພາກສ່ວນ ໄດ້ນຳເອົາເງິນມາມອບໃຫ້ຄະນະສະເພາະກິດ ເພື່ອປະກອບເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19. ໃນນີ້ປະກອບມີ ບໍລີສັດໄຟຟ້າເຊຂະໝານ 1 ມອບ 30.000 ໂດລາສະຫະລັດ (ຫຼືປະມານ 267.000.000 ກີບ), ບໍລິສັດດດາວທຽມລາວ-ເອເຊຍປາຊີຟີກ 100.000.000 ກີບ, ບໍລິສັດຫົວເວີ້ຍລາວ (Huawei LAOS) ຊ່ວຍເຫຼືອເປັນເຄືອງອຸປະກອນການເຊືອມຕໍ່ກອງປະຊຸມທາງໄກ ແລະ ໜ້າກາກ ລວມມູນຄ່າ 500.000.000 ກີບ.

Source kpl.gov.la

    ໄຕ         ຕໍ່ໄປ